ອຸຕຸນິຍົມ ແລະ ອຸທົກກະສາດ

  • ອຸນຫະພູມ ດິນ​ຟ້າ​ອາກາດ​ຂອງ​ແຂວງ​ບໍລິ​ຄຳ​ໄຊ​ນີ້ ​ເປັນ​ເຂດ​ທີ່​ມີ​ອາກາດ​ອົບ​ອຸ່ນ​ຊຸ່ມຊື່ນ.
  • ອຸນຫະພູມ​ສະ​ເລ່ຍ​ໃນ​ໄລຍະ 17 ປີ ( ​ແຕ່​ປີ 1990 – 2006 ).
  • ສະ​ເລ່ຍຕ່ຳ​ສຸດ:21,7.c
  • ສະ​ເລ່ຍສູງ​ສຸດ:30,7.c
  • ສະ​ເລ່ຍປານ​ກາງ:26,3.c
  • ອຸນຫະພູມ​ຕ່ຳ​ສຸດ:5,6.c ​ໃນ​ວັນ​ທີ 25 ທັນວາ 1990.
  • ອຸນຫະພູມ​ສູງ​ສຸດ:40,5.c ​ໃນ​ວັນ​ທີ 13 ​ເມສາ 2005.

​ ​ ແຂວງ​ບໍລິ​ຄຳ​ໄຊ​ ຕັ້ງ​ຢູ່​ພາກ​ກາງ ຂອງ​ປະ​ເທດ​ລາວ​ ເຊິ່ງອີງ​ຕາມ​ກຳນົດ​ເຂດພະຍາກອນ​ອາກາດ ຂອງ​ກົມ​ອຸຕຸນິຍົມ ກະຊວງ​ກະ​ຊິ​ກຳ ​ແລະ​ປ່າ​ໄມ້ ອອກ​ອາກາດ​ທາງ​ວິທະຍຸ​     ກະຈາຍສຽງ ​ເປັນ​ລາຍ​ວັນ​ມາ ສະ​ເລ່ຍ​ໃນ 6​ເດືອນທ້າຍ​ປີ 2007 ດັ່ງ​ນີ້: ​ ເຂດ​ຮ້ອນ​ກວມ​ເອົາ​ເມືອງ​ທ່າ​ພະ​ບາດ, ​ເມືອງ​ປາກ​ຊັນ, ​ເມືອງ​ປາກ​ກະດິງ ​ແລະ ​ເຄິ່ງໜຶ່ງຂອງ​ເມືອງ​ບໍລິ​ຄັນ, ​ເຂດໜາວ ມີ​ເມືອງ​ຄຳ​ເກີດ, ​ເມືອງ​ວຽງທອງ ​ເຄິ່ງໜຶ່ງຂອງ​ເມືອງ​ບໍລິ​ຄັນ ​ແລະ ​ເມືອງ​ໄຊ​ຈຳ​ພອນ.

  • ປະລິມານ​ນ້ຳ​ຝົນ
  • ສະ​ເລ່ຍ​ໃນ​ໄລຍະ 23 ປີ ( ​ແຕ່​ປີ 1984 – 2006 ) ​ແທກ​ໄດ້ 3330,6 ມິນ​ລີ​ລິດ / ປີ.
  • ຝົນຕົກຫຼາຍທີ່​ສຸດ​ໃນ​ປີ 1995 ​ແທກ​ໄດ້ 4427,0 ມິນ​ລີ​ລິດ.
  • ຝົນຕົກ​ໜ້ອຍ​ທີ່​ສຸດ​ໃນ​ປີ 1991 ​ແທກ​ໄດ້ 2315,6 ມິນ​ລີ​ລິດ.
  • ຄວາມ​ແຮງ​ຂອງ​ລົມ​ພັດ

ລົມ ​ທີ່​ພັດ​ຜ່ານ​ແຂວງ​ບໍລິ​ຄຳ​ໄຊ ສ່ວນຫຼາຍມາ​ທາງ​ທິດ​ໃຕ້ ​ແລະ ທິດຕາ​ເວັນ​ອອກສຽງ​ເໜືອ ​ໃນ​ປາ ລະດູຝົນ ​ແລະ ຕົ້ນ​ລະດູຝົນ ​ໂດຍ​ຄວາມ​ໄວ​ສະ​ເລ່ຍ 1,2 ຫາ 1,9 ​ແມັດ / ວິນາທີ, ລົມ​ແຮງ​ທີ​ສຸດ ປະກົດ​ໃນ ປີ 2005 ​ໃນ​ເດືອນ​ເມສາ ​ແທກ​ໄດ້ 6 ​ແມັດ / ວິນາທີ.

About admin11