ແນວລາວສ້າງຊາດ ທາບທາມເອກະສານກອງປະຊຸມໃຫຍ່ ຄັ້ງທີ 11 ຜ່ານລະບົບທາງໄກ

ກອງປະຊຸມ ທາບທາມເອກະສານກອງປະຊຸມໃຫຍ່ ຄັ້ງທີ 11 ຂອງແນວລາວສ້າງຊາດ ຜ່ານລະບົບວີດີໂອຄອນເຟີເຣັ້ນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 19 ພະຈິກ 2021 ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີຄະນະກຳມະການແນວລາວສ້າງຊາດຈາກສູນກາງ ແລະ ບັນດາແຂວງ ເຂົ້າຮ່ວມ.

ແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມໂດຍທ່ານ ບຸນຄຳ ໄຊເຍ່ຍລໍວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະ.

ກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 11 ຂອງແນວລາວສ້າງຊາດ ເຊິ່ງເນື້ອໃນປະກອບດ້ວຍ 2 ບັນຫາໃຫຍ່ ຄື: ຕີລະຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 10 ແລະ ເພີ່ມທະວີວຽກງານແນວໂຮມໃນໄລຍະໃໝ່, ຄາດໝາຍຕົ້ນຕໍ ແລະ ແຜນວຽກຈຸດສຸມຂອງຄະນະກຳມະການແນວລາວສ້າງຊາດ ໄລຍະ 2021-2026, ເຊິ່ງໄລຍະຜ່ານມາ ຄະນະກຳມະການແນວລາວຊາດທົ່ວປະເທດ ກໍ່ໄດ້ປະກອບສ່ວນເຂົ້າໃນຜົນງານລວມຂອງຊາດ ເປັນຕົ້ນແມ່ນ ຮັບຮອງເອົາຄອບຄົວສາມັກຄີ ຈຳນວນ 876.875 ຄອບຄົວ, ບ້ານສາມັກຄີປອງດອງໄດ້ 5.561 ບ້ານ, ໄດ້ຮັບຄຳຮ້ອງ-ຄຳສະເໜີ ຈຳນວນ 158 ສະບັບ ສ່ວນໃຫຍ່ແມ່ນຂໍ້ຂັດແຍ່ງກ່ຽວກັບທີ່ດິນ, ການປະຕິບັດຄຳຕັດສິນຂອງສານ, ການຊົດເຊີຍຜົນກະທົບຈາກໂຄງການພັດທະນາຕ່າງໆ, ພົ້ນເດັ່ນແມ່ນ ເປີດນຳໃຊ້ສູນຝຶກອົບຮົມ ແລະ ຫໍມູນເຊື້ອແນວລາວສ້າງຊາດ, ສ້າງຕັ້ງໜັງສືພິມສາມັກຄີພັດທະນາ, ສ້າງລະບົບສື່ອອນລາຍຈຳນວນໜຶ່ງ ແລະ ຂໍ້ມູນກ່ຽວກັບການເຄື່ອນໄຫວວຽກງານແນວໂຮມຢູ່ສູນກາງ ແລະ ທ້ອງຖິ່ນໄວ ແລະ ຫຼາຍຂຶ້ນ.

ກອງປະຊຸມ ຍັງໄດ້ຜ່ານຮ່າງກົດລະບຽບແນວລາວສ້າງຊາດ ສະໄໝທີ 11, ແນະນຳບຸກຄະລາກອນຜູ້ທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່, ພ້ອມນີ້ ຍັງໄດ້ຮັບຟັງການປະກອບຄຳເຫັນ ຈາກຄະນະກຳມະການແນວລາວສ້າງຊາດຈາກສູນກາງ ແລະ ທ້ອງຖິ່ນ ເພື່ອພ້ອມກັນຄົ້ນຄວ້າ ໃຫ້ກອງປະຊຸມດັ່ງກ່າວໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

About admins16