ວິໃສທັດແຫ່ງການພັດທະນາ

 ວິໄສທັດໃນການພັດທະນາຮອດປີ2030

          ອີງ​ໃສ່​ສະພາບ​ຈຸດ​ພິ​ເສດ, ທ່າແຮງຄວາມອາດສາມາດຕົວຈິງຂອງແຂວງພວກ​ເຮົາ​ໄດ້​ກໍານົດວິ​ໄສ​ທັດ​​ໃນການ​ ພັດທະນາ​ເສດຖະກິດ-ສັງ​ຄົມ ຂອງ​​ແຂວງບໍລິ​ຄໍາ​ໄຊ ຮອດ​ປີ2030 ​ດັ່ງ​ນີ້:

 ຮອດ​ປີ 2030ຄາດ​ວ່າ​ແຂວງ​ຈະ​ມີ​ພົນລະ​ເມືອງ​ປະມານ 365.500ຄົນ​ດ້ວຍ​ອັດຕາ​ການຂະຫຍາຍ ຕົວ 1,87%ຕໍ່​ປີ;​ລວມຍອດ​ມູນ​ຄ່າ​ເພີ່ມ​ຜະລິດ​ຕະພັນ​ພາຍ​ໃນ (GDP) ສະ​ເລ່ຍຕໍ່​ຫົວ​ຄົນ​ປະມານ6.000ໂດ​ລາ​ສະຫະ​ລັດ (3,3 ເທົ່າ​ຂອງ​​ປີ2015); ​ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະ​ທີ່​ໝັ້ນ​ທ່ຽງ ແລະ ຕໍ່ເນື່ອງ; ໂຄງ​ປະກອບ​ເສດຖະກິດ: ຂະ​ແໜງ​ກະສິກໍາ​-ປ່າ​ໄມ້ຈະ​ຫຼຸດ​ລົງ ແຕ່ມີຄວາມ​ຍືນ​ຍົງ, ​ເປັນ​ແຫຼ່ງຄໍ້າປະກັນ​ທາງ​ດ້ານ​ສະບຽງ​ອາຫານແລະສາມາດຜະລິດ​ເປັນ​ກະສິກໍາ​ທີ່​ ສະອາດ, ປອດ​ສານ​ພິດ; ຂະ​ແໜງ​ອຸດສາຫະກໍາ-ການ​ກໍ່ສ້າງແລະການ​ບໍລິການ​ຈະຂະຫຍາຍຕົວໃນຈັງຫວະໄວ ແລະ ກວມ​ເປັນ​ສ່ວນ​ໃຫຍ່.

vທົ່ວ​ ແຂວງມີສະຖຽນລະພາບທາງດ້ານການເມືອງສັງຄົມມີຄວາມສະຫງົບ-ປອດໄພຢ່າງໜັກແໜ້ນ;ລະບົບການເມືອງ, ການປົກຄອງທີ່ມີຄະນະບໍລິຫານງານພັກແຂວງເປັນແກນນໍາ, ມີຄວາມໂປ່ງໃສ, ເຂັ້ມແຂງແລະໜັກແໜ້ນ ແຂວງກາຍເປັນຫົວໜ່ວຍຍຸດທະສາດ, ເມືອງກາຍເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ບ້ານກາຍເປັນຫົວໜ່ວຍພັດທະນາ ຕາມທິດ3 ສ້າງ  ຫຼາຍບ້ານໃຫຍ່, ບ້ານໃຈກາງໄດ້ຮັບການພັດທະນາແລະກາຍເປັນຕົວເມືອງນ້ອຍ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ຕາມລະບຽບກົດໝາຍມີຄວາມສັກສິດທັງຮັບປະກັນສິດຜົນປະໂຫຍດອັນຊອບທໍາ, ປະຊາຊົນບັນດາເຜົ່າໃນທົ່ວແຂວງມີຄວາມສາມັກຄີປອງດອງເປັນປຶກແຜ່ນ, ສັງຄົມ​ມີ​ຄວາມ​ຍຸຕິ​ທໍາ​ແລະສີວິ​ ໄລ.

vຊັບພະຍາກອນມະນຸດໄດ້ຮັບການພັດທະນາ ​ແບບ​ກ້າວ​ກະ​ໂດດທີ່ມີຄຸນນະພາບແລະສີມືໃກ້ຄຽງກັບມາດຕະຖານອາຊຽນ; ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີໄດ້ຖືກນໍາ​ໃຊ້ຢ່າງ​ຕັ້ງໜ້າກາຍ​ເປັນ​ ກໍາລັງການຜະລິດ​ຕົ້ນຕໍ​ແຫ່ງ​ການ​ພັດທະນາທີ່ເຂັ້ມແຂງ, ລະດັບການສຶກສາຂອງປະຊາກອນທຸກ​ຄົນຈົບມັດທະຍົມຂຶ້ນໄປ, ປະຊາຊົນໄດ້ຮັບການບໍລິການດ້ານສາທາລະນະສຸກທີ່ມີຄຸນນະພາບຢ່າງທົ່ວເຖິງ, ມີພາລະໄມທີ່ສົມບູນແລະຖືກຕ້ອງຕາມຫຼັກໂພຊະນາການ, ອາຍຸຍືນສະເລ່ຍສູງຂຶ້ນ, ລະດັບ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ​ແລະຈິດ​ໃຈ​ຂອງ​ປະຊາຊົນ​ບັນດາ​ ເຜົ່າ​ໄດ້​ຮັບ​ການ​ປັບປຸງ-ຍົກ​ລະດັບ ​ດ້ວຍ​ບາດກ້າວ​ທີ່​ໜັກ​ແໜ້ນ, ເປັນເຈົ້າການໃນການຍົກ​ປະສິດທິພາບ​ ການພົວພັນ-ຮ່ວມມື,ເຊື່ອມໂຍງກັບພາກພື້ນແລະສາກົນຢ່າງກວ້າງຂວາງ, ສາມາດແກ້ງແຍ່ງແຂ່ງຂັນໃນດ້ານຕ່າງໆ, ສ້າງ​ທຸກ​ເງື່ອນ​ໄຂ​ໃນ​ການ​ອໍານວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ບໍລິການ​ສົ່ງ​ ອອກຜ່ານປະຕູດຽວ (One Stop Service),ດຶງ​ດູດ​ແຫຼ່ງທຶນ​ແລະ​ເຕັກ​ໂນ​ໂລ​ຊີຈາກ​ຕ່າງປະ​ເທດ​ເຂົ້າ​ມາ​ປຸງ​ ແຕ່ງ​ຜະລິດເປັນ​ສິນ​ຄ້າ​ເພື່ອ​ສົ່ງ​ອອກ, ​ເຊື່ອມຕົວ​ເຂົ້າ​ກັບປະຊາຄົມ​ເສດຖະກິດ​ອາ​ຊຽນ(AEC) ຢ່າງ​ມີ​ໄຫວພິບ ແລະ ມີປະສິດທິ​ຜົນ, ພັດທະນາ​ບໍລິ​ເວນສົ້ນ​ຂົວ​ມິດຕະພາບ​ແຫ່ງ​ທີ່5, ດ່ານ​ນໍ້າ​ອ້ອນ-​ແທ່ງ​ຖຸຍ​ແລະຍົກລະດັບດ່ານທ່າສະອາດ ເປັນດ່ານສາກົນ, ສ້າງ​ເຂດ​ເສດຖະກິດ​ສະ​ເພາະ ຕິດ​ພັນ​ກັບ​ການ​ນໍາໃຊ້ທາງເລກ8A, ທາງ1D, ທາງວຽງ​ທອງ-​ໄຊ​ຈໍາ​ພອນ-​ແທ່ງ​ຖຸຍ ແລະ ເຂດ​ເສດຖະກິດ​ນໍ້າ​ຫງາ​ງ.

+ ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025):

       ຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025) ແມ່ນຍຸດທະສາດສືບຕໍ່ບຸກທະລຸ ເພື່ອຫຼຸດພົ້ນຈາກສະຖານະພາບຄວາມດ້ອຍພັດທະນາຫຼັງປີ 2020, ສ້າງໄລຍະຂ້າມຜ່ານອອກຈາກຄວາມດ້ອຍພັດທະນາຢ່າງສົມບູນໃຫ້ໄດ້ ໃນປີ 2025, ສືບຕໍ່ສ້າງພື້ນຖານໂຄງລ່າງໃຫ້ໜັກແໜ້ນ ເພື່ອກ້າວສູ່ແຂວງທີ່ມີລາຍຮັບປານກາງ ແລະ ສູງ ໃນປີ 2030, ດັ່ງນັ້ນ ໄດ້ກໍານົດທິດທາງລວມ ດັ່ງນີ້:

Ø  ສ້າງບາດກ້າວຂ້າມຜ່ານຄວາມດ້ອຍພັດທະນາ, ລາຍ​ຮັບ​ປານ​ກາງ​ສະ​ເລ່ຍ 4.000ໂດລາສະຫະລັດ ຕໍ່​ຄົນ​ຕໍ່​ປີ ໃນ​ປີ 2025;​ພັດທະນາ​ດ້ານ​ເສດຖະກິດ​ ໃຫ້​ມີ​ຄວາມ​ສົມສ່ວນ​ກັບ​ການ​ພັດທະ​ນາ​ດ້ານວັດທະນະ​ທໍາ-ສັງຄົມ ແລະ ດ້ານ​ສິ່ງ​ແວດ​ລ້ອມ.

Ø  ຮັບປະກັນເຮັດໃຫ້ເສດຖະກິດ​​​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ດ້ວຍຈັງຫວະທີ່ໝັ້ນທ່ຽງ, ຫັນໂຄງ​ປະກອບ​ເສດຖະກິດ​ຕາມ​ທິດ​ຫັນ​ເປັນ​ອຸດສາຫະກໍາ​​ ແລະ ທັນ​ສະ​ໄໝ; ຫັນ​ເປັນ​ເສດຖະກິດ​ພູມ​ປັນຍາ, ສະອາດ ແລະ ປອດສານພິດ; ນໍາ​ໃຊ້​ທ່າ​ແຮງ​​ໄດ້​ປຽບ ຕິດ​ພັນ​ກັບ​ກາລະ​ໂອກາດ​ຂອງ​ພາກ​ພື້ນ ​ແລະ ສາກົນ​ ໃຫ້​ມີ​ປະສິດທິ​ຜົນ​ສູງ.

Ø  ປັບປຸງ​ສະພາບ​ແວດ​ລ້ອມ​​ອໍານວຍ​ຄວາມ​ສະດວກໃຫ້​​ແກ່​ການ​ບໍລິການ​ດ້ານ​ການ​ ຄ້າ, ການ​ລົງ​ທຶນ, ການ​ດໍາ​ເນີນ​ທຸລະ​ກິດ; ​ເພີ່ມ​ທະວີ​ຄວາມ​ສາມາດ​​ແກ່ງ​ແຍ່ງ​ແຂ່ງຂັນ​ ຂອງວິສາຫະກິດຂະໜາດນ້ອຍ, ຂະໜາດກາງ (SME), ລະດົມ​ແຫຼ່ງທຶນຕ່າງໆຈາກ​ທຸກ​ພາກສ່ວນ​ເສດຖະກິດ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ຢ່າງຕັ້ງໜ້າ.

Ø  ​ພົວພັນ-ຮ່ວມ​ມື​ຮອບດ້ານ​​ກັບ​ເພື່ອນ​ມິດ​ຍຸດ​ທະ​ສາດ​ ແລະ​ ບ້ານ​ໃກ້​ເຮືອນ​ຄຽງ, ພັດທະນາ​ຄວາມ​ຮູ້-ຄວາມ​ສາມາດ​ໃນ​ການ​​ແຂ່ງຂັນ-ເຊື່ອມ​ໂຍງ​​, ຍາດ​ແຍ່ງ​ບົດຮຽນ ​ແລະ ​ປະສົບ​ການ​​​ເພື່ອ​ໝູນໃຊ້​ເຂົ້າ​ໃນການ​ບໍລິການ​ທາງ​ຜ່ານ​ໃຫ້​ມີ​ຜົນ​ປະ​ໂຫຍ ​ດສູງ​ສຸດ.

+ ການພັດທະນາດ້ານປະຊາກອນ:

ຮອດ​ປີ2025ຄາດ​ວ່າ​ແຂວງ​ຈະ​ມີ​ພົນລະ​ເມືອງ​ປະມານ333.000 ຄົນ​ດ້ວຍ​ອັດຕາ​ການຂະຫຍາຍຕົວ 1,85%ຕໍ່​ປີ; ໂຄງ​ປະກອບ​ໝວດ​ອາຍຸ​ຂອງ​ປະຊາກອນ: ອາຍຸ 0-4 ປີ ຈະມີປະມານ 32.635 ຄົນ, 5-9ປີ 35.965 ຄົນ, 10-14ປີ 38.630 ຄົນ, 15-19 ປີ 37.960 ຄົນ, 20-24 ປີ 36.630 ຄົນ, 25-59 ປີ 129.870 ຄົນ, ອາຍຸ 60 ປີຂຶ້ນ​ໄປ 21.310 ຄົນ. ໃນ10 ປີຕໍ່ໜ້າ​ຄາດ​ວ່າ​ປະຊາກອນໃນ​ເກນ​ໝວດ​ອາຍຸ: 0-4 ປີ ແລະ 5-9 ປີ ຈະມີຈໍານວນເພີ່ມຂຶ້ນ. ດັ່ງນັ້ນ, ພວກເຮົາຈະຕ້ອງມີການວາງແຜນ ເພື່ອຮອງຮັບຕໍ່ການຂະຫຍາຍຕົວຂອງປະຊາກອນໃນໝວດອາຍຸດັ່ງກ່າວ ເປັນຕົ້ນ: ການບໍລິການວຽກງານແມ່ ແລະ ເດັກ, ສັກຢາກັນພະຍາດ; ການສຶກເດັກກ່ອນໄວຮຽນ, ອະນຸບານ ແລະ ປະຖົມ; ສໍາລັບໝວດອາຍຸ10-14 ປີແລະ15-19 ປີ​ຈະຫຼາຍຂຶ້ນທັງ​ຍິ​ງແລະຊາຍຊຶ່ງພວກ​ເຮົາຈະຕ້ອງ​​ໄດ້ເອົາ​​ ໃຈໃສ່ພັດທະນາດ້ານການສຶກສາຊັ້ນມັດທະຍົມຕົ້ນ, ປາຍແລະສົ່ງ​ເສີມ​ພາກ​ເອກະ​ຊົນ​ລົງ​ທຶນ​ໃສ່ອາຊີວະສຶກສາ​ເພື່ອ​ຮອງ​ຮັບ; ສ່ວນໝວດ​ອາຍຸ25-59 ປີກວມ​ຫຼາຍ​ກວ່າ​ໝູ່ ​ຊຶ່ງ​ເປັນ​​ໄວກໍາລັງ​ແຮງ​ງານ​ຫຼັກ​ແລະໜຸ່ມ​ແໜ້ນ ຊຶ່ງພວກເຮົາຈະຕ້ອງໄດ້ເອົາໃຈໃສ່ພັດທະນາສີມືແຮງງານ, ຍົກລະດັບຄວາມຮູ້-ຄວາມສາມາດ ໃຫ້ທຽບເທົ່າມາດຖານອາຊຽນ, ສ່ວນໝວດອາຍຸ 60 ປີ ຂຶ້ນໄປ ຈະຕ້ອງໄດ້ມີການປະຕິບັດນະໂຍ ບາຍສັງຄົມສົງເຄາະ ທີ່ເໝາະສົມ.

+ ມາດຖານຫຼຸດພົ້ນຈາກສະຖານະພາບຄວາມດ້ອຍພັດທະນາ:

ສຸມ​ໃສ່​​ບັນລຸ​ເງື່ອນ​ໄຂ​ຫຼຸດ​ພົ້ນ​ຄວາມທຸກ​ຍາກໃນປີ 2020​ແລະ ຄວາມ​ດ້ອຍ​ພັດທະນາ​ຫຼັງ​ປີ2025ເຊັ່ນ:

– ລາຍ​ໄດ້​ແຫ່ງ​ຊາດ ​(GNI) ສະ​ເລ່ຍຕໍ່​ຫົວ​ຄົນໃຫ້ໄດ້ປະມານ 2.320ໂດລາສະຫະລັດ.

-ພັດທະນາ​ຊັບ​ສິນ​ມະນຸດ(HAI): ①ອັດຕາການຮຽນຮູ້ໜັງສືຜູ້ໃຫຍ່, ②ອັດຕາການຕາຍຂອງເດັກລຸ່ມ 5 ປີ, ③ອັດຕາເຂົ້າຮຽນລວມ, ④ອັດຕາສ່ວນຂອງປະຊາກອນທີ່ຂາດສານອາຫານ ໃຫ້ໄດ້ສູງກວ່າ 68%.

-ດັດ​ສະ​ນີຄວາມ​ບອບ​ບາງ​ທາງ​ດ້ານ​ເສດຖະກິດ(EVI): ①ສັດສ່ວນປະຊາກອນທີ່ຖືກເຄາະຮ້າຍຈາກໄພພິບັດທໍາມະຊາດ, ②ຄວາມບໍ່ມີສະຖຽນລະພາບທາງດ້ານການຜະລິດກະສິກໍາ, ③ຂະໜາດຂອງປະຊາກອນ, ④ຄວາມຫ່າງໄກຂອງປະເທດທີ່ບໍ່ມີທາງອອກສູ່ທະເລ, ⑤ຄວາມບໍ່ມີສະຖຽນລະພາບຂອງການສົ່ງອອກສິນຄ້າ ແລະ ການບໍລິການ, ⑥ຄວາມບໍ່ຫຼາກຫຼາຍຂອງສິນຄ້າສົ່ງອອກ, ⑦ສັດສ່ວນຂອງຂະແໜງກະສິກໍາ-ປ່າໄມ້ຕໍ່ GDP ໃຫ້ບັນລຸຕໍ່າກວ່າ 32%.

+ ທິດທາງໜ້າທີ່ລວມ, ຄາດໝາຍສູ້ຊົນ ແລະ ໝາກຜົນທີ່ຄາດວ່າຈະບັນລຸ ຂອງແຜນພັດທະນາ​ ເສດຖະກິດສັງຄົມ5ປີຄັ້ງທີIV (2016-2020):

Ø  ຮັບປະກັນເຮັດໃຫ້​ເສດຖະກິດ​ຂະຫຍາຍຕົວ​ດ້ວຍ​ຈັງຫວະ​ທີ່​ໝັ້ນ​ທ່ຽງ​ແລະຕໍ່​ເນື່ອງ 7,8% ຂຶ້ນ​ໄປ.

– ມູນຄ່າເພີ່ມລວມຍອດຜະລິດຕະພັນພາຍໃນ (GDP)ໃນປີ 2020 ບັນລຸໃຫ້ໄດ້ 6.682ຕື້ກີບ ສະເລ່ຍໃສ່ຫົວໃສ່ພົນລະເມືອງ ໃຫ້ໄດ້ 2.730ໂດລາສະຫະລັດ ຫຼື 21.979.000 ກີບ.

– ລາຍ​ໄດ້​ແຫ່ງ​ຊາດ(GNI) ​ສະ​ເລ່ຍຕໍ່​ຫົວ​ຄົນ ໃຫ້ໄດ້ປະມານ 2.320ໂດລາສະຫະລັດ.

– ​ໂຄງ​ປະກອບ​ເສດຖະກິດ: ຂະ​ແໜງ​ກະສິກໍາ​ຂະຫຍາຍຕົວ​​ 3,5% ຕໍ່​ປີ ກວມ36%ຂອງ GDP ຫຼື 2.405,52 ຕື້ກີບ​; ຂະ​ແໜງ​ອຸດສາຫະກໍາ ຂະຫຍາຍຕົວ ​10%ຕໍ່​ປີກວມ 34%ຂອງ GDP ຫຼື 2.271,88 ຕື້ກີບ

ແລະຂະ​ແໜງການ​ບໍລິການ ຂະຫຍາຍຕົວ 8,8% ຕໍ່​ປີ​ກວມ​ 30%ຂອງ GDP ຫຼື  2.004,6 ຕື້ກີບ.

– ສູ້ຊົນເກັບລາຍຮັບເຂົ້າງົບປະມານເພີ່ມຂຶ້ນ ບໍ່ໃຫ້ຫຼຸດ 10%ຕໍ່ປີ (ພູດຂອງແຂວງ 12%ຕໍ່ປີ);ລາຍຈ່າຍໃຫ້ຢູ່ໃນລະດັບ9,59%ຕໍ່ປີແລະ ຂາດດຸນລວມປະມານ 3,27%.

– ສິນຄ້າ​ສົ່ງ​ອອກ​ໃຫ້​ເພີ່ມ​ຂຶ້ນສະ​ເລ່ຍ26,2%ຕໍ່​ປີ, ຂາ​ເຂົ້າບໍ່​ເກີນ30%ຕໍ່​ປີ​ແລະຂາດດຸນການຄ້າສະເລ່ຍປະມານ 3,8% ຕໍ່​ປີ.

– ສູ້ຊົນຜະລິດເຂົ້າໃຫ້ໄດ້ 157.000 ໂຕນ ສະເລ່ຍເຂົ້າກິນ 457 ກິໂລຕໍ່ຄົນຕໍ່ປີ.

– ຂະຫຍາຍຝູງສັດໃຫ້ໄດ້ສະເລ່ຍປະມານ3%ໃນນັ້ນ: ງົວ 2%, ຄວາຍ 1%, ໝູ 4%, ແບ້ 4%,ສັດປີກ 3%ລ້ຽງປາ ແລະ ສັດນໍ້າ 4-5%ຕໍ່ປີ.

– ປັບປຸງ ແລະ ສົ່ງເສີມການລ້ຽງສັດເປັນກຸ່ມ, ເປັນຟາມ ໃຫ້ກວມ 15%ຂອງຝູງສັດແຕ່ລະປະເພດ.

– ສົ່ງເສີມການປູກຜັກສະອາດ, ປອດສານພິດ ເປັນມິດກັບສິ່ງແວດລ້ອມ ໃຫ້ໄດ້ 25 ເຮັກຕາ.

– ສົ່ງເສີມການປູກໄມ້ ໃຫ້ໄດ້ 1.000 ເຮັກຕາຕໍ່ປີ, ເກັບແກ່ນໄມ້ ໃຫ້ໄດ້ 1.000 ກິໂລຕໍ່ປີ ແລະ ກ້າເບ້ຍໄມ້ 1 ລ້ານເບ້ຍຕໍ່ປີ.

– ປັບປຸງລະບົບຊົນລະປະທານຖາວອນ ໃຫ້ໄດ້ 37 ແຫ່ງ, ຄອງເໝືອງ 36.000 ແມັດ, ສະໜອງນໍ້າໃຫ້ໄດ້ 10.056 ເຮັກຕາ ໃນນັ້ນ: ລະດູແລ້ງ 7.800 ເຮັກຕາ (ນາແຊງ ແລະ ພືດ); ຂະຫຍາຍເນື້ອທີ່ນາໃໝ່ ເຂດພູຄໍາ, ຊຽງລື ແລະ ດອນຊາດ ໃຫ້ໄດ້ 600 ເຮັກຕາ.

– ປັບປຸງ, ສ້ອມແປງ ແລະ ກໍ່ສ້າງ ຂົວ-ທາງ ໃຫ້ໄດ້ມາດຕະຖານຂອງອາຊຽນ.

– ຂະຫຍາຍລະບົບນໍ້າປະປາໃຫ້ໄດ້ 50%ຂອງທຸກໆເທດສະບານເມືອງ ແລະ ບ້ານໃຫຍ່.

– ສູ້ຊົນສ້າງມູນຄ່າຈໍລະຈອນສິນຄ້າພາຍໃນແຂວງ ໃຫ້ໄດ້ 656ຕື້ກີບ, ມູນ​ຄ່າ​ການ​ສົ່ງ​ອອກ​ໃຫ້​ຂະຫຍາຍ ຕົວແລະ​ເພີ່ມ​ຂຶ້ນສະ​ເລ່ຍ160 ຕື້ກີບຕໍ່​ປີ, ຂາ​ເຂົ້າ224 ຕື້ກີບຕໍ່ປີ, ດຸນການຄ້າປະມານ64 ຕື້ກີບ ແລະ ສິນ​ຄ້າ​ຜ່ານ​ປະມານ208 ຕື້ກີບຕໍ່​ປີ.

– ສູ້ຊົນໃຫ້ການກໍ່ສ້າງເຂື່ອນໄຟຟ້າ ສໍາເລັດ 2 ແຫ່ງ,  ເຮັດໃຫ້ອັດຕາການຊົມໃຊ້ໄຟຟ້າຖາວອນ ກວມ 98%ຂອງຄົວເຮືອນທັງໝົດ.

– ສູ້ຊົນດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມແຂວງບໍລິຄໍາໄຊ ໃຫ້ໄດ້ປະ ມານ 140.000 ຄົນຕໍ່ປີ.

– ຂະຫຍາຍຕາໜ່າງ ແລະ ການບໍລິການໂທລະຄົມ ໄປສູ່ຊົນນະບົດ ແລະ ເຂດຫ່າງໄກ ໃຫ້ກວມ 100%ຂອງຈໍານວນບ້ານໃນທົ່ວແຂວງ, ການຊົມໃຊ້ໂທລະສັບ ສະເລ່ຍໃສ່ປະຊາກອນໃຫ້ໄດ້ 90/100 ຄົນ.

– ສ້າງກຸ່ມການຜະລິດ, ການບໍລິການ ແລະ ເສດຖະກິດຮ່ວມມືຂອງປະຊາຊົນໃຫ້ກວມທຸກເມືອງ.

– ສ້າງບ້ານປອດຄະດີ ໃຫ້ໄດ້ 99%, ຄອບຄົວປອດຄະດີ ໃຫ້ໄດ້ 95%.

– ສູ້ຊົນສ້າງສວນສາທາລະນະ ໃນເທດສະບານແຂວງ ໃຫ້ໄດ້ 1 ແຫ່ງ, ເຮັດໃຫ້ເມືອງປາກຊັນ ເປັນເມືອງສີຂຽວ, ສະອາດ ແລະ ມີຊີວິດສົດຊື່ນ.

 – ຟື້ນຟູ, ບູລະນະ ແລະ ປົກປັກຮັກສາເນື້ອທີ່ປ່າໄມ້ ໃຫ້ກວມ 70%ຂອງເນື້ອທີ່ທັງໝົດໃນທົ່ວແຂວງ.

– ຈັດສັນ, ຄຸ້ມຄອງ, ກວດກາ ແລະ ຫຼຸດຜ່ອນຜົນກະທົບຕໍ່ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫັນເປັນວຽກຂອງປວງຊົນຕິດພັນກັບການດຳລົງຊີວິດ ແລະ  ສ້າງລາຍຮັບທີ່ໝັ້ນຄົງ ເພື່ອແກ້ໄຂຄວາມທຸກຍາກ.

v  ດ້ານສັງຄົມ ແລະ ເປົ້າໝາຍສະຫັດສະຫວັດດ້ານການພັດທະນາໃໝ່ (SMDGs):

– ຄາດ​ວ່າ​ແຂວງ​​ຈະ​ມີ​ພົນລະ​ເມືອງ​ປະມານ303.845ຄົນ​ດ້ວຍ​ອັດຕາ​ການຂະຫຍາຍຕົວ1,85%ຕໍ່​ປີ.

– ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍ ໃຫ້ໄດ້ 5 ບ້ານ, ລຶບລ້າງບ້ານທຸກຍາກໃຫ້ໄດ້ 100%, ອັດຕາຄວາມທຸກຍາກຂອງຄອບຄົວ ໃຫ້ຍັງເຫຼືອໜ້ອຍກວ່າ 2%.

– ບ້ານພັດທະນາໃຫ້ກວມ 85% ຂຶ້ນໄປ, ປະກາດເມືອງໄຊຈໍາພອນ ແລະ ແຂວງພົ້ນທຸກ ໃນປີ 2020.

– ປັບປຸງ ແລະ ກໍ່ສ້າງໂຮງຮຽນວິຊາຊີບຂອງພາກລັດ ແລະ ເອກະຊົນ ໃຫ້ໄດ້ທຽບເທົ່າມາດຕະຖານອາຊຽນ.

– ສູ້ຊົນເຮັດໃຫ້ອັດຕາເຂົ້າຮຽນຂອງເດັກ 3-5 ປີ ບັນລຸ 55%ຂຶ້ນໄປ.

– ສູ້ຊົນເຮັດໃຫ້ອັດຕາປະລະ ແລະ ຄ້າງຫ້ອງໃນທຸກຊັ້ນຮຽນບໍ່ໃຫ້ເກີນ 2%.

– ສູ້ຊົນເຮັດໃຫ້ອັດຕາການລອດເຫຼືອໃນຊັ້ນປະຖົມບັນລຸ 95% ຂຶ້ນໄປ.

– ສືບຕໍ່ເຮັດໃຫ້ອັດຕາເຂົ້າຮຽນຊັ້ນປະຖົມບັນລຸ 99%ຂຶ້ນໄປ, ຊັ້ນມັດທະຍົມຕົ້ນ 95%ແລະ ມັດທະຍົມປາຍ ໃຫ້ບັນລຸ 65%ຂຶ້ນໄປ.

– ສູ້ຊົນປະກາດແຂວງຈົບຊັ້ນມັດທະຍົມຕົ້ນບໍາລຸງ ແລະ ລົບລ້າງພະຍາດໝາກແດງ ໃນປີ 2017.

– ສູ້ຊົນເຮັດໃຫ້ດັດສະນີຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ໃນທຸກຊັ້ນຮຽນ ເທົ່າ 1.

– ສ້າງຂະບວນການກິລາ-ກາຍຍະກໍາ ໃຫ້ກາຍເປັນຂອງທົ່ວປວງຊົນ.

– ສ້າງ ແລະ ປັບປຸງ ໂຮງໝໍຂອງລັດ ໃຫ້ໄດ້ທຽບເທົ່າມາດຕະຖານອາຊຽນ.

– ສູ້ຊົນໃຫ້ປະຊາຊົນເຂົ້າເຖິງລະບົບປະກັນສຸຂະພາບກວມ 80% ຂຶ້ນໄປ.

-​ ສືບຕໍ່ເຮັດໃຫ້ອັດຕາສ່ວນການຂາດສານອາຫານ ແລະ ອັດຕາສ່ວນການຕາຍຂອງເດັກອາຍຸຕໍ່າກວ່າ 1 ປີ, 5 ປີ ໃຫ້ໄດ້ເກີນມາດຕະຖານ.

– ສືບຕໍ່ເຮັດໃຫ້ອັດຕາການຕາຍຂອງແມ່ ບໍ່ໃຫ້ເກີນ 30 ຄົນ ຕໍ່ເດັກເກີດມີຊີວິດ 100.000 ຄົນ.

– ສືບຕໍ່ເຮັດໃຫ້ອັດຕາການຊົມໃຊ້ນໍ້າສະອາດ ແລະ ອັດຕາການຊົມໃຊ້ວິດຖ່າຍ ໃຫ້ໄດ້95%.

– ສ້າງບ້ານສາທາລະນະສຸກແບບຢ່າງ ໃຫ້ໄດ້ 95%, ຄອບຄົວສາທາລະນະສຸກແບບຢ່າງໃຫ້ໄດ້ 90%.

– ສ້າງບ້ານວັດທະນະທໍາໃຫ້ໄດ້ຕື່ມ 72 ບ້ານ, ຄອບຄົວວັດທະນະທໍາໃຫ້ໄດ້ 85%, ສ້າງກົມກອງວັດທະນະທໍາໃຫ້ໄດ້ 2 ກົມກອງ ແລະ 1 ເມືອງ.

About admin11