ລັດຖະມົນຕີກະຊວງຍຸຕິທຳ ຊີ້ນຳວຽກງານຢູ່ແຂວງບໍລິຄຳໄຊ

ໃນວັນທີ 3 ສິງຫາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການ ແຂວງບໍລິຄຳໄຊ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ພ້ອມຄະນະ ໄດ້ລົງມາຢ້ຽມຢາມ ແລະ ຊີ້ນໍາວຽກງານຢູ່ແຂວງບໍລິຄຳໄຊ, ມີຄະນະພະແນກຍຸຕິທຳແຂວງ, ເມືອງ, ພະນັກງານລັດຖະກອນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ທ່ານ ວັນນາ ປະເສີດກຸນ ຫົວໜ້າພະແນກຍຸຕິທຳແຂວງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເຫັນວ່າສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ ໂດຍສະເພາະໄດ້ເຂົ້າຮ່ວມໃນການສ້າງ ແລະ ປັບປຸງນິຕິກໍາ ຂອງອົງການປົກຄອງແຂວງໄດ້ 16 ຄັ້ງ, ໂຄສະນາເຜີຍແຜ່ກົດໝາຍຜ່ານວິທະຍຸ, ໂທລະໂຄ່ງ ແລະ ໜັງສືພີມ 56 ຄັ້ງ, ໃຫ້ຄຳປຶກສາດ້ານກົດໝາຍ 53 ຄັ້ງ, ໂຄສະນາຢູ່ບ້ານ ແລະ ສະຖານທີ່ອື່ນໆ 17 ຄັ້ງ, ກວດກາຄືນໃນ 6 ເດືອນຕົ້ນປີ ຍັງຮັກສາບ້ານແບຢ່າງປະຕິບັດກົດໝາຍມີ 284 ບ້ານ, 2167 ຄອບຄົວ, ປັບປຸງໜ່ວຍໄກ່ເກ່ຍສຳເລັດ 284 ບ້ານ ແລະ ຜ່ານມາມີຂໍ້ຂັດແຍ່ງເກີດຂຶ້ນ 27 ເລື່ອງ, ແກ້ໄຂແລ້ວ 21 ເລື່ອງ ແລະ ພວມແກ້ໄຂ 6 ເລື່ອງ, ໄດ້ຢັ້ງຢືນຄວາມຖືກຕ້ອງຂອງເອກະສານ 1.589 ສະບັບ, ວຽກງານປະຕິບັດຄໍາຕັດສິນຂອງສານ ປະຕິບັດສຳເລັດ 18 ເລື່ອງ, ຄະດີທີ່ພວມຈັດຕັ້ງປະຕິບັດ 1.337 ເລື່ອງ, ສາມາດເກັບເງິນໃຊ້ໂຈດທາງແພ່ງໄດ້ 1 ຕື້ກວ່າກີບ, 663.000 ບາດ, 10.383 ໂດລາ ແລະ ຄະດີອາຍາ 127 ລ້ານກວ່າກີບ, 2.200 ບາດ.

ໂອການນີ້ ທ່ານລັດຖະມົນຕີ ຍັງໄດ້ໃຫ້ກຽດໂອລົມ ໂດຍທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທາງພະແນກຍຸຕິທຳແຂວງ ຍາດມາໄດ້ ພ້ອມດຽວກັນທ່ານຍັງໄດ້ເນັ້ນໜັກ 5 ວຽກງານສຳຄັນ ຄື: ໃຫ້ເອົາໃຈໃສ່ວຽກງານການເມືອງ – ແນວຄິດ ເຮັດໃຫ້ພະນັກງານ – ລັດຖະກອນ ກຳແໜ້ນໄດ້ແນວທາງ, ນະໂຍບາຍ ຂອງພັກ – ລັດ ຢ່າງເລີກເຊິ່ງ, ສຸມໃສ່ຈັດຕັ້ງຜັນຂະຫຍາຍບັນດານິຕິກໍາສຳຄັນຕ່າງໆ ແບບມີຫຼັກການ, ແຜນການລະອຽດ ໃນການຜັນຂະຫຍາຍໃຫ້ຖືກຕ້ອງ, ສອດຄ່ອງ ແລະ ແທດເໝາະກັບສະພາບຄວາມເປັນຈິງ ຂອງແຕ່ລະຮາກຖານທ້ອງຖິ່ນ, ເລັ່ງໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ສຳເລັັດ, ກະທັດຮັດ ແລະ ມີຄຸນນະພາບ, ການຊັບຊ້ອນບຸກຄະລາກອນໃຫ້ແທດເໝາະກັບຄວາມຮູ້ຄວາມສາມາດ ຮັບປະກັນເຮັດໃຫ້ວຽກງານ ໄດ້ຮັບການຈັດຕັ້ງປະຕິບັດສໍາເລັດ ຕາມແຜນການທີ່ວາງໄວ້ ແລະ ຮັບປະກັນຄວາມສາມັກຄີ ຕາມຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ.

ເພີ່ມທະວີການພັດທະດ້ານວິຊາສະເພາະ ໃຫ້ຖືເປັນບັນຫາສໍາຄັນ, ກໍາໄດ້ຂອບເຂດສິດ ແລະ ພາລະບົດບາດຂອງຕົນ, ເອົາໃຈໃສ່ສ້າງນິຕິກໍາ, ໂຄສະນາເຜີຍແຜ່ກົດໝາຍ ໃຫ້ລົງເຖີງຮາກຖານທ້ອງຖິ່ນ, ເປັນເຈົ້າການໃນການກວດການິຕິກໍາຕ່າງໆໃນແຕ່ລະຂັ້ນ ຮັບປະກັນໃຫ້ຖືກຕ້ອງສອດຄ່ອງກັບແນວທາງ, ສາມາດນຳໃຊ້ໄດ້, ພ້ອມທັງມີການປະເມີນຄືນ ບັນດານິຕິກໍາທີ່ໄດ້ຮັບຮອງ ແລະ ໄດ້ນໍາໄປຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ເພື່ອໃຫ້ໄດດ້ຮັບຄຸນນະພາບສູງສຸດ ແລະ ປັບປຸງແບບແຜນການນໍາພາ, ການຄຸ້ມຄອງການບໍລິຫານ ໃຫ້ມີຄຸນນະພາບ, ມີວິໃສທັດ ແລະ ເປັນວິທະຍາສາດ ໃຫ້ຖືກຕ້ອງ, ໂປງໃສ່, ວ່ອງໄວ ແລະ ມີນ້ຳໃຈຮັບໃຊ້ປະຊາຊົນ ດ້ວຍຄວາມຊື່ສັດສຸດຈະລິດ.

ໂອກາດທ່ານລັດຖະມົນຕີກະຊວງຍຸຕິທຳ ພ້ອມຄະນະ ໄດ້ລົງມາຢ້ຽມຢາມ ແລະ ຊີ້ນໍາວຽກງານຄັ້ງນີ້ ຍັງໄດ້ນໍາຄອບພີວເຕີ່ແລບທອບ ຈໍານວນ 7 ເຄື່ອງ ມາມອບໃຫ້ຫ້ອງການຍຸຕິທຳເມືອງ 7 ຕົວເມືອງ ພາຍໃນແຂວງບໍລິຄຳໄຊ, ໃຫ້ກຽດມອບໂດຍ ທ່ານ ໄພວີ ສີບົວລິພາ.

About admins14