ບໍລິຄຳໄຊເຜີຍແຜ່ນິຕິກໍາສໍາຄັນຂອງພັກ, ລັດຖະບານ ແລະ ຂອງແຂວງ

ກອງປະຊຸມເຜີຍແຜ່ມະຕິທີ່ສໍາຄັນຂອງພັກ, ນິຕິກຳຂອງລັດ ໄດ້ຈັດຂຶ້ນໃນວັນທີ 24 ສິງຫາ 2022 ຢູ່ສະໂມສອນໃຫຍ່ຂອງແຂວງ ເປັນປະທານໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພະແນກການ, ເມືອງ 7 ຕົວເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ແລະ ຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງບໍລິຄຳໄຊ ຄັ້ງທີ 8 ສະໄໝທີ VII ທີ່ໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນໍາບັນຫາສຳຄັນ ເປັນຕົ້ນແມ່ນ ຕີລາຄາຜົນສໍາເລັດການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ສະໄໝທີ VII, ວຽກງານຮອບດ້ານຂອງແຂວງ ໃນໄລຍະ 6 ເດືອນຕົ້ນປີ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ຮັບຮອງເອົາທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2022 ທີ່ຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດ ໂດຍສະເພາະແມ່ນວຽກງານແນວຄິດ, ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການພັດທະນາວັດທະນະທຳ – ສັງຄົມ ແລະ ວຽກງານອື່ນໆ.

ຮັບຟັງການເຜີຍແຜ່ ເອກະສານນໍາພາແນວຄິດ ກ່ຽວກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ພາຍໃຕ້ຄໍາຂວັນ “ ພົນລະເມືອງລາວທຸກຄົນເປັນເຈົ້າຂອງປະເທດຊາດ, ຍາມປະເທດຊາດພົບຄວາມຫຍຸ້ງຍາກຂັດສົນ, ທຸກຄົນຕ້ອງຊ່ວຍຊາດ ເພື່ອພ້ອມກັນຂ້າມວິກິດການໄປໃຫ້ໄດ້” ໄດຍົກໃຫ້ເຫັນເຖິງສະພາບພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ຜັນແປຢ່າງສັບສົນຈາກຫຼາຍສາເຫດ ທີ່ສົ່ງຜົນກະທົບຕໍ່ລາຄາສິນຄ້າໃນຕະຫຼາດໂລກ, ຕ່ອງໂສ້ການຜະລິດ ແລະ ການລົງທຶນ, ພ້ອມນັ້ນ ຍັງຍົກໃຫ້ເຫັນສະພາບພາຍໃນ ໂດຍສະເພາະແມ່ນບັນຫາລະບົບການເງິນແຫ່ງຊາດໃນປັດຈຸບັນ, ສະພາບການຄຸ້ມຄອງການນໍາເຂົ້ານ້ຳມັນເຊື້ອໄຟ ແລະ ລາຄາສິນຄ້າໃນທ້ອງຕະຫຼາດທີ່ມີທ່າອ່ຽງສູງ ແລະ ມາດຕະການ, ວິທີແກ້ໄຂຂອງແຕ່ລະບັນຫາ ທີ່ຕ້ອງໄດ້ເລັ່ງສຸມໃສ່ຈັດຕັ້ງປະຕິບັດໃຫ້ໄດ້ປະສິດທິຜົນສູງສຸດ. ນອກນັ້ນຍັງໄດ້ຮັບຟັງການເຜີຍແຜ່ດໍາລັດ ສະບັບເລກທີ 205/ລບ, ລົງວັນທີ 22 ກໍລະກົດ 2022 ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ.

About admins14