ການນໍາແຂວງບໍລິຄຳໄຊ ຈັດກິດຈະກຳເຕະບານ ຕ້ອນຮັບວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ກິດຈະກຳເຕະບານ ເພື່ອຕ້ອນຮັບວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ໄດ້ຈັດຂຶ້ນໃນວັນທີ 27 ພຶດສະພາ 2022 ຢູ່ເດີນເຕະບານຈາລະນາ, ເປັນການພົບກັນລະຫວ່າງທີມການນໍາແຂວງບໍລິຄຳໄຊ ນໍາໂດຍທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານສະພາປະຊາຊົນແຂວງ ພົບກັບທີມ ພະແນກສຶກສາທິການ – ກິລາ ແລະ ກະສິກຳ – ປ່າໄມ້ ແຂວງ ນໍາໂດຍ ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ.

ການແຂ່ງຂັນດຳເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ, ເມື່ອເລີ່ມການແຂ່ງຂັນທັງສອງທີມ ຕ່າງຝ່າຍຕ່າງກໍ່ເປີດເກັມບຸກເຂົ້າໃສ່ກັນ ແລະ ເປັນທີມການນຳແຂວງ ເປັນຝ່າຍຍິງປະຕູຂຶ້ນນຳໄປກ່ອນ.

ຕໍ່ຈາກນັ້ນ ທີມພະແນກສຶກສາ ແລະ ກະສິກຳ ແຂວງ ກໍ່ເປີດເກມບຸກ ເພື່ອຫວັງຍິງປະຕູຄືນໃຫ້ໄດ້ ແລະ ກໍ່ມີໂອກາດຍິງຫຼາຍຄັ້ງ ແຕ່ກໍ່ຍັງຕີສະເໝີບໍ່ໄດ້, ຈົນຍັງເຫຼືອ 5 ນາທີສຸດທ້າຍ ຂອງເຄີ່ງເວລາທໍາອິດ ດ້ວຍຄວາມພະຍາຍາມ ແລະ ການບຸກຢ່າງຕໍ່ເນື່ອງ ທີມພະແນກສຶກສາ ແລະ ກະສິກຳແຂວງ ກໍ່ສາມາດຍິງປະຕູຕີສະເໝີໄດ້, ຈົບເຄີ່ງເວລາທໍາອິດ ດ້ວຍຜົນສະເໝີກັນ 1 ປະຕູ ຕໍ່ 1.

ເກມເຄີ່ງຫຼັງດຳເນີນໄປຢ່າງສູສີ ທັງສອງທີມຍັງສືບຕໍ່ເປີດເກມໃສ່ກັນຢ່າງຕໍ່ເນື່ອງ, ປ່ຽນກັນບຸກ-ປ່ຽນກັນຕັ້ງຮັບ ແລະ ສາມາດຍິງປະຕູເພີ່ມໄດ້ອີກທີມລະ 1 ປະຕູ, ເຮັດໃຫ້ຈົບເກມດ້ວຍຜົນເໝີກັນ 2 ປະຕູ ຕໍ່ 2 ປະຕູ.

About admins14