ສະຫະພັນແມ່ຍິງແຂວງບໍລິຄຳໄຊ ສປປ ລາວ ແລະ ບັນດາແຂວງຂອງ ສສ ຫວຽດນາມ ໄດ້ຮັດແໜ້ນຄວາມສາມັກຄີແບບພິເສດຢ່າງຕໍ່ເນື່ອງ

ໃນໄລຍະ 5 ປີຜ່ານມາ ສະຫະພັນແມ່ຍິງແຂວງບໍລິຄຳໄຊ ສປປ ລາວ ໄດ້ມີການພົວພັນຮ່ວມມື, ເຮັດວຽກ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຫຼາຍດ້ານ ກັບ ບັນດາແຂວງຂອງ ສສ ຫວຽດນາມ, ທ່ານ ນາງ ຄໍປິວ ສີສົມບັດ ປະທານສະຫະພັນແມ່ຍິງແຂວງລິຄໍາໄຊ  ໄດ້ສຳພາດ ໃນວັນທີ 3 ສິງຫາ 2022  ຢູ່ຫ້ອງປະຊຸມສະຫະພັນແມ່ຍິງແຂວງ ວ່າ:

ຕະຫຼອດໄລຍະ 5 ປີ ຜ່ານມາ ຄະນະນໍາສະຫະພັນແມ່ຍິງແຂວງ ໄດ້ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີມິດຕະພາບແບບພິເສດ ລະຫວ່າງສອງຊາດລາວ – ຫວຽດນາມ ສືບຕໍ່ສາຍພົວພັນຢ່າງສະໜີດແໜ້ນ ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນຮ່ວມມືດ້ານຕ່າງໆ, ໃນເດືອນກັນ 2017 ຄະນະຜູ້ແທນສະຫະພັນແມ່ຍິງຂັ້ນສູງ ສສ ຫວຽດນາມ ໄດ້ມາຢຽມຢ້າມແຂວງບໍລິຄຳໄຊ ແລະ ໃຫ້ການຊ່ວຍເຫຼືອສະຫະພັນແມ່ຍິງແຂວງ ລວມມູນຄ່າ 3.000 ໂດລາ ເພື່ອໄປໝູນໃຊ້ເຂົ້າໃນວຽກງານສະຫະພັນແມ່ຍິງຂວງ, ມອບຜ້າຫົ່ມ 14 ຜືນ ແລະ ເງິນ 6.200.000 ກີບ ເພື່ອໄປມອບໃຫ້ຄອບຄົວ ຜູ້ທີ່ຊ່ວຍເຫຼືອທະຫານອາສາສະໝັກຫວຽດນາມ ທີ່ມາຊ່ວຍລາວໃນປາງສົງຄາມ.

ຜູ້ແທນຈາກສະຫະພັນແມ່ຍິງແຂວງບໍລິຄໍາໄຊ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຊັນບົດບັນທຶກການຮ່ວມມືກັບສະຫະພັນແມ່ຍິງແຂວງ ຮ່າຕິ້ງ ໄລຍະ 2017 – 2019 ແລະ ໄດ້ໃຫ້ການຊ່ວຍເຫຼືອຄອບຄົວປະຊາຊົນແຂວງ ຮ່າຕິ້ງທີ່ຖືກຜົນກະທົບຈາກພາຍຸ ເປັນເຂົ້າສານຈໍານວນ 250 ກິໂລ, ສອງຝ່າຍໄດ້ປຶກສາຫາລື, ສົນທະນາ ເອກະພາບຫຼາຍເນື້ອໃນ, ສະຫະພັນແມ່ຍິງແຂວງ ຮ່າຕິ້ງ ເຫັນດີຊ່ວຍເຫຼືອກໍ່ສ້າງເຮືອນພັກອາໃສ 01 ຫຼັງ ໃຫ້ພະນັກງານ, ສະມາຊິກແມ່ຍິງທີ່ທຸກຍາກລໍາບາກຢູ່ບໍລິເວນຊາຍແດນຂອງແຂວງບໍລິຄໍາໄຊ ຈໍານວນ 100 ລ້ານດົ່ງ, ຜ່ານການຈັດຕັ້ງປະຕິບັດເຫັນເຫັນວ່າສະພາບເງື່ອນໄຂບໍ່ເໝາະສົມ ຈຶ່ງໄດ້ນໍາເງິນດັ່ງກ່າວມາຈັດກິດຈະກໍາປູກຜັກໃສ່ຝຸ່ນທໍາມະຊາດໃຫ້ເອື້ອຍນ້ອງແມ່ຍິງບ້ານ ປາກປຶງ ເມືອງປາກຊັນ ຈໍານວນ 10 ຄອບຄົວ, ມາຮອດປີ 2022 ປັດຈຸບັນ ໄດ້ຂະຫຍາຍອອກເປັນ 13 ຄອບຄົວ.

ໃນທ້າຍປີ 2017 ສະຫະພັນແມ່ຍິງແຂວງ ແລະ ຄະນະກອງທຶນໜຶ່ງດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມ ເດີນທາງໄປຢ້ຽມຢາມ ແລະ ຮ່ວມເຮັດວຽກກັບສະຫະພັນແມ່ຍິງແຂວງ ເລິ່ມດົງ ສສ ຫວຽດນາມ, ປີ 2018 ຮອງປະທານສະຫະພັນແມ່ຍິງແຂວງ ໄດ້ເຂົ້າຝຶກອົບຮົມວຽກງານພັດທະນາແມ່ຍິງຢູ່ ສສ ຫວຽດນາມ, ປີ 2019 ສະຫະພັນແມ່ຍິງແຂວງ ໄດ້ຕ້ອນຮັບຄະນະຜູ້ແທນສະຫະພັນແມ່ຍິງແຂວງຮ່າຕິ້ງ ແລະ ຮ່ວມເຮັດວຽກກັບຄະນະຜູ້ແທນ ໄດ້ລົງບໍລິການກວດສຸຂະພາບ ທົ່ວໄປ, ພະຍາດຍິງ ແລະ ແຈກຢາຟຣີໃຫ້ປະຊາຊົນ ບ້ານ ທົ່ງແປ ແລະ ນາແປ ເມືອງຄຳເກີດ ໄດ້ຈໍານວນ 700 ກວ່າຄົນ, ມູນຄ່າຢາ 80.000.000 ດົງ.

ເນື່ອງໃນໂອກາດທີ່ຜູ້ແທນຂັ້ນສູງແຂວງ ຮ່າຕິ້ງ ມາເຮັດວຽກຢູ່ແຂວງບໍລິຄໍາໄຊ ໃນວັນທີ 7 ກໍລະກົດ 2022 ຜ່ານມາ ສະຫະພັນແມ່ຍິງທັງສອງແຂວງ ກໍ່ໄດ້ເຊັນບົດບັນທຶກການຮ່ວມມືໄລຍະປີ 2022 – 2027, ພ້ອມນັ້ນ ສະຫະພັນແມ່ຍິງແຂວງບໍລິຄຳໄຊ ແລະ ສະຫະພັນແມ່ຍິງຂອງບັນດາແຂວງ ສສ ຫວຽດນາມ ຍັງໄດ້ອວຍພອນເຊິ່ງກັນ ແລະ ກັນ ເນື່ອງໃນໂອກາດວັນສຳຄັນຕ່າງໆຂອງຊາດ ແລະ ຂອງພັກ ຢ່າງຕໍ່ເນື່ອງ.

ໂອກາດນີ້ ທ່ານປະທານສະຫະພັນແມ່ຍິງແຂວງ ຍັງໄດ້ອວຍພ່ອນໃຫ້ການພົວພັນມິດຕະພາບລະຫວ່າງລາວ – ຫວຽດນາມ, ຫວຽດນາມ – ລາວ ທີ່ນັບມື້ຈະເລີນງອກງາມດ້ວຍດີຕະຫຼອດມາ ແລະ ຈະສ້າງທຸກເງື່ອນໄຂເພື່ອໃຫ້ສະຫະພັນແມ່ຍິງໄດ້ພົບປະໄດ້ມີການພົວພັນແລກປ່ຽນບົດຮຽນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອໃຫ້ມິດຕະພາບຄວາມສາມັັກຄີພິເສດ ແລະ ຮອບດ້ານ ໄດ້ເພີ່ມພູນຄູນສ້າງ ເຮັດໃຫ້ສາຍພົວພັນສາມັກຄີມິດຕະພາບແບບພິເສດ ແລະ ການພັດທະນາຮອບດ້ານລະຫວ່າງສອງຊາດລາວ – ຫວຽດນາມ ຈົ່ງສືບຕໍ່ເສີມຂະຫຍາຍ ແລະ ແຕກດອກອອກຜົນຂຽວສົດງົດງາມ ແລະ ໝັ້ນຄົງທະນົງແກ່ນຊົ່ວກາລະນານ.

About admins14