ເຈົ້າແຂວງບໍລິຄຳໄຊ ຕ້ອນຮັບທ່ານລັດຖະມົນຕີກະຊວງຍຸຕິທຳ

ໃນວັນທີ 3 ສິງຫາ 2022 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ພ້ອມຄະນະ ເນື່ອງໃນໂອກາດລົງມາເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄຳໄຊ.

ໂອກາດນີ້ ທ່ານ ໄພວີ ສີບົວລິພາ ໄດ້ກ່າວຈຸດປະສົງໃນຄັ້ງນີ້ວ່າ ເພື່ອເປັນການລົງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບແຂວງບໍລິຄຳໄຊ ໂດຍສະເພາະແມ່ນພະແນກຍຸຕິທຳແຂວງ, ພ້ອມນັ້ນ ຍັງເປັນການຊຸກຍູ້ວຽກງານງານຕາມສາຍຕັ້ງ ໃນການປະຕິບັດບັນດາວຽກງານ ໃຫ້ໄດ້ຮັບຜົນສໍາເລັດ ແລະ ມີປະສິດທິຜົນສູງສຸດ.

ຫຼັງຈາກນັ້ນ ທ່ານເຈົ້າແຂວງ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຍ້ອງຍໍຊົມເຊີຍ ການມາເຄື່ອນໄຫວຢູ່ແຂວງບໍລິຄຳໄຊ ຂອງທ່ານລັດຖະມົນຕີກະຊວງຍຸຕິທຳ ພ້ອມຄະນະ ໃນຄັ້ງນີ້, ພ້ອມທັງໄດ້ລາຍງານໂດຍຫຍໍ່ ກ່ຽວກັບວຽກງານຈຸດສຸມຂອງແຂວງ ເປັນຕົ້ນແມ່ນໄດ້ສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຢ່າງແຂງແຮງ, ການແກ້ໄຂບັນຫາ 4 ເຖື່ອນ, ພ້ອມທັງການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໂດຍລວມແລ້ວເຫັນວ່າເສດຖະກິດຂອງແຂວງບໍລິຄຳໄຊ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ຊີວິດການເປັນຢູ່ຂອງພະນັກງານ, ຕະຫຼອດຮອດປະຊາຊົນບັນດາເຜົ່າ ໄດ້ຮັບການພັດທະນາໃຫ້ດີຂຶ້ນເທື່ອລະກ້າວ.

About admins14