ສະພາປະຊາຊົນແຂວງ ເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຂອງພັກ ແລະ ອົງການຈັດຕັ້ງມະຫາຊົນ

ກອງປະຊຸມເຜີຍແຜ່ເຊື່ອມຊຶມ ເອກະສານສໍາຄັນຂອງພັກ – ລັດ, ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ຈັດຂຶ້ນໃນວັນທີ 25 ພຶດສະພາ 2022 ຢູ່ຫ້ອງປະຊູຸມສະພາປະຊາຊົນແຂວງ ໃຫ້ກຽດເຜີຍແຜ່ໂດຍ ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄຳໄຊ, ມີຄະນະພັກຮາກຖານ, ສະມາຊິກສະພາປະຊາຊົນແຂວງ, ສະມາຊິກພັກ ແລະ ພະນັກງານ ເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການເຜີຍແຜ່ມະຕິ ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 7 ສະໄໝທີ VII ເຊີ່ງໄດ້ຕີລາຄາສູງ ແລະ ຮັບຮອງເອົາຜົນສໍາເລັດການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ສະໄໝທີ VII ຂອງ 3 ເດືອນຕົ້ນປີ 2022 ທີ່ໄດ້ຍົກໃຫ້ເຫັນເຖີງການສະຫຼຸບຕີລາຄາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 6 ສະໄໝທີ VII, ການພັດທະນາເສດຖະກິດ – ສັງຄົມ ໄລຍະ 3 ເດືອນຜ່ານມາ ແລະ ທິດທາງແຜນການ 3 ເດືອນຕໍ່ໜ້າ, ການລາຍງານວຽກງານທີ່ພົ້ນເດັ່ນຈາກບັນດາພະແນກການ ແລະ ເມືອງ ເປັນຕົ້ນແມ່ນວຽກງານ ການເສີມຂະຫຍາຍທ່າແຮງບົ່ມຊ້ອນ ໃຫ້ກາຍເປັນເສດຖະກິດປາຍແຫຼມຂອງແຂວງ, ການສົ່ງເສີມຜູ້ປະກອບການ SME, ການປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ການເຄື່ອນໄຫວ ຂອງບັນດາອົງການອຳນາດລັດ, ການເພີ່ມທະວີໃນການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງ ແລະ ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາໃນໄລຍະໃໝ່ ແລະ ວຽກງານອື່ນໆ.

ພ້ອມນັ້ນ, ກອງປະຊຸມຍັງໄດ້ຮັບຮອງເອົາທິດທາງ 3 ເດືອນຕໍ່ໜ້າ ໂດຍສະເພາະແມ່ນການຖືເອົາວຽກງານການເມືອງແນວຄິດເປັນສຳຄັນ, ສຸມໃສ່ຈັດຕັ້ງແຜນພັດທະນາເສດຖະກິດ – ສັງຄົມ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້, ຢືດໝັ້ນ ແລະ ສືບຕໍ່ປະຕິບັດແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໃຫ້ເປັນຂອງທົ່ວປວງຊົນຮອບດ້ານຂອງພັກ, ວຽກງານປັບປຸງບູລະນະອົງການອຳນາດລັດ ແລະ ວຽກງານຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາທົ່ວປວງຊົນ.

ຫຼັງຈາກນັ້ນ, ຍັງໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມ ເອກະສານແຜນການດຳເນີນງານ ເພື່ອສົ່ງເສີມຄວາມກ້າວໜ້າຂອງແທ່ຍິງ ແລະ ເດັກນ້ອຍ, ຜົນສຳເລັດເນື້ອໃນກອງປະຊຸມໂຄສະນາອົບຮົມທົ່ວປະເທດປະຈໍາປີ 2021, ບົດໂອ້ລົມຂອງສະຫາຍ ບຸນທອງ ຈິດມະນີ ກົມການເມືອງສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ຕໍ່ວຽກງານໂຄສະນາອົບຮົມ ແລະ ຜົນສຳເລັດຂອງກອງປະຊຸມວິສາມັນຄົບຄະນະບໍລິຫານສູນກາງສະຫະພັນແມ່ນຍິງລາວ ສະໄໝທີ 8.

About admins14