ລັດຖະບານ ຣາຊະອານາຈັກ ລຸກຊໍາບວກ ແຜນງານລາວ 030 ມອບເຮືອນໃຫ້ກັບຄອບຄົວທຸກຍາກ ອານາຖາ ຢູ່ 2 ບ້ານ ຂອງ ເມືອງວຽງທອງ

ໃນລະຫວ່າງວັນທີ 17-18 ພະຈິກ 2021 ທ່ານ ໄຊອໍາພອນ ສີຫາວົງ ຫົວໜ້າພະແນກ ແຜນການ ແລະ ການລົງທຶນແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ຕ່າງໜ້າໃຫ້ກັບລັດຖະບານ ຣາຊະອານາຈັກ ລຸກຊໍາບວກ ແຜນງານລາວ 030 ໄດ້ມອບເຮືອນທີ່ປຸກສ້າງສໍາເລັດ ຈໍານວນ 7 ຫຼັງ ໃຫ້ກັບຄອບຄົວທຸກຍາກອານາຖາ ຢູ່ 2 ບ້ານ ຢູ່ເມືອງວຽງທອງ.

ການປຸກສ້າງ, ສ້ອມແປງເຮືອນຈຳນວນ 7 ຫຼັງ ແມ່ນໄດ້ຮັບທຶນສະໜັບສະໜູນຈາກລັດຖະບານ ຣາຊະອານາຈັກລຸກຊໍາບວກ ລວມມູນຄ່າ ເກືອບ 50 ລ້ານກີບ, ໃນນັ້ນບ້ານຜ່າບໍ ຈໍານວນ 2 ຫຼັງ ຄື: ຄອບຄົວຂອງ ທ່ານ ເສີຍໄມຊົງ ແລະ ຄອບຄົວທ່ານ ເຊັງຊົງ ລວມມູນຄ່າການປູກສ້າງສອມແປງ 19 ລ້ານກວ່າກີບ ແລະ ຢູ່ບ້ານ ນໍ້າຕ້ອງ 5 ຫຼັງ ຄື: ຄອບຄົວ ທ່ານ ນາງ ທອງ, ຄອບຄົວ ທ່ານ ສອນໄຊ, ຄອບຄົວ ທ່ານ ຄໍາບຸນມີ, ຄອບຄົວ ທ່ານ ຊຽງຄວນ ແລະ ຄອບຄົວ ທ່ານ ວັງກີຊົງ ມູນຄ່າການປຸກ, ສ້າງສ້ອມແປງ 29 ລ້ານກວ່າກີບ.

About admins14