ວິທະຍາໄລ ບໍລິຫານທຸລະກິດ ຄອມບີຊ ປະເມີນຄວາມພ້ອມເພື່ອຍົກຖານະຂຶ້ນເປັນສະຖາບັນ

ກອງປະຊຸມປະເມີນຄວາມພ້ອມ ວິທະຍາໄລ ບໍລິຫານທຸລະກິດ ຄອມບີຊ ( ວຄບ ) ເພື່ອຍົກຖານະຂຶ້ນເປັນສະຖາບັນ ບໍລິຫານທຸລະກິດ ຄອມບີຊ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 27 ພຶດສະພາ 2022 ຢູ່ຫ້ອງປະຊຸມຂອງ ວຄບ ເມືອງປາກຊັນ ແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຮສ.ປອ ຫຼ້າວັນ ວົງສຳສານ ຮອງຫົວໜ້າກົມການສຶກສາຊັ້ນສູງ ແລະ ທ່ານ ລົມ ແພງສຸກ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະກະຊວງສຶກສາ, ພະແນກສຶກສາແຂວງ, ຄະນະຄູ – ອາຈານ ພ້ອມດ້ວຍນັກສຶກສາພາຍໃນໂຮງຮຽນເຂົ້າຮ່ວມ.

ທ່ານ ປທ ສີສົມເພັດ ສີສຸກແສນບັນດິດ ອຳນວຍການວິທະຍາໄລຄອມບີຊ ໄດ້ຜ່ານບົດລາຍງານໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ວ່າ: ປີ 2005 ໄດ້ຖືກອະນຸມັດສ້າງຕັ້ງເປັນວິທະຍາໄລ ເປັນການຮຽນ – ການສອນ ຊັ້ນສູງ ສາຂາ ພາສາອັງກິດ, ປີ 2007 ໄດ້ຮັບອະນຸຍາດເປີດສອນຫຼັກສູດ ລະດັບປະລິນຍາຕີ ສາຂາ ບໍລິຫານທຸລະກິດ, ປີ 2009 ໄດ້ຮັບອະນຸຍາດ ວິທະຍາໄລ ຄອມປ໌ຊ ເປີດສອນຫຼັກສູດ ປະລິນຍາຕີ ສາຂາ ພາສາອັງກິດ ແລະ ຫຼັກສູດ ປະລິນຍາຕີ ລະບົບຕໍ່ເນື່ອງ, ປີ 2011 ໄດ້ຮັບອະນຸຍາດໃຫ້ ວິທະຍາໄລ ຄອມບີຊ ເປີດສອນຫຼັກສູດຊັ້ນກາງບັນຊີວິສາຫະກິດ, ຊັ້ນສູງ ວິຊາບໍລິຫານທຸລະກິດ ແລະ ພາສາອັງກິດ, ຫຼັກສູດປະລິນຍາຕີ ພາສາອັງກິດ ແລະ ບໍລິຫານທຸລະກິດ, ຫຼັກສູດປະລິນຍາຕີຕໍ່ເນື່ອງ ສາຂາ ບໍລິຫານທຸລະກິດ, ປີ 2015 – 2016 ໄດ້ຮັບອະນຸຍາດໃຫ້ວີທະຍາໄລ ຄອມບີຊ ເປີດສອນຫຼັກສູດຊັ້ນສູງ ສາຂາ ວິສະວະກຳຂົວທາງ ແລະ ຂົນສົ່ງ.

ຍ້ອນສະພາບການປ່ຽນແປງ, ການປັບປຸງຄຸນນະພາບການສຶກສາຍຸກໃໝ່ ທາງກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ມີແຈ້ງການທົ່ວປະເທດຕໍ່ ການຮຽນ – ການສອນ ພາກເອກະຊົນແຕ່ລະສາຂາ ບໍ່ໃຫ້ມີລະດັບປະລິນຍາຕີ, ສົກປີ 2019 – 2020 ກະຊວງສຶກສາທິການ ແລະ ກິລາ ໄດ້ອະນຸມັດໃຫ້ວິທະຍາໄລ ຄອມບິຊ ເປີດການຮຽນ – ການສອນ ສາຂາ ຄອມພິວເຕີທຸລະກິດ (IT) ລະບົບຊັ້ນສູງ, ມາຮອດປະຈຸບັນ ວິທະຍາໄລ ບໍລິຫານທຸລະກິດ ຄອມບີຊ ໄດ້ສ້າງນັກສຶກສາ ຈົບຊັ້ນປະລິນຍາຕີ ແລະ ຊັ້ນສູງ 4000 ກວ່າຄົນ.

ປະຈຸບັນ ວິທະຍາໄລ ບໍລິຫານທຸລະກິດ ຄອມບີຊ ເປີດການຮຽນ – ການສອນ 3 ສາຂາ ແລະ ແບ່ງອອກເປັນ 2 ພາກ ຄື: ພາກປົກກະຕິ ມີນັກສຶກສາ 60 ຄົນ ສາຂາ ຄອມພິວເຕີທຸລະກິດ (IT), ສາຂາ ບໍລິຫານທຸລະກິດ ການເງິນ – ການທະນາຄານ ເຊິ່ງແມ່ນນັກສຶກສາທີ່ຈົບຈາກ ມໍ7 ມາຮຽນພາຍໃນແຂວງ ແລະ ຕ່າງແຂວງຈຳນວນໜຶ່ງ, ພາກພິເສດ ແມ່ນສາຂາ ພາສາອັງກິດ ຈຳນວນ 30 ຄົນ ເຊິ່ງແມ່ນພະນັກງານພາຍໃນເທດສະບານມາຮຽນ.

ຜ່ານການຈັດຕັ້ງປະຕິບັດ ການຮຽນ – ການສອນ ເຫັນວ່າ ນັກສຶກສາທີ່ຮຽນຈົບ ໄດ້ຮັບຄຳສ່ອງແສງຈາກການຈັດຕັ້ງບ່ອນເຮັດວຽກແຕ່ລະບ່ອນວ່າ ເຮັດວຽກໄດ້ດີ, ນັກສຶກສາ ສາຂາ ຄອມພິວເຕີ ທຸລະກິດ ແລະ ສາຂາບໍລິຫານທຸລະກິດເພີ່ມຂຶ້ນສະເລ່ຍ 7,5%, ນັກສຶກສາຂຶ້ນຫ້ອງແຕ່ລະຊັ້ນຮຽນສະເລ່ຍແຕ່ລະມື້ 90%, ສະຫຼຸບຜົນການຈັດຕັ້ງປະຕິບັດການຮຽນ-ການສອນ ແລະ ການປັບປຸງຄຸນນະພາບ ສາມາດຕີລາຄາຜົນໄດ້ຮັບຈາກນັກສຶກສາທີ່ຮຽນຈົບ 3 ປີ ທາງດ້ານທິດສະດີຮຽນຢູ່ ວິທະຍາໄລ ຄອມພີຊສົກຮຽນຜ່ານມາ ເກຣດ A ໄດ້ 40%, ເກຣດ B+ ໄດ້ 25%, ເກຣດ B ໄດ້ 20%, ເກຣ C 15%, ຫຼັງຈົບຈາກວິທະຍາໄລແລ້ວ ເຮັດວຽກນໍາລັດ (ທະຫານ, ຕຳຫຼວດ ແລະ ພະນັກງານ) 10%, ບໍລິສັດ ລັດວິສາຫະກິດ 20%, ວິສາຫະກິດເອກະຊົນ 50%, ທຸລະກິດ ແລະ ປະກອບອາຊີບສ່ວນຕົວ 20%.

ກອງປະຊຸມຍັງໄດ້ພ້ອມກັນປຶກສາຫາລືຢ່າງກົງໄປກົງມາ ໃນການປະຕິບັດການຮຽນ – ການສອນ ຈາກບັນດາຂະແໜງການກ່ຽວຂ້ອງ ເພື່ອເຮັດໃຫ້ວິທະຍາໄລຄອມບີຊ ໄດ້ຖືກຍົກຂຶ້ນເປັນສະຖາບັນບໍລິຫານທຸລະກິດຄອມບີຊ ໄດ້ຕາມມາດຖານທີ່ວາງໄວ້.

About admins16