ວຽກງານສາທາລະນະສຸກ ບໍລິຄຳໄຊ – ຮ່າຕິ້ງ ມີການຮ່ວມມືຮອບດ້ານຕະຫລອດມາ

ໃນຕອນເຊົ້າຂອງວັນທີ 25 ພຶດສະພາ 2022 ທ່ານ ດຣ ສອນໄຊ ປັນຍານຸວົງ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກ ແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດຜ່ານສື່ມວນຊົນຂອງແຂວງບໍລິຄຳໄຊ ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ – ຫວຽດນາມ ການຮ່ວມມືສາຍພົວພັນການທູດ ລາວ – ຫວຽດນາມ ຄົບຮອບ 60 ປີ ແລະ ວັນສົນທິສັນຍາ ການຮ່ວມມືຮອບດ້ານ ຄົບຮອບ 45 ປີ.

ວາງສີລາລຶກສ້າງໂຮງໝໍທະຫານແຂວງບໍລິຄຳໄຊ ທີ່ໄດ້ທຶນຊ່ວຍເຫຼືອຈາກແຂວງຮ່າຕິ້ງ ສ.ສ ຫວຽດນາມ

ທ່ານ ດຣ ສອນໄຊ ປັນຍານຸວົງ ໄດ້ຍົກໃຫ້ເຫັນໃນຮ່ວມມືຮອບດ້ານ ລະຫວ່າງແຂວງບໍລິຄຳໄຊ ສປປ ລາວ ແລະ ແຂວງຮ່າຕິ້ງ ສສ ຫວຽດນາມ ໃນໄລຍະຜ່ານມາ ເຊິ່ງທັງສອງແຂວງ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນການພັດທະນາວຽກງານສາທາລະນະສຸກຮ່ວມກັນ, ສອງພະແນກໄດ້ຈັດກອງປະຊຸມແລກປ່ຽນຖອດຖອນບົດຮຽນ ແລະ ທັດສະນະສຶກສາຂຶ້ນປະຈຳທຸກປີ ໂດຍຜັດປ່ຽນກັນຈັດ.

ສາທາແຂວງຮ່າຕິ້ງ ໄດ້ໃຫ້ການຊ່ວຍເຫຼືອທຶນຝຶກອົບຮົມໄລຍະສັ້ນ ໃຫ້ພະນັກງານຂັ້ນແຂວງ – ເມືອງ ໄປຝຶກອົບຮົມຢູ່ແຂວງຮ່າຕິ້ງ, ນອກນັ້ນ ຍັງໄດ້ສົ່ງຊ່ຽວຊານຜ່າຕັດຫວຽດນາມ ມາຊ່ວຍດ້ານວິຊາການຢູ່ໂຮງໝໍແຂວງບໍລິຄຳໄຊ, ພ້ອມນີ້ ຍັງຮ່ວມມືແລກປ່ຽນຂໍ້ມູນຂ່າວສານກ່ຽວກັບວຽກງານເຝົ້າລະວັງ ແລະ ຕ້ານການລະບາດຂອງພະຍາດ ຢູ່ຕາມຊາຍແດນລະຫວ່າງສອງແຂວງເປັນປົກກະຕິ ເຮັດໃຫ້ການລະບາດຂອງພະຍາດດັ່ງກ່າວ ລຸດໜ້ອຍຖ້ອຍລົງ.

ການນຳແຂວງຮ່າຕິ້ງ ອວຍພອນການນຳແຂວງບໍລິຄຳໄຊ ເນື່ອງໃນໂອກາດປີໃໝ່ລາວ

ຫົວໜ້າພະແນກສາທາລະນະສຸກແຂວງບໍລິຄຳໄຊ ຍັງກ່າວຕື່ມອີກວ່າ ແຂວງຮ່າຕິ້ງ ຍັງໄດ້ສົ່ງທີມແພດຫວຽດນາມ ມາກວດສຸຂະພາບຊຸມຊົນ ໃຫ້ປະຊາຊົນເມືອງຄຳເກີດ ແລະ ບັນດາເມືອງທີ່ມີຊາຍແດນຕິດຈອດກັນ ແລະ ຊ່ວຍເຫຼືອອຸປະກອນການແພດຈຳນວນໜຶ່ງ, ພິເສດ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ແຂວງຮ່າຕິ້ງ ໄດ້ໃຫ້ການຊ່ວຍເຫຼືອດ້ານງົບປະມານ ແລະ ອຸປະກອນໃນການປ້ອງກັນພະຍາດ ໂຄວິດ-19 ເປັນຈຳນວນຫຼວງຫຼາຍ ເຊັ່ນ: ຜ້າປິດປາກ, ເຈວລ້າງມື, ຊຸດປ້ອງກັນ PPE ແລະ ອຸປະກອນການແພດທີ່ຈຳເປັນ.

About admins16