ເປີດງານມະຫາກຳກິລາ – ສິລະປະ ນັກຮຽນມັດທະຍົມສຶກສາ ທົ່ວແຂວງບໍລິຄຳໄຊ ຄັ້ງທີ 5 ທີ່ເມືອງ ປາກກະດິງ

 ພິທີເປິດງານມະຫາກຳກິລາ – ສິລະປະ ນັກຮຽນມັດທະຍົມສຶກສາ ທົ່ວແຂວງບໍລິຄໍາໄຊ ຄັ້ງທີ 5 ທີ່ເມືອງປາກກະດິງ ໄດ້ຮັບກຽດເປັນເຈົ້າພາບ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 23 ພຶດສະພາ 2022 ຢູ່ທີ່ເດີ່ນກິລາໂຮງຮຽນມັດທະຍົມສຶກສາຕອນຕົ້ນໂພນສີ ພາຍໃຕ້ການເຂົ້າຮ່ວມພິທີຂອງ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງ ບໍລິຄໍາໄຊ, ທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງ ປາກກະດິງ, ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາຕ່າງໜ້າພະແນກການ, ປະທານຄະສະຫະພັນກິລາຂັ້ນແຂວງ ຄະນະນໍາຂອງເມືອງ 7 ເມືອງ, ຄູ່ຝຶກ, ນັກກິລາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

 ເພຶ່ອເປັນການສ້າງສີສັນພາຍໃນໃນງານ ກ່ອນຈະເປີດພິທີຢ່າງເປັນທາງການ ບັນດາແຂກທີ່ເຂົ້າຮ່ວມ ໄດ້ຮັບຊົມການການສະແດງສີລະປະວັນນະຄະດີລາຍການຕ່າງໆ ຈາກບັນດານ້ອງນັກຮຽນ ເປັນຕົ້ນແມ່ນ ການຂັບລໍາ – ຮ້ອງເພັງ, ການຟ້ອນລວມໝູ່, ການຫັດກາຍຍະບໍລິຫານ – ເຕັ້ນອາລາບິກ, ການສະແດງມວຍລາຍລາວ.

ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂຶ້ນລາຍງານ ການຫ້າງຫາກະກຽມ ງານມະຫະກໍາກິລາ – ສີລະປະ ນັກຮຽນທົ່ວແຂວງ ຄັ້ງທີ່ 5 ທີ່ເມືອງປາກກະດິງເປັນເຈົ້າພາບ ວ່າ: ການຈັດງານມະຫາກຳກິລາ – ສິລະປະຂອງແຂວງບໍລິຄຳໄຊ ແມ່ນ 2 ປີໃດຈັດ 1 ຄັ້ງ, ຈຸດປະສົງ ເພື່ອເປັນການຈັດຕັ້ງຜັນຂະຫຍາຍ 3 ຂໍ້ແຂ່ງຂັນ, 5 ຫຼັກມູນຂອງການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາວາງອອກ ໃຫ້ປະກົດຜົນເປັນຈິງ ທັງເປັນການສ້າງຂະບວນການຕ້ອນຮັບ ແລະ ຊົມເຊີຍ ວັນສຳຄັນຕ່າງໆຂອງຊາດ.

 ກິລາທີ່ຈະນໍາໃຊ້ເຂົ້າໃນການແຂ່ງຂັນລວມມີ 6 ປະເພດ ຄື: ບານເຕະ ຍິງ – ຊາຍ,  ບານສົ່ງ ຍິງ – ຊາຍ, ກະຕໍ້ ຍິງ – ຊາຍ, ເປຕັ່ງ ຍິງ – ຊາຍ, ແລ່ນ – ລານ ຍິງ – ຊາຍ ແລະ ກິລາໝາກເສິກ ຍິງ – ຊາຍ ລວມມີ 36 ລາຍການແຂ່ງຂັນ, ຊີງຫລຽນທັງຫມົດ 411 ຫລຽນ, ໃນນັ້ນ ຊິງຫລຽນຄຳ 137 ຫລຽນ, ຫລຽນ ເງິນ 137 ຫຼຽນ ແລະ ຫລຽນທອງແດງ 137 ຫລຽນ.

ສ່ວນການແຂ່ງຂັນສີລະປະ ມີ 12 ບົດຟ້ອນ ຈາກ 6 ຕົວເມືອງສົ່ງເຂົ້າປະກວດ, ການແຂ່ງຂັນແມ່ນໄດ້ດໍາເນີນມາແຕ່ວັນທີ 19 ພຶດສະພາ 2022 ເປັນຕົ້ນມາ ເຊິ່ງຄາດວ່າລາຍການແຂ່ງຂັນແຕ່ລະປະເພດ ຈະສໍາເລັດ 100% ໃນວັນທີ 26 ພຶດສະພາ 20222.

 

About admin11