ກອງປະຊຸມຄົບຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງບໍລິຄຳໄຊ ຄັ້ງທີ 3 ສະໄໝທີ 6

ກອງປະຊຸມຄົບຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງບໍລິຄຳໄຊ ຄັ້ງທີ 3 ສະໄໝທີ 6 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ມີນາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ທອງມະນີ ໂຄດປັນຍາ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແຂວງບໍລິຄຳໄຊ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ຊາວໜຸ່ມຮາກຖານອ້ອມຂ້າງແຂວງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຊາວໜຸ່ມແຂວງ ໃນໄລ 1 ປີ ຜ່ານມາ ວ່າ: ໃນສະພາບການແຜ່ລະບາດຂອງພະຍາດເຊື້ອ ໂຄວິດ – 19 ຍັງສືບຕໍ່ແຜ່ລະບາດ ເຊິ່ງໄດ້ສົ່ງຜົນກະທົບຕໍ່ເສດຖະກິດ – ສັງຄົມ, ການດໍາລົງຊີວິດຂອງສະມາຊິກຊາວໜຸ່ມ –  ເຍົາວະຊົນ ບັນດາເຜົ່າພາຍໃນແຂວງບໍລິຄໍາໄຊ.

ຕໍ່ສະພາບດັ່ງກ່າວນັ້ນ ຄະນະບໍລິຫານງານຊາວໜຸ່ມແຕ່ລະຂັ້ນ ໄດ້ຖືເອົາການສຶກສາອົບຮົມການເມືອງ – ແນວຄິດເປັນວຽກງານສຳຄັນຕົ້ນຕໍ ໂດຍສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ຕິດພັນກັບການຊຸກຍູ້ປຸກລະດົມ ແລະ ສ້າງເງື່ອນໄຂໃຫ້ສະມາຊິກຊາວໜຸ່ມ – ເຍົາວະຊົນ ໄດ້ຮ່ຳຮຽນແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ລະບຽບກົດໝາຍ ຈຳນວນ 112 ຄັ້ງ ພົ້ນເດັ່ນ ສຳເລັດການເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມແຂວງ ຄັ້ງທີ 2 ສະໄໝທີ V ໄດ້ 10 ຄັ້ງ, ບໍລິການໃຫ້ຄຳປຶກສາບັນຫາທາງດ້ານຈິດໃຈ, ບັນຫາຄອບຄົວ, ບັນຫາການກັກໂຕຢູ່ສູນປິ່ນປົວໂຄວິດ – 19, ການຮຽນອອນລາຍ, ການຖືກຕົວະຍົວະມາເຮັດວຽກ ແລະ ບັນຫາດ້ານຄວາມຮັກ ໃນໄລຍະ 06 ເດືອນ ໄດ້ຈຳນວນ 21 ສະຫາຍ, ອາຍຸ ສະເລ່ຍ 25 ປີ ຄົນພາຍໃນແຂວງ ກວມ 99%.

ລົງມອບເຄື່ອງຊ່ວຍເຫຼືອ ເພື່ອບັນເທົາທຸກໃຫ້ຄອບຄົວທຸກຍາກ ທີ່ໄດ້ຮັບຜົນກະທົບຈາກອັກຄີໄພ ທີ່ເມືອງຄໍາເກີດ ຈຳນວນ 05 ຄັ້ງ ມູນຄ່າ 14.327.000 ກີບ, ມອບເຄື່ອງດື່ມ, ອຸປະກອນການຮຽນ ແລະ ອຸປະກອນກິລາ ໃຫ້ນ້ອງນັກຮຽນ 02 ໂຮງຮຽນ ມູນຄ່າ 5.500,000 ກີບ, ເທເບຕົງເດີ່ນໜ້າສຳນັກງານ, ເຮັດຫຼັກທຸງໃໝ່, ມຸງຫຼັງຄາບ່ອນຈອດລົດ ແລະ ຫຼັງຄາຫ້ອງປະຊຸມ, ທາສີສຳນັກງານ ລວມມູນຄ່າທັງໝົດ 57.221.000 ກີບ.

ສ້ອມແປງສູນພັດທະນາວິຊາຊີບ ຄະນະຊາວໜຸ່ມແຂວງ ມູນຄ່າ 350.000.000 ກີບ, ຈັດກິດຈະກຳບໍລິຈາກເລືອດຊ່ວຍເຫຼືອສັງຄົມຮ່ວມກັບອົງການກາແດງແຂວງ ໄດ້ 04 ຄັ້ງ ມີຜູ້ສະໝັກບໍລິຈາກ ເລືອດທັງໝົດ 243 ສະຫາຍ, ຍິງ 90 ສະຫາຍ ໄດ້ເລືອດທັງໝົດ 207 ຖົງ, ໄດ້ຈັດຕັ້ງກິດຈະກຳຖາມ – ຕອບວິທະຍາສາດ, ກິດຈະກຳ ນ້ອງຢາກເປັນນັກວິທະຍາສາດ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງເຍົາວະຊົນທັນວາ ຄົບຮອບ 66 ປີ ເພື່ອຊີງທຶນການສຶກສາຈາກ ເລຂາ ຄຊປປລ ແຂວງ ລວມມູນຄ່າ 4.516.000 ກີບ.

ກອງປະຊຸມຍັງໄດ້ຜ່ານບົດສຳຫຼວດການນຳພາລວມ ຂອງ ຄຊປປລ ແຂວງ, ຜ່ານແຈ້ງການແນະນຳກົດລະບຽບ ຄຊປປລ ສະໄໝທີ 8, ບົດແນະນຳວ່າດ້ວຍການແຂ່ງຂັນຍ້ອງຍໍ, ຜ່ານບົດແນະນຳວ່າດ້ວຍການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມແຂວງ, ບົດແນະນຳການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນເຍົາວະຊົນ 3 ດີ 4 ຮູ້ ແລະ ການປະກອບຄຳເຫັນຈາກຄະນະຊາວໜຸ່ມ ເປັນຕົ້ນແມ່ນ ໃນຫົວຂໍ້ການປະກອບສ່ວນຂອງຊາວໜຸ່ມໃນຂະບວນການຕ້ານພະຍາດໂຄວິດ – 19, ການສ້າງບົດບາດ ແລະ ຄວາມເຊື່ອໝັ້ນໃຫ້ແກ່ຄະນະພັກ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ ແລະ ຊີ້ນຳ, ການສ້າງແຫຼ່ງລາຍຮັບເພື່ອເປັນໄມ້ງັດ ໃຫ້ແກ່ຂະບວນການຂອງຊາວໜຸ່ມ ແລະ ວຽກງານອຶ່ນໆທີ່ປິ່ນອ້ອມ.

About admins16