ການນຳແຂວງບໍລິຄຳໄຊ ເຂົ້າຮ່ວມໂຮມຊຸມນຸມໃຫຍ່ “ ປີສາມັກຄີມິດຕະພາບ 2022 ” ຢູ່ນະຄອນວີງ

ພິທີສະເຫຼີມສະຫຼອງໂຮມຊຸມນຸມປີສາມັກຄີມິດຕະພາບລາວ – ຫວຽດນາມ, ຫວຽດນາມ – ລາວ ຢູ່ນະຄອນວີງ ແຂວງ ເຫງະອານ ສສ ຫວຽດນາມ ໄດ້ຈັດຂື້ນໃນຕອນບ່າຍຂອງວັນທີ 17 ສິງຫາ 2022 ຢູ່ທີ່ໂຮງແຮມເມືອງແທັງຊົງລາມ ນະຄອນວິງ ແຂວງເຫງະອານ ສສ ຫວຽດນາມ ໃຫ້ກຽດກ່າວຄຳປາໃສ ຕ້ອນຮັບຄະນະຜູ່ແທນໂດຍ ສະຫາຍ ຖາຍແທັງກຸຍ ກໍາມະການສູນກາງພັກ, ເລຂາພັກແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ, ປະທານສະພາປະຊາຊົນແຂວງເຫງະອານ, ມີການນຳຂັ້ນສູງຈາກຊຽງຂວາງ, ບໍລິຄຳໄຊ, ແຂວງຫົວພັນ, ແຂວງວຽງຈັນ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງໄຊສົມບູນ ເຂົ້າຮ່ວມ. ສຳລັບແຂວງ ບໍລິຄຳໄຊ ນຳໂດຍ ສະຫາຍ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄຳໄຊ.

ໃນພິທີ ຜູ້ແທນທັງສອງຝ່າຍ ໄດ້ພ້ອມກັນຫວນຄືນມູນເຊື້ອ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ (5/9/1962-5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ – ຫວຽດນາມ ຄົບຮອບ 45 ປີ (18/7/1977-18/7/2022), ສາຍພົວພັນດັ່ງກ່າວ ປຽບເໝືອນສາຍພົວພັນຖານສະຫາຍອ້າຍນ້ອງໃນຄອບຄົວດຽວກັນ, ການພົວພັນຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງສອງປະເທດ ທີ່ໄດ້ມີມາແຕ່ດຶກດຳບັນ, ປະຊາຊົນສອງຊາດຮ່ວມດື່ມນໍ້າຈາກຫຼາຍແມ່ນໍ້າທີ່ໄຫຼຜ່ານສອງປະເທດ, ພ້ອມກັນອີງຫຼັງໃສ່ສາຍພູຫຼວງທີ່ຍິ່ງໃຫຍ່, ຮ່ວມແບ່ງທຸກແບ່ງສຸກນຳກັນໄລຍະຕໍ່ສູ້ກູ້ຊາດ ກໍ່ຄືໄລຍະປົກປັກຮັກສາ ສ້າງສາປະເທດຊາດ ໂດຍແມ່ນປະທານ ໂຮ່ຈີມິນ ຜູ້ນຳການປະຕິວັດທີ່ຍິ່ງໃຫຍ່, ປະທານໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ສ້າງ ແລະ ໄດ້ຮັບການສືບຕໍ່ເສີມຂະຫຍາຍຈາກບັນດາການນຳ, ນັກປະຕິວັດຮຸ້ນຕ່າງໆ ແລະ ປະຊາຊົນສອງຊາດ ທີ່ໄດ້ພ້ອມກັນອຸທິດສະຕິປັນຍາເຫື່ອແຮງ, ຊີວິດເລືອດເນື້ອຂອງຕົນໃຫ້ແກ່ພາລະກິດປະຕິວັດອັນລະອິດລະອ້ຽວ, ທຸລະກັນດານເຕັມໄປດ້ວຍການທົດສອບນາໆປະການ ຈົນໄດ້ກາຍມາເປັນສາຍພົວພັນແບບພິເສດ, ບໍລິສຸດຜຸດຜ່ອງ ແລະ ເຫຼື້ອມໃສ, ຫາໄດ້ຍາກໃນການພົວພັນສາກົນ, ເປັນມໍລະດົກອັນລໍ້າຄ່າຂອງສອງຊາດ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ, ເປັນປັດໃຈຕັດສິນໄຊຊະນະຂອງການປະຕິວັດຂອງແຕ່ລະປະເທດ.

ເນື້ອໃນບາງຕອນ ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ກ່າວວ່າ: ເຖິງວ່າສະພາບການພາກພື້ນ ແລະ ສາກົນຈະຜັນແປຢ່າງສັບສົນກໍຕາມ, ແຕ່ສາຍພົວພັນອັນບໍລິສຸດຜຸດຜ່ອງ,ໃກ້ ຊິດສະໜິດສະໜົມ ລະຫວ່າງສອງຊາດພວກເຮົາ ບໍ່ພຽງແຕ່ບໍ່ຈືດຈາງໄປຕາມການເວລາ ແຕ່ຍິ່ງໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ທາງເລິກ, ນັບມື້ມີປະສິດທິຜົນ ແລະ ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນສອງຊາດລາວ ແລະ ຫວຽດນາມ ໃນທຸກຂົງເຂດວຽກງານ.

ການຊ່ວຍເຫຼືອ, ຮ່ວມທຸກຮ່ວມສຸກຂອງແຂວງເຫງະອານ ແລະ ບັນດາແຂວງຂອງລາວ ແບບ “ ເຂົ້າມັດຫັກ ຜັກເສັ້ນແບ່ງ ”, ສອດຄ່ອງກັບບົດກະວີອໍາມະຕະຂອງປະທານ ໂຮ່ຈີມິນ ທີ່ວ່າ: “ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍປິນໄຕ່, ຫຼາຍນໍ້າໃຫຍ່ ແລະ ໂຄກຄ້ອຍ ຂວາງຂັ້ນກໍດຸ່ງໄປ, ສອງຊາດ ລາວ ຫວຽດ ໄດ້ ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮ່າທັງແມ່ຂອງ ບໍ່ເລິກປູນປານໄດ້”

ກິດຈະກໍາຄັ້ງນີ້ ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການໂຄສະນາ, ເຜີຍແຜ່, ສຶກສາອົບຮົມໃຫ້ປະຊາຊົນ ໂດຍສະເພາະຄົນຮຸ້ນໝຸ່ມສອງປະເທດໄດ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ສືບຕໍ່ຖະນຸຖະໜອມສາຍພົວພັນທີ່ມີລັກສະນະພິເສດ ທີ່ມີໜຶ່ງດຽວໃນໂລກ ລະຫວ່າງສອງປະເທດລາວ – ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ ເພື່ອໃຫ້ສົມຄຳເວົ້າຂອງປະທານ ໄກສອນ ພົມວິຫານ ທີ່ວ່າ ‘‘ພູອາດຈະເຈື່ອນ ແມ່ນໍ້າອາດຈະບົກແຫ້ງ, ແຕ່ສາຍໃຈລາວ – ຫວຽດ ຈະໝັ້ນຄົງຂະໜົງແກ່ນຍິ່ງກວ່າພູ, ຍາວກວ່າແມ່ນໍ້າ’’.

ໃນພິທີ ການນຳຂັ້ນສູງແຂວງເຫງະອານ ຍັງໄດ້ມອບໃບຍ້ອງຍໍໃຫ້ກົມກອງ, ບຸກຄົນ ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນວຽກງານການສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ກໍ່ຄືບັນດາແຂວງຂອງລາວ ກັບ ແຂວງເຫງະອານໃນໄລະຍະ 5 ປີຜ່ານມາຢ່າງສົມກຽດ. ສຳລັບແຂວງບໍລິຄຳໄຊໄດ້ຮັບຈຳນວນ 8 ໃບ ໃນນັ້ນ ມີ 3 ກົມກອງ, ບຸກຄົນ 5 ທ່ານ.

About admins14