ທ່າພະບາດ ສໍາເລັດຊຸດຝຶກອົບຮົມຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ຊຸດທີ II

ການຝຶກອົບຮົມ ການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ຊຸດທີ II ຂອງເມືອງ ທ່າພະບາດ ໄດ້ຈັດຂຶ້ນໃນວັນທີ 22 – 23 ພະຈິກ 2022 ຢູ່ຫ້ອງວ່າການເມືອງທ່າພະບາດ, ເຂົ້າຮ່ວມໂດຍ ທ່ານ ສະຫວັນເພັດ ຈັນທະວົງສາ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ-ລັດເມືອງ, ມີຄູຝຶກຈາກຫ້ອງການຍຸຕິທໍາເມືອງ ຕະຫຼອດຮອດນັກສໍາມະນາກອນມາຈາກບ້ານພາຍໃນເມືອງ ເຂົ້າຮ່ວມ.

ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອເຮັດໃຫ້ຄະນະໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານການໄກ່ເກ່ຍຂໍ້ຂັ້ນແຍ່ງຂັ້ນບ້ານໃນແຕ່ລະໄລຍະຢ່າງເລິກເຊິ່ງທົ່ວເຖິງ ແລະ ສາມາດຈັດຕັ້ງປະຕິບັດວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ໃຫ້ຖືກຕ້ອງ, ສອດຄ່ອງຕາມລະບຽບກົດໝາຍ.

ນັກຝຶກອົບຮົມ ໄດ້ຮຽນຮູ້ກ່ຽວກັບດໍາລັດ ວ່າດ້ວຍການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ສະບັບເລກທີ 626/ລບ ລົງວັນທີ 22 ຕຸລາ 2021, ດໍາລັດ ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ ສະບັບເລກທີ 77/ລບ ລົງວັນທີ 28 ກຸມພາ 2018, ນອກນີ້ ຍັງໄດ້ສ້າງກິດຈະກໍາຕົວຢ່າງກ່ຽວກັບການແກ້ໄຂຂໍ້ຂັດແຍ່ງທາງດ້ານຕ່າງໆເປັນຕົ້ນແມ່ນ ການແກ້ໄຂຂໍ້ຂັດແຍ່ງທາງດ້ານກໍາມະສິດທີ່ດິນ, ດ້ານມູນມໍລະດົກ ແລະ ທາງດ້ານສາຍຜົວເມຍ.

ທ່ານ ສະຫວັນເພັດ ຈັນທະວົງສາ ໄດ້ມີຄໍາເຫັນຊີ້ນໍາຕໍ່ຊຸດຝຶກອົບຮົມ ໂດຍທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດດັ່ງກ່າວ ແລະ ໄດ້ຮຽກຮ້ອງໃຫ້ນັກຝຶກອົບຮົມທັງໝົດຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ ແລະ ນໍາເອົາບົດຮຽນດັ່ງກ່າວໄປຄົ້ນຄວ້າໃຫ້ເລິກເຊິ່ງ ເພື່ອໃຫ້ສາມາດນໍາເຂົ້າໃນການປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າຢ່າງມີປະສິດທິພາບ – ປະສິດທິຜົນສູງ ແລະ ທ່ານຍັງໄດ້ເປັນກຽດມອບໃບຢັ້ງຢືນການຝຶກອົບຮົມໃຫ້ນັກສໍາມະນາກອນ.

About admins14