ປກສ ແຂວງ ເຜີຍແຜ່ເຊື່ອມຊືມ ມະຕິຕົກລົງກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I

ໃນວັນທີ 19 ສິງຫາ 2022 ກອງບັນຊາການປ້ອງກັນຄວາມສະຫວົບແຂວງ ໄດ້ເປີດກອງປະຊຸມ ເຜີຍແຜ່ເຊື່ອມຊືມ ມະຕິຕົກລົງກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປະຈໍາປີ 2022 ແລະ ດໍາລັດວ່າດ້ວຍການປະຫຍັດ ແລະ ຕ້ານການຟຸ້ມເຟືອຍ, ໂດຍການເປັນປະທານ ແລະ ໃຫ້ກຽດເຜີຍແຜ່ເອກະສານຂອງ ທ່ານ ພັນເອກ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ມີຄະນະພັກ-ຄະນະກອງບັນຊາການ, ບັນດາຄະນະຫ້ອງ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ທ່ານ ພັນເອກ ກົງຈັນ ໄຊປັນຍາ ໄດ້ຍົກໃຫ້ເຫັນຜົນຂອງກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປະຈໍາປີ 2022 , ເຊີ່ງກອງປະຊຸມ ໄດ້ພ້ອມກັນປຶກສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບຕໍ່ 5 ບັນຫາສໍາທີ່ຄັນ ໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໂດຍຕິດພັນກັບ 2 ວາລະແຫ່ງຊາດ ກໍ່ຄື ການແກ້ໄຂບັນຫາລວມຂອງຊາດ. ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງ ເອົາບົດສະຫຼຸບຕີລາ ຄາການເຄື່ອນໄຫວວຽກງານພົ້ນເດັ່ນໃນ 6 ເດືອນຕົ້ນປີ 2022 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຂອງລັດຖະບານ. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງແຜນປະຕິບັດຕົວຈິງ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບແຜນປະຕິບັດຕົວຈິງ 02 ວາລະແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 06 ເດືອນທ້າຍປີ 2022 ຕາມມະຕິຂອງກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາບົດລາຍງານ ສະພາບການປະຕິບັດ ນະໂຍບາຍອັດຕາດອກເບ້ຍທະນາຄານ ລວມທັງສະພາບການຄຸ້ມຄອງສະຖາບັນການເງິນຈຸລະພາກ, ຮ້ານແລກປ່ຽນເງິນຕາ, ໂຮງຊວດຈຳ ແລະ ຮ້ານຄໍາ, ໃນໄລຍະຜ່ານມາ ແລະ ສະເໜີທິດທາງຄາດໝາຍປັບປຸງໃນຕໍ່ໜ້າ ໂດຍມອບໃຫ້ທະນາຄານ ແຫ່ງ ສປປ ລາວ ນຳໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ແລະ ມີປະສິດທິຜົນດີຂື້ນ. ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງບົດລາຍງານ ສະພາບການແກ້ໄຂການຂາດແຄນ, ບໍລິການນ້ຳມັນເຊື້ອໄຟ ແລະ ການປັບປຸງໂຄງສ້າງລາຄານ້ຳມັນເຊື້ອໄຟ ໃນປະຈຸບັນ ແລະ ທິດທາງຄາດໝາຍປັບປຸງໃນຕໍ່ໜ້າ ໂດຍມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກວດກາຄືນຄວາມສາມາດ ແລະ ຄວາມຮັບຜິດຊອບ ໃນການນໍາເຂົ້ານໍ້າມັນເຊື້ອໄຟ ຂອງບັນດາບໍລິສັດທີ່ໄດ້ອະນຸຍາດຜ່ານມາແລ້ວ.

ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບຜົນສໍາເລັດໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ທິດທາງແຜນການ, ມາດຕະ ການໃນຕໍ່ໜ້າ, ການແກ້ໄຂພະຍາດຕາມລະດູການ ໂດຍມອບໃຫ້ຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນ ສືບຕໍ່ວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ແລະ ພະຍາດຕາມລະດູການ ທີ່ລັດຖະບານ ວາງອອກແຕ່ລະໄລຍະ. ນອກນັ້ນ ຍັງໄດ້ຍົກໃຫ້ເຫັນດໍາລັດວ່າດ້ວຍ ການປະຫຍັດ ແລະ ຕ້ານການຟຸມເຟືອຍ. ຈຸດປະສົງກໍ່ເພື່ອເຮັດໃຫ້ນາຍ ແລະ ພົນຕໍາຫຼວດ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ໄດ້ຮັບຮູ້ເຊື່ອມຊືມ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະສິດ-ສັງຄົມຂອງລັດຖະບານ, ທິດທາງແຜນການ ແລະ ແນວທາງປ່ຽນແປງໃໝ່ທີ່ມີຫຼັກກການຂອງພັກ-ລັດຖະບານ ແລະ ພ້ອມກັນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າການແກ້ໄຂບັນຫາເສດຖະກິດ-ການເງີນ, ບັນຫາຢາເສບຕິດທີ່ເປັນການກົດໜ່ວງທ່ວງດືງການສ້າງສາພັດທະນາຂອງປະເທດຊາດ ຕາມທິດທາງແຜນການຂອງພັກ-ລັດຖະບານ ວາງອອກໃຫ້ປະກົດຜົນເປັນຈິງ. ທັງເປັນການແກ້ໄຂບັນຫາການຫຼີ້ນກີນຟຸ້ມເຟືອຍ, ບັນຫາໜີ້ສີນຄຸມເຄືອ ທີ່ຈະສ້າງຜົນກະທົບຕໍ່ໜ້າທີ່ວຽກງານຂອງນາຍ ແລະ ພົນຕໍາຫຼວດ, ຜົນກະທົບຕໍ່ການຈັດຕັ້ງ ແລະ ພາບພົດຂອງກໍາລັງປ້ອງກັນຄວາມສະຫງົບ.

About admins14