ລັດຖະມົນຕີກະຊວງກະສິກຳ ລົງຊຸກຍູ້ວຽກງານ ຢູ່ແຂວງບໍລິຄຳໄຊ

ໃນວັນທີ 24 ສິງຫາ 2022 ຢູ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ແຂວງ ທ່ານ ປອ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລົງມາຢ້ຽມຢາມຊຸກຍູ້ການຜະລິດກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຢູ່ແຂວງບໍລິຄຳໄຊ ມີຄະນະພະແນກກະສິກຳ ແລະ ປ່າໄມ້ແຂວງ, ເມືອງ, ພະນັກງານລັດຖະກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເຫັນວ່າ ສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ ໂດຍສະເພາະແມ່ນໄດ້ຜັນຂະຫຍາຍນິຕິກໍາຕ່າງໆຢ່າງຕໍ່ເນື່ອງ ແລະ ທົ່ວເຖິງ, ສຳເລັດການປັບປຸງການຈັດຕັ້ງແລ້ວ 7 ຂະແໜງການ, ສາມາດປັກດໍາເຂົ້ານາປີສໍາເລັດ 37.179 ເຮັກຕາ, ນາແຊງ 1.825 ເຮັກຕາ ແລະ ເຂົ້າໄຮ່ 1.506 ເຮັກຕາ ເທົ່າກັບ 99,57% ຂອງແຜນການ, ປູກພືດລະດູແລ້ງ ແລະ ລະດູຝົນ ປະຕິບັດໄດ້ 35.800 ເຮັກຕາ, ຄາດຄະເນຜົນຜະລິດໄດ້ 495.190 ໂຕນ ເທົ່າກັບ 125% ຂອງແຜນການ, ໄດ້ນໍາເອົາເອກະສານເຂົ້າຜ່ານບໍລິການຫ້ອງການປະຕູດຽວຂອງແຂວງ 10 ປະເພດເອກະສານ, ວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປີ 2022 ຂະແໜງພັດທະນາຊົນນະບົດມີ 9 ໂຄງການ ໃນນັ້ນເປັນໂຄງການສືບຕໍ່ 4 ໂຄງການ ແລະ ໂຄງການຊໍາລະໜີ້ສິນ 5 ໂຄງການ, ປີ 2021 ໄດ້ປະເມີນຕາມດໍາລັດ 348/ລບ ມີຄອບຄົວພົ້ນທຸກ 56.024 ຄອບຄົວ, ຄອບຄົວທຸກຍາກ 1.688 ຄອບຄົວ ເທົ່າກັບ 2,92% ແລະ ໃນປີ 2022 ໄດ້ປະເມີນຕາມແບບຟອມ F1 ຈໍານວນ 18 ບ້ານ, 2.313 ຄອບຄົວ.

ນອກນັ້ນ ວຽກງານລ້ຽງສັດ-ການປະມົງ, ຄຸ້ມຄອງພັດທະນາດິນກະສິກໍາ, ວຽກງານສູນບໍລິການເຕັກນິກ, ຄຸ້ມຄອງປ່າໄມ, ກວດກາປ່າໄມ ແລະ ວຽກງານອື່ນໆ ກໍ່ໄດ້ຮັບການຈັດຕັ້ງປະຕິບັດ ດ້ວຍຄວາມເອົາໃຈໃສ່ສູງ ແລະ ໄດ້ຮັບຜົນສໍາເລັດຕາມແຜນການທີ່ກຳນົດໄວ້.

ໂອກາດນີ້ ທ່ານລັດຖະມົນຕີ ຍັງໄດ້ໃຫ້ກຽດໂອລົມໂດຍທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທາງພະແນກກະສິກຳ ແລະ ປ່າໄມ້ແຂວງ ຍາດມາໄດ້ ພ້ອມດຽວກັນທ່ານຍັງໄດ້ເນັ້ນໜັກວຽກງານສຳຄັນຈໍານວນໜຶ່ງ ເປັນຕົ້ນແມ່ນວຽກງານການປັບປຸງກົງຈັກການຈັດຕັ້ງໃຫ້ສຳເລັັດ, ກະທັດຮັດ ແລະ ມີຄຸນນະພາບ, ການຊັບຊ້ອນບຸກຄະລາກອນໃຫ້ແທດເໝາະກັບຄວາມຮູ້ຄວາມສາມາດ ຮັບປະກັນເຮັດໃຫ້ວຽກງານ ໄດ້ຮັບການຈັດຕັ້ງປະຕິບັດສໍາເລັດ ຕາມແຜນການທີ່ວາງໄວ້ ແລະ ຮັບປະກັນຄວາມສາມັກຄີ ຕາມຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ເລັ່ງໃສ່ສົງເສີມ, ຍົກລະດັບການຜະລິດເປັນສິນຄ້າໃຫ້ຫຼາຍຂຶ້ນ ເພື່ອທົດແທນສິນຄ້າທີ່ມີການນໍາເຂົ້າຫຼາຍ, ເກັບກໍາສະຖິຕິຂໍ້ມູນ ຂອງບັນດາໂຮງຈັກໂຮງງານໃຫ້ລະອຽດ ເພື່ອສະດວກໃນການຄຸ້ມຄອງ ແນໃສ່ແກ້ໄຂບາງຂໍ້ຄົງຄ້າງໃຫ້ດີຂຶ້ນ, ຍົກລະດັບດ້ານຄວາມຮູ້, ເຕັກນິກທີ່ທັນສະໄໝ ໃຫ້ບັນດາສູນຝຶກອົບຮົມ, ສູນສາທິດ ແລະ ສູນຜະລິດຕະພັນ, ສຸມໃສ່ສ້າງຖານການຜະລິດ ແລະ ຄອບຄົວຕົວແບບທາງດ້ານການຜະລິດ ແລະ ການປະເມີນວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມດໍາລັດ 348/ລບ ຕ້ອງໃຫ້ຖືກຕ້ອງກັບຄວາມເປັນຈິງ, ໄດ້ຕາມມາດຖານເງື່ອນໄຂທີ່ກຳນົດໄວ້ ແລະ ຮັບປະກັນຄວາມຍືນຍົງ.

About admins14