ຍຸດທະສາດ ແລະ ນະໂຍບາຍການລົງທຶນ

+ ເງື່ອນໄຂ ແລະ ຄວາມສະ ດວກໃນການລົງທືນ

ແຂວງບໍລິຄໍາໄຊ ໄດ້ເອື້ອອໍານວຍ ດ້ານການລົງທືນໂດຍກົນໄກ ຜ່ານລະບົບປະຕູດຽວ ບົນພື້ນຖານຕ່າງຝ່າຍ ຕ່າງມີຜົນປະໂຫຍດ. ເຂດໃນຄວາມຮັບຜິດຊອບ ການອະນຸຍາດການລົງທືນ ແຂວງສາມາດອອກອະນຸຍາດ 5 ລ້ານໂດລ່າ ລົງມາ ສ່ວນມູນຄ່າ 5 ລ້ານໂດລ່າ ຂື້ນໄປແມ່ນເຂດອະນຸຍາດຂອງ ຄລກ ສູນກາງ. ຜູ້ລົງທືນສາມາດລົງທືນໄດ້ໃນທຸກຂະແໜງການເຊັ່ນ: ດ້ານອຸດສາຫະກໍາ, ກະສິກໍາ, ຄົມມະນາຄົມຂົນສົ່ງ, ກໍ່ສ້າງ, ທ່ອງທ່ຽວ ແລະ ການບໍລິການອື່ນໆ. ຮູບການລົງທືນຜູ້ລົງທືນສາມາດລົງທືນໄດ້ 3 ຮູບການຄື: ການລົງທືນຝ່າຍດຽວຂອງຜູ້ລົງທືນພາຍໃນ ຫຼື ຕ່າງປະເທດ. ການລົງທືນແບບຮຸ້ນສ່ວນ ລະຫວ່າງ ຜູ້ລົງທືນພາຍໃນກັບຕ່າງປະເທດ. ການລົງທືນທຸລະກິດຮ່ວມຕາມສັນຍາ

+ ຜູ້ລົງທືນຈະໄດ້ຮັບຜົນປະໂຫຍດ

–       ຈະໄດ້ຮັບການປົກປ້ອງຈາກລັດຕາມລະບຽບກົດໝາຍ.

–       ເປັນເຈົ້າກໍາມະສິດຕໍ່ວັດຖຸ-ຊັບສິນ ຜົນປະໂຫຍດຈາກການລົງທືນ.

–       ມີສິດເຊົ່າ ແລະ ໂອນຜົນປະໂຫຍດຈາກການເຊົ່າ.

–       ໄດ້ຮັບອະນຸຍາດຊື້ສິດນໍາໃຊ້ທີ່ດິນຈາກລັດເພື່ອປຸກສ້າງທີ່ຢູ່ອາໃສ ຫຼື ສະຖານທີ່ດໍາເນີນທຸລະກິດ.

–       ໄດ້ຮັບການຊ່ວຍເຫຼືອ ຫຼື ການແນະນໍາຈາກລັດທາງດ້ານວິຊາການ.

–       ໄດ້ຮັບການອໍານວຍຄວາມສະດວກຈາກລັດໃນການຜະລິດ ແລະ ດໍາເນີນທຸລະກິດ.

–       ຈະໄດ້ຮັບຄວາມສະດວກໃນການເຂົ້າ-ອອກ ພັກເຊົາຂອງຜູ້ລົງທືນ, ຄົນງານລວມທັງຄອບຄົວຂອງຜູ້ລົງທືນຕ່າງປະເທດ.

–     ຜູ້ລົງທືນສາມາດສົ່ງລາຍໄດ້ ແລະ ທືນຈາກການລົງທືນຂອງຕົນກັບຄືນປະເທດໂດຍຜ່ານທະນາຄານຂອງ ສປປ ລາວ ພາຍຫຼັງເສຍອາກອນລາຍໄດ້ ແລະ ຄ່າທໍານຽມຕ່າງໆ.

+ ດ້ານນະໂຍບາຍ

–  ນັກລົງທືນທີ່ລົງທືນໃນເຂດ I ຈະໄດ້ຮັບການຍົກເວັ້ນອາກອນກໍາໄລເປັນໄລຍະເວລາ 7 ປີ ຫຼັງຈາກນັ້ນຈະເສຍອາກອນກໍາໄລໃນອັດຕາ 10%.

–  ນັກລົງທືນທີ່ລົງທືນ ໃນເຂດ II ຈະໄດ້ຮັບການຍົກເວັ້ນອາກອນກໍາໄລເປັນເວລາ 5 ປີ ຫຼັງຈາກນັ້ນຈະໄດ້ເສຍອາກອນກໍາໄລໃນອັດຕາຫຼຸດຜ່ອນເຄິ່ງໜຶ່ງຂອງ 15% ໃນໄລຍະ 3 ປີ ຫຼັງຈາກນັ້ນໄດ້ເສຍອາກອນກໍາໄລເຕັມອັດຕາ 15%.

–     ນັກລົງທືນທີ່ລົງທືນ ໃນເຂດ III ຈະໄດ້ຮັບການຍົກເວັ້ນອາກອນກໍາໄລເປັນເວລາ 2 ປີ ຫຼັງຈາກນັ້ນຈະໄດ້ເສຍອາກອນກໍາໄລໃນອັດຕາຫຼຸດຜ່ອນເຄິ່ງໜຶ່ງຂອງ 20% ໃນໄລຍະ 2 ປີ ຫຼັງຈາກນັ້ນໄດ້ເສຍອາກອນກໍາໄລເຕັມອັດຕາ 20%.

+ ການເຊົ່າ ແລະ ສໍາປະທານທີ່ດິນ

ຄະນະກໍາມະການຄຸ້ມຄອງການລົງທືນຂັ້ນແຂວງສາມາດອະນຸມັດເນື້ອທີ່ດິນໃຫ້ເຊົ່າ ແລະ ສໍາປະທານໃນເນື້ອທີ່ 30-50 ຮຕ ຕໍ່ກິດຈະການສໍາປະທານ.

–     ເນື້ອທີ່ດິນປ່າໄມ້ຊຸດໂຊມບໍ່ສາມາດຟື້ນຟູດ້ວຍຕົນເອງ ໄດ້ 150 ຮຕ.

–     ດິນປອກໂລ້ນ 500 ຮຕ.

–     ຄ່າເຊົ່າ ແລະ ສໍາປະທານ ແມ່ນຂື້ນກັບເຂດ ແລະ ປະເພດຂອງໂຄງການ ແລະ ກິດຈະກໍາ, ຊຶ່ງໄດ້ກໍານົດໄວ້ໃນລັດຖະບັນຍັດເລກທີ່ 02/ປປທ ລົງວັນທີ່ 18 ພະຈິກ 2009 ແລະ ດໍາລັດເລກທີ່ 135/ນຍ ລົງວັນທີ່ 25/5/2009.

+ ການເກັບຄ່າເຊົາ ແລະ ສໍາປະທານ

–       ເລີ່ມແຕ່ປີໄດ້ຮັບຜົນຜະລິດ ແລະ ມື້ຮັບການບໍລິການເປັນຕົ້ນໄປ.

–       ນັກລົງທືນມີສິດຊື້ທີ່ດິນໄດ້ເພື່ອປຸກຫ້ອງການໃນເຂດສໍາປະທານໄດ້ໃນເນື້ອທີ່ທີ່ຕົນເອງສໍາປະທານໃນ 800 ຕາແມັດ ສາມາດໄປຄໍ້າປະກັນໄດ້ ແລະ ມີອາຍຸຕາມການສໍາປະທານແລ້ວສົ່ງຄືນໃຫ້ລັດ.

–       ການຍົກເວັ້ນຄ່າເຊົ່າ ແລະ ສໍາປະທານທີ່ດິນແມ່ນບັນດາໂຄງການທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທືນເຊັ່ນ: ສ້າງໂຮງໝໍ, ໂຮງຮຽນ, ສູນຄົ້ນຄວ້າ, ບາງກິດຈະການສາທາລະນະປະໂຫຍດ ເຂດ 1: 15 ປີ, ເຂດ 2: 10ປີ, ເຂດ 3: 3ປີ.

+ ທິດທາງພັດທະນາເສດຖະກິດ-ສັງຄົມ 2011-2015 ແລະ 2020

–       ໃນແຜນການລົງທືນ 5 ປີຄັ້ງທີ່ III ຕ້ອງເຮັດໃຫ້ການລົງທືນມີປະສິດທິຜົນຢ່າງພົ້ນເດັ່ນໂດຍສະເພາະການລົງທືນຂອງລັດ ແຂວງມີຄວາມຕ້ອງການທືນເຂົ້າໃສ່ການລົງທືນທັງໝົດ 701 ໂຄງການ, ມູນຄ່າ 5.553 ຕື້ກີບ. ແຕ່ຄາດຄະເນຄວາມສາມາດໃນການລົງທືນໄດ້ທັງໝົດປະມານ 3.501 ຕື້ກີບ, ສ່ວນເຫຼືອຈະໄດ້ຈັດເຂົ້າແຜນລົງທືນ 5 ປີ ຕໍ່ໄປ(2016-2020).

–       ໃນນັ້ນສຸມໃສ່ການພັດທະນາພື້ນຖານໂຄງລ່າງທາງດ້ານເສດຖະກິດ-ສັງຄົມຢູ່ຊົນນະບົດເປັນຕົ້ນ ສ້າງ ແລະ ຂະຫຍາຍເສັ້ນທາງ, ລະບົບຊົນລະປະທານ, ເໝືອງຝາຍຂະໜາດຕ່າງໆ, ຕາໜ່າງໂທລະຄົມມະນາຄົມ, ລະບົບໄຟຟ້າ, ໂຮງຮຽນ, ສຸກສາລາ ແລະ ລະບົບຂົນສົ່ງໂດຍສານ, ນອກຈາກນັ້ນກໍ່ແມ່ນການກໍານົດໂຄງການບູລິມະສິດຜະລິດເປັນສິນຄ້າຂອງແຂວງເຊັ່ນ: ປູກເຂົ້າ, ສາລີ, ັມນຕົ້ນ, ລ້ຽງສັດ, ຫັດຖະກໍາ ແລະ ທ່ອງທ່ຽວ.

+ Mega project ທີ່ຕ້ອງຈັດຕັ້ງປະຕິບັດ

–       ສ້າງທາງເວັ້ນຕົວເມືອງປາກຊັນ ແຕ່ທາງແຍກນໍ້າງຽບຫາທາງແຍກຫຼັກ 4 ປະມານ 20 ກິໂລແມັດ.

–       ຈັດວາງຜັງເມືອງ, ພັດທະນາຕົວເມືອງໃໝ່ຢູ່ເທດສະບານແຂວງ.

–     ສໍາຫຼວດຂໍ້ມູນ, ສ້າງຂົວຂ້າມນໍ້າຂອງປາກຊັນ-ບຶງການເຊື່ອມຕໍ່ອານຸພາກພື້ນ ໂດຍຜ່ານເສັ້ນທາງ 4B, 1D ອອກສູ່ ສສ ຫວຽດນາມ, ສ້າງເສັ້ນທາງໃຫ້ເຊື່ອມຈອດກັນແຕ່ເມືອງວຽງທອງ-ໄຊຈໍາພອນ ຍາວ 73 ກິໂລແມັດ, ໄຊຈໍາພອນ-ນໍ້າອອ້ນ ຍາວ 60 ກິໂລແມັດ, ແຕ່ໂພນງາມຫາຊາຍແດນ ເວວ ຍາວ 42 ກິໂລແມັດ, ກໍ່ສ້າງເສັ້ນທາງລຽບຊາຍແດນບໍລິຄໍາໄຊ-ຮ່າຕິ່ງ ແລະ ເຫງະອານ, ເສັ້ນທາງເລກທີ່ 11 ລຽບແຄມຂອງເຊື່ອມຕໍ່ບໍລິຄໍາໄຊ ຫາ ຄໍາມ່ວນ, ນອກຈາກກໍ່ສ້າງ ຊປທ ນໍ້າຊຸນ ໃຫ້ສໍາເລັດໃນປີ 2013 ຊົນລະປະທານແຫ່ງດັ່ງກ່າວສາມາດຫົດເນື້ອທີ່ໄດ້ 1.500 ha .

–     ສໍາຫຼວດນໍ້າໃຕ້ເຂື່ອນນໍ້າງຽບ 1 ເຂດ 4 ຕົວເມືອງ ຫົດເນື້ອທີ່ໄດ້ 50.000 ha, ນໍ້່າໃຕ້ເຂື່ອນນໍ້າທວາຍຫົດເນື້ອທີ່ໄດ້ 5000 ha, ຊົນລະປະທານນໍ້າໝາງສາມາດຫົດເນື້ອທີ່ໄດ້ 1.400 haແລະ ຊົນລະປະທານນໍ້າຈອຍຫົດເນື້ອທີ່ໄດ້ 1.400 ha.

–     ຂະຫຍາຍໄຟຟ້າອອກສູ່ຊົນນະບົດ ແລະ ກໍ່ສ້າງສາຍສົ່ງໄຟຟ້າ ແຕ່ວຽງທອງ-ໄຊຈໍາພອນ-ກໍ່ສ້າງເຂື່ອນໄຟຟ້ານໍ້າມັງ 1, ນໍ້າງຽບ 1, ນໍ້າງຽບເມືອງໃໝ່, ນໍ້າຊັນ 2, ນໍ້າມ່ວນ, ເທີນ 1, ເທີນຫີນບູນພາກຂະຫຍາຍ, ເທີນ 4, ສຶກສາຄວາມເປັນໄປໄດ້ໃນການສ້າງເຂື່ອນຢູ່ຕາມສາຍນໍ້າຕ່າງໆຢູ່ພາຍໃນແຂວງ.

–     ສົ່ງເສີມການສ້າງຕັ້ງໂຮງຮຽນສາມັນ, ໂຮງຮຽນອາຊີວະສຶກສາຊັ້ນຕ່າງໆ ຂອງພາກເອກະຊົນ ຢູ່ພາຍໃນແຂວງໃຫ້ຫຼາຍຂື້ນ.

–     ກໍ່ສ້າງລະບົບນໍ້າສະອາດໃຫ້ປະຊາຊົນໄດ້ຊົມໃຊ້ກວມ 80%.

+ ການສົ່ງເສີມການລົງທືນພາກເອກະຊົນໃນຊຸມປີຕໍ່ໜ້າ

ແຂວງບໍລິຄໍາໄຊ ຈະສຸມໃສ່ສ້າງສະພາບແວດລ້ອມທີ່ເອື້ອອໍານວຍແກ່ການລົງທືນເພື່ອດຶງດູດເອົາການລົງທືນພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ປະມານ 1.529,35 ຕື້ກີບ, ສະເລ່ຍປະມານ 38,28% ຂອງການລົງທືນລວມ ເພື່ອບັນລຸຄາດໝາຍດັ່ງກ່າວແຂວງໄດ້ກໍານົດເຂດພັດທະນາ ແລະ ສົ່ງເສີມພາກເອກະຊົນເປັນຜູ້ລົງທືນ, ບັນດາເຂດທີ່ມີການຈັດສັນແລ້ວໃຫ້ມີການລົງທືນໃນກິດຈະກໍາຕ່າງໆເຊັ່ນ:

ໃນຂະແໜງປຸງແຕ່ງຜະລິດຕະພັນກະສິກໍາ ເປັນຕົ້ນໂຮງງານຜະລິດແປ້ງມັນຕົ້ນ, ໂຮງງານຢາງພາລາ, ໂຮງງານກະປ໋ອງພຶດຜັກ, ໝາກໄມ້, ໂຮງງານອົບແຫ້ງເມັດເຂົ້າ ແລະ ພືດສະບຽງອາຫານ.

–     ສ້າງບໍລິສັດທ່ອງທ່ຽວຮູບແບບ HOME STAY ຕິດພັນກັບການດໍາລົງຊີວິດຂອງຊົນເຜົ່າ, ທ່ອງທ່ຽວທໍາມະຊາດຮູບແບບອານຸລັກ ແລະ ພັດທະນາແຫຼ່ງທ່ອງທ່ຽວຕາດຍອງ, ຕາດຊາຍ, ຕາດຟານ, ຕາດນໍ້າປາ, ຖໍ້າມັງກອນ, ຖໍ້າຜານາງຮ້ອງ, ຖໍ້ານາງຜົມຫອມ, ສ້າງສະລອຍນໍ້າ, ສວນສະໜຸກຄົບວົງຈອນ, ສະໜາມກ໋ອຟ, ບັນດາກິດຈະການບັນເທີງຕ່າງໆ, ສ້າງສູນ ແລະ ເປີດງານວາງສະແດງສິນຄ້າ ODOP, OTOP ຕິດພັນກັບເທສະການທ່ອງທ່ຽວ, ສ້າງສະຖານີຂົນສົ່ງໂດຍສານ, ລະບົບສາງພັກ ສິນຄ້າ ແລະ ຄ່ຽນຖ່າຍ, ບໍລິສັດບໍລິການຂົນສົ່ງສິນຄ້າຜ່ານແດນ-ສິນຄ້າພາຍໃນ.

+ ກໍານົດເຂດເສດຖະກິດພິເສດ ແລະ ເຂດຈຸດສຸມພັດທະນາຂອງແຂວງ

  ເຂດເສດຖະກິດພິເສດວຽງຄໍາ-ທ່າສະອາດ.

– ມີເນື້ອທີ່ທັງໝົດ 4.585,622 ຮຕ , ໃນເຂດດັ່ງກ່າວນີ້ແມ່ນສະພາບແວດລ້ອມໄດ້ເອື້ອອໍານວຍຫຼາຍດ້ານເພາະເປັນທາງຜ່ານລະຫວ່າງນະຄອນຫຼວງວຽງຈັນລົງສູ່ບັນດາແຂວງພາກໃຕ້ ແລະ ເປັນເຂດທາງຜ່ານທີ່ໃກ້ທີ່ສຸດລະຫວ່າງປະເທດໄທອອກສູ່ ສສ ຫວຽດນາມ ໂດຍຜ່ານເສັ້ນທາງເລກ 8 ດັ່ງນັ້ນການລົງທືນໃນເຂດນີ້ເໝາະສົມແກ່ການລົງທືນ ດ້ານການຄ້າບໍລິການ, ຮ້ານສັບພະສິນຄ້າ, ການທ່ອງທ່ຽວ, ໂຮງແຮມ ແລະ ອື່ນໆ.

ເຂດບໍລິການນໍ້າຫງາງ  ກໍ່ເປັນເຂດໜຶ່ງທີ່ເປັນທ່າແຮງໃຫ້ແກ່ການພັດທະນາເຂດດັ່ງກ່າວນີ້ມີຄວາມແຕກຕ່າງກັບເຂດກັບເຂດຈຸດສຸມພັດທະນາຫຼາຍເຂດ ເພາະວ່າເປັນເຂດທີ່ຕັ້ງຢູ່ລະຫວ່າງກາງເທດສະບານເມືອງຄໍາເກີດກັບດ່ານສາກົນນໍ້າພາວ-ເກົ່າແຈ່ວ ເໝາະສົມກັບການສ້າງສູນບໍລິການດ້ານການຄ້າ ແລະ ການບໍລິການເຊັ່ນວ່າ: ພັດຕະຄານ, ຮ້ານອາຫານ, ຮ້ານບັນເທີງ, ໂຮງແຮມ, ເຮືອນພັກ ແລະ ສາງເກັບໄວ້ເຄື່ອງໃນເຂດດັ່ງກ່າວນີ້ລວມມີເນື້ອທີ່ທັງໝົດ 294,7 ຮຕ.

–  ເຂດບໍລິການ ການຄ້າ ເທດສະບານຫຼັກ 20

ທີ່ຕັ້ງໂຄງການ: ກິໂລແມັດ ທີ່ 109 ເສັ້ນທາງເລກ 8 A ບ້ານທົ່ງຈະເລີນເນື້ອທີ່ທັງໝົດ 80,849 ຮຕ.

ເຂດບໍລິການທ່ອງທ່ຽວບ້ານວັດທະນະທໍາ

ມີທີ່ຕັ້ງຢູ່ກິໂລແມັດທີ່ 91 ເສັ້ນທາງເລກ 8 Aເນື້ອທີ່ທັງໝົດ 193 ຮຕ ໂຄງການນີ້ໄດ້ກໍານົດເອົາເປັນເຂດທ່ອງທ່ຽວອານຸລັກທາງດ້ານວັດທະນະທໍາເຊັ່ນ: ສ້າງຫໍວາງສະແດງມູນເຊື້ອ, ຜະລິດຕະພັນທີ່ເປັນເອກະລັກ ທາງດ້ານວັດທະນະທໍາ, ຂອງເຜົ່າ ແລະ ທ່ອງທ່ຽວທໍາມະຊາດຜານາງຮ້ອງ.

ເຂດພັດທະນາປາກນໍ້າຊັນ.

ກໍ່ເປັນເຂດໜຶ່ງທີ່ມີຄວາມສວຍງາມທາງທໍາມະຊາດ ມີນໍ້າຊັນ ແລະ ນໍ້າຂອງໄຫຼຈອດເຂົ້າຫາກັນເປັນຈຸດປະກາຍເປັນນໍ້າສອງສີໃນຂົງເຂດດັ່ງກ່າວນີ້ແມ່ນມີຄວາມຕ້ອງການໃນການລົງທືນເຊັ່ນ: ສວນສາທາລະນະ, ສະໜາມກ໋ອຟ, ສະລອຍນໍ້າ, ສູນອອກກໍາລັງກາຍຄົບວົງຈອນ, ຮ້ານຄ້າ, ຮ້ານບັນເທີງ, ໂຮງແຮມລະດັບ 5 ດາວ ແລະ ພັດຕະຄານຮ້ານອາຫານ ໂຄງການດັ່ງກ່າວນີ້ແມ່ນເປັນຈຸດທີ່ມີຄວາມໂດດເດັ່ນ ເພາະວ່າເປັນເຂດທີ່ຢູ່ໃນຊຸມຊົນທີ່ໜາແໜ້ນເໝາະສົມກັບການຜັກຜ່ອນຢ່ອນອາລົມໃນນອກໂມງການເຂດນີ້ມີເນື້ອທີ່ທັງໝົດ ປະມານ 300 ຮຕ.

– ເຂດພັດທະນາຕົວເມືອງໃໝ່

ເນື້ອທີ່ຂອບເຂດໂຄງການປະມານ 1.000 ຮຕ ແຂວງ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ກໍາລັງກະກຽມສໍາຫຼວດເສັ້ນທາງເວັ້ນເມືອງ ແລະ ເສັ້ນທາງລົດໄຟຂະໜານກັບເຂດພັດທະນາ.

– ເຂດບໍລິການການຄ້າສົ້ນຂົວນໍ້າຂອງ

ທີ່ຕັ້ງໂຄງການກິໂລແມັດທີ່ 136 ເສັ້ນທາງ 13 ໃຕ້ ບ້ານກ້ວຍ ເນື້ອທີ່ທັງໝົດ ປະມານ 20 ຮຕ ຄວາມຕ້ອງການໃນການລົງທືນສູນບໍລິການດ້ານການຄ້າ, ຮ້ານຄ້າປອດພາສີ, ສວນສະໜຸກຄົບວົງຈອນ, ສາງພັກສິນຄ້າ ແລະ ອື່ນໆ

– ເຂດພັດທະນາເສດຖະກິດຈຸດສຸມທ່າສີ

ທີ່ຕັ້ງໂຄງການ ກິໂລແມັດທີ່ 78 ເສັ້ນທາງ 4 B, ແຍກ 1 D, ເນື້ອທີ່ທັງໝົດ ປະມານ 300 ຮຕ ຄວາມຕ້ອງການການລົງທືນມີຄື: ໂຮງງານຜະລິດແປ້ງມັນຕົ້ນ, ໂຮງງານຢາງພາລາ, ໂຮງງານກະປ໋ອງພືດຜັກ, ໝາກໄມ້, ໂຮງງານອົບແຫ້ງເມັດເຂົ້າ ແລະ ພືດສະບຽງອາຫານ ແລະ ການເຮັດການບໍລິການອື່ນໆ.

– ເຂດບໍລິການການຄ້າດ່ານນໍ້າອອ້ນ

ທີ່ຕັ້ງໂຄງການ: ບ້ານສົບເຕີງ ເນື້ອທີ່ທັງໝົດ 22 ຮຕ ຄວາມຕ້ອງການການລົງທືນມີຄື: ໂຮງງານຜະລິດແປ້ງມັນຕົ້ນ, ກະປ໋ອງພືດຜັກ, ໝາກໄມ້, ສູນບໍລິການດ້ານການຄ້າ.

Investment policy and strategy

Bolikhamxay province encourages and provides various favourable facilities and conditions for investment through one-stop service mechanism based on mutual interest. The relevant management committee in the province is capable to approve an investment maximum up to USD 5 million, while the central committee authorizes from than 5 million up. Any investor has choices investing on own preferred sectors, for instance industry, agriculture, communication, transport, construction, tourism, and services. There are 3 modes of investment including a single-party (domestic and foreign), partnership between domestic investor with foreign one, and contracted business investment.

The following benefits are provided to investors:

  • Protection by the Lao Government according to the rule of law.
  • Ownership of property and materials from own investments.
  • Right to rent and transfer assets.
  • Right to purchase land for constructing residential and commercial facilities.
  • Technical advice and assistance by the relevant government authority.
  • Facilitation from the government in terms of production and business running.
  • Facilitation of settling in Laos, including the stays of the investor himself/herself, personnel and his/her families in Laos.
  • Right to remit own profits and funds back his/her country via a Lao commercial bank after clearing taxes and fees.

Investment Policy:

  • Exemption from profit tax for 7 years, but then pays only 10% if investing within the zone 1 (non-basic infrastructure and various facility of an area).
  • Exemption of 5 years of paying profit tax, and then pay only half of 15% for three consecutive years, hence paying a full percentage of 15% onwards if investing within the zone 2 (not much of basic infrastructure and various facility provided in such an area).
  • For 2 years exempted for not paying profit tax if investing in the zone 3 (much better facility and basic infrastructure area), and two years later to pay only a half percentage of 20% charges, and while full percentage of 20% continue to pay from such time on.

Land lease and concession

  • The provincial investment committee has power to approve renting and having concession of land area only from 100-150 ha per concession.
  • If the plot of land that is unable to recover/reforest for various reasons to maximize 150 ha, and as well as a non-grass and forest plot.
  • The rental and concession payment of land use depends on the zone type as per project and activity, as set out in the presidential provision No. 02/pd and dated 18 Nov 2009, and the prime ministerial decree No. 135/pm and dated 25 May 2009.

Collection of land rental and concession

  • To commence from the year of production or the date of services kick off.
  • An investor has right to purchase an 800 m2 plot of land within his/her concession zone for building office, and can also use this property for a guarantee, but this land returns to the government while the concession period ends.
  • Exception of land rental and concession payment while those investors aim to use for constructions of hospital, school, research centre, some infrastructure inside the zone 1 with the period of 15 years, in the zone 2 for 10 years and 3 years for the zone 3 respectively, as set out in the law on investment promotion.

 

Direction for Socio-Economic Development 2011-15 and 2020

In the five-year investment plan, 3rd edition, it has to be apparently and effectively seen especially for the public investment. The province requires to invest 701 projects in total, with the values of 5,553 billion kip, but estimated that the real figure could only reach 3,501 billion kip. While the remainder is able to include the five-year plan and carrying on in the next years (2016-20). Such investment would also focus on developing productive and social infrastructures in the rural and remote areas, for instance construct and widen roads, irrigation scheme, different dimensions of canal, telecommunication network, electricity, school, health centre and passenger transport. Besides, the fund injection would go for commercial prioritized productions those defined by the province, such as rice cultivation, maize, cassava, animal raising, handicraft and tourism.

 

The mega projects planned to implement:

  • Construct a new town detour to help reduce traffic jam to Pakxan town, where the point to start from Nam Ngiap intersection to Km 4 intersection, approximately 20 km long.
  • Arrange an urban planning and develop a new town within the provincial municipality area.
  • Survey and construct the friendship bridge connecting Pakxan-Bungkun, linking with the regional through the road No.4B, 1D to the social republic of Vietnam. Complete a 73 km road construction from Viengthong to Xaychamphne district, and a 60 km road from Xaychamphone municipality to Nam-On area, 42 km long of the road from Ban Phon Ngam to Veo. Build various roads along the border of Laos-Vietnam such as Bolikhamxay-Vinh and Nge An, and the road No.11 from Bolikhamxay to Khammouan province. Apart from, there are constructions of Nam Xoun river irrigation scheme and completed in 2013. The water-irrigated water supply ups to 1,500 ha.
  • Surveyed the Nam Ngiap 1 dam downstream, with capacity of 50,000 ha irrigated area (four districts share the area), and Nam Thouay dam downstream can irrigate up to 5,000ha, Nam Mang irrigation scheme is capable of 1,400 ha and the same capacity of ha for Nam Joy river as well.
  • Expand an electrical network to rural and remote areas, and complete the construction of an electricity grid from Viengthong to Xaychamphone district. Hydropower plant constructions of Nam Mang 1, Nam Ngiap 1, Nam Ngiap MuangMai, Nam Xan 2, Nam Mouan, Theun 1, Theun-Hinboun Expansion, and Theun 4. Besides study feasibility of various streams/ rivers in order to build hydropower plants inside the province.
  • Promote the private establishment of ordinary and vocational schools more and more in the province.
  • Clean water supply to be established up to 80% compared to the population.

Private investment promotion in the next years

Bolikhamxay province tries to create various favourable conditions and attract both domestic and foreign investment into the area, with an estimate of 1,529.35 billion kip or averagely 38.28% of whole investment. In order to achieve such targets, the province defines its development zones and encourages private sectors to invest. For the defined areas allowing investment in various activities; namely, the sector of agricultural processing – setting up the factories of tapioca, para rubber, canned vegetable and fruits; rice seed dryer and other foodstuff.

Establish tour companies in the form of ‘home stay’ facilitation and provision, linking with living conditions of Lao ethnic groups, eco-tourism, and developing various tourist sites, namely Tadgnong, Tadxai, Tadfan and Tadnampa waterfalls, Mangone cave, Nam Hong cliff cave, Nam Phomhom cave. Constructions of water pool, complete amusement park, golf course and nightclub.  In addition, establishing and showcasing ODOP, OTOP attached to tourism festivals, constructions of transport terminal, warehouse and freight forwarder.

Provincial Special Economic Zone and Development Focal Sites

  1. Viengkham-Thasaad Special Economic Zone

This zone has a total area of 4,585.622 ha, facilitating various favourable conditions to many ways, because it is a point of passing things from Vientiane prefecture to the southern provinces, and this is the shortest distance travel from Thailand to Vietnam via the road No.8. So, this has been suitable for trade, services, supermarket, tourism, hotel investment and etc.

  1. Nam Ngang Services Zone

This has an area of 294.7 ha, having potential for development, which is quite different compared to other zones, owing to its location in between Khamkeut district’s municipality and Namphao-Cau treo international checkpoint. The location is suitable for establishing trade and services centre here, such as restaurant, discotheque, hotel, guesthouse and warehouse.

  1. Services and trade in Laksao municipality

It is situated at km 109, on the road No. 8A, in Thongchaleun village, with a total area of 80,849 ha.

  1. Cultural Tourism Service Zone

This located on the road No. 8A, at km 91, with a total area of 193ha, which is defined by the government as a cultural tourism site, consisting of historical display, culturally ethnical unique products.

  1. Nam Xan River Mouth Development Zone

Being a natural beauty where Nam Xan river meets Mekhong river, reflecting a two colour water here. The zone has an area of 300 ha, situated in the high density population as a highlight for recreation place. It is suited to do investment pertaining to the public park, golf course, water pool, gym centre, shop, nightclub, five-star hotel and restaurant.

  1. New town development zone

It is an estimate of 1,000 ha projected, at present, the provincial authority and the Ministry of Public Works and Transport prepare to make a survey a new town detour construction, and planned the future railway development to pass and parallel with this area.

  1. Trade and services at the Lao side – Mekhong friendship bridge

The bridge is planned to build at km 136 on the road No. 13th South, located in Ban Kouay village, with a total area of 20 ha approximately. Potential investments in the area to include building commercial center, tax free shop, complete amusement park, warehouse and others.

  1. Thasi Focused Economic Development Zone

The zone is situated at km 78 on the road end No. 4B, or where this connects with the road No.1D, with an approximate 300 ha of the area. The high potentials for investment here include building the factories of tapioca, para rubber, canned vegetables and fruits, rice seed dryer, foodstuff and others.

  1. Nam-on Checkpoint Trade and Service Zone

The checkpoint is located in Ban Sopteung village, with a total area of 22 ha, and investment demands including tapioca factory set-up, canned vegetables and fruit factory, and commercial services.

About admin11