ບໍລິສັດ ວັນຈະເລີນ ປະກອບສ່ວນ 150 ລ້ານກີບ ເຂົ້າກອງທຶນໜຶ່ງດວງໃຈ

ເພື່ອເປັນການປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍສະເພາະແມ່ນວຽກງານສົ່ງເສີມການສຶກສາ, ສາທາລະນະສຸກ ແລະ ຊ່ວຍເຫຼືອຜູ້ດ້ອຍໂອກາດໃນສັງຄົມ ໃນວັນທີ 27 ພຶດສະພາ 2022 ຢູ່ຫ້ອງຮັບຮອງຫ້ອງວ່າການແຂວງບໍລິຄຳໄຊ ທ່ານ ນາງ ກີມ ຫງຽນເລືອງ ຕາງໜ້າບໍລິສັດວັນຈະເລີນ ການຄ້າຂາເຂົ້າ-ຂາອອກ ຈຳກັດ ໄດ້ນຳເງິນສົດ 100.000.000 ກີບ ແລະ ຜ້າປິດປາກ ຈໍານວນ 20 ແກັດ, ລວມມູນຄ່າ 150.000.000 ກີບ ມາມອບໃຫ້ກອງທຶນໜຶ່ງດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມ, ຮັບໂດຍ ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈ, ມີຄະນະກອງທຶນ, ພະນັກງານບໍລິສັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

       ໃນໂອກາດນີ້ ທ່ານ ນາງ ແອງ ໄຊສົງຄາມ ໄດ້ສະແດງຄວາມຂອບໃຈ ພ້ອມທັງຍ້ອງຍໍຊົມເຊີຍ ຕໍ່ບໍລິສັດວັນຈະເລີນ ການຄ້າຂາເຂົ້າ – ຂາອອກ ຈຳກັດ ທີ່ໄດ້ປະກອບສ່ວນທຶນຮອນໃນຄັ້ງນີ້ ແລະ ຈະນຳໃຊ້ເງິນຈຳນວນດັ່ງກ່າວ ເຂົ້າໃນວຽກງານຕົວຈິງ ໃຫ້ເກີດຜົນປະໂຫຍດສູງສຸດ.

         ເພື່ອເປັນການຍ້ອງຍໍສັນລະເສີນຜົນງານດັ່ງກ່າວ ກໍ່ຍັງໄດ້ມີພິທີມອບໃບຍ້ອງຍໍຂອງທ່ານເຈົ້າແຂວງບໍລິຄຳໄຊ ໃຫ້ແກ່ບໍລິສັດວັນຈະເລີນ ການຄ້າຂາເຂົ້າ – ຂາອອກ ຈຳກັດ, ມອບໂດຍ ທ່ານ ນາງ ແອງ ໄຊສົງຄາມ ແລະ ຮັບໂດຍ ທ່ານ ນາງ ກີມ ຫງຽນເລືອງ.

About admins14