ພະນັກງານຫຼັກແຫຼ່ງ 3 ເມືອງພູດອຍ ຮັບຟັງການເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ

ໃນລະຫວ່າງວັນທີ 16-18 ພະຈິກ 2021 ທ່ານ ໃສຄໍາ ທອງລັດ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະ ໄດ້ລົງຈັດຕັ້ງເຜີຍແຜ່ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ຢູ່ແຂວງບໍລິຄໍາໄຊ ໄລຍະປີ 2021-2023 ໃຫ້ກັບພະນັກງານຫຼັກແຫຼ່ງ 3 ເມືອງພູອຍຂອງແຂວງ ຄື: ເມືອງຄໍາເກີດ, ເມືອງວຽງທອງ ແລະ ເມືອງໄຊຈໍາພອນ ໂດຍມີຄະນະບໍລິຫານງານພັກເມືອງ, ບັນດາສະຫາຍຫົວໜ້າຫ້ອງການ ແລະ ຫົວໜ້າກອງບັນຊາການ ປກຊ – ປກສ ເຂົ້າຮ່ວມ.

ຈຸດປະສົງໃນຂອງລົງຈັດຕັ້ງເຜີຍແຜ່ວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງີນຂອງແຂວງ ບໍລິຄໍາໄຊ ໄລຍະປີ 2021-2023 ໃນຄັ້ງນີ ກໍ່ເພື່ອເປັນການກໍານົດແຜນວຽກງານຕົວຈິງທີ່ຈໍາເປັນ-ຮີບດ່ວນ, ເພື່ອປຸກລະດົມກໍາລັງແຮງ ແລະ ຄວາມສາມາດບົ່ມຊ້ອນທັງໝົດ ຂອງທຸກການຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ແລະ ສຸມໃສ່ແກ້ໄຂວຽກງານບູລິມະສິດດ້ານເສດຖະກິດ-ການເງິນ ໂດຍເລີ່ມຈາກການສ້າງການຫັນປ່ຽນກົນໄກນະໂຍບາຍ ລະບຽບການຕ່າງໆ ແກ້ໄຂຂໍ້ຄົງຄ້າງທີ່ເປັນສາຍໃຍຊໍ້າເຮື້ອ ແລະ ເປັນສາເຫດຂອງການເກີດບັນຫາ, ທັງນີ້ ກໍ່ເພື່ອແນ່ໃສ່ແກ້ໄຂສະພາບເສດຖະກິດ-ການເງິນ ພາຍໃນແຂວງບໍລິຄໍາໄຊ ໄດ້ພົ້ນອອກຈາກຄວາມສ່ຽງທີ່ຈະຕົກເຂົ້າສູ່ວິກິດຮ້າຍແຮງ ແລະ ກ້າວສູ່ສະພາບປົກກະຕິໃນໄລຍະແຕ່ນີ້ຮອດປີ 2023.

ທັງນີ້ກໍ່ເພື່ອແນ່ໃສສ້າງຄວາມເຂົ້າໃຈໃຫ້ກັບພະນັງງານຫຼັກແຫຼ່ງນໍາພາຄຸ້ມຄອງແຕ່ລະຂັ້ນ ເຫັນໄດ້ຄວາມໝາຍສໍາຄັນ ແລະ ຄວາມຈໍາເປັນອັນຮີບດ່ວນທີ່ຈະຕ້ອງໄດ້ປັບປຸງແກ້ໄຂ້ ເພຶ່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໄດ້ມີການປັບປຸງປ່ຽນແປງ ຖືກຕ້ອງຕາມລະບຽບການ ແລະ ທິດຊີ້ນໍາທີຂັ້ນເທິງວາງອອກໃນແຕ່ລະໄລຍະ, ສາມາດບັນລຸໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍ.

ໃນໄລຍະ 2 ປີຕໍ່ໜ້າ ແຂວງບໍລິຄໍາໄຊ ໄດ້ກໍານົດທິດທາງວຽກຈຸດສຸມ ແລະ ມາດຕະການແກ້ໄຂ ເຊິ່ງໄດ້ແບ່ງອອກເປັນ 4 ວຽກຈຸດສຸມ ຄື: ສົ່ງເສີມການຜະລິດ ເພຶ່ອທົດແທນການນໍາເຂົ້າ ແລະ ຫັນຜະລິດເປັນສິນຄ້າທີ່ແຂວງມີທ່າແຮງ ແລະ ມີຕະຫຼາດຮອງຮັບ, ສ້າງຄວາມເຂັ້ມແຂງດ້ານການເກັບລາຍຮັບງົບປະມານ, ສົ່ງເສີມການປະຢັດ ຕ້ານການຟຸມເຟຶ້ອຍ ຍົກສູງປະສິດທິຜົນການລົງທຶນ-ລາຍຈ່າຍງົບປະມານພາຍໃນ-ຕ່າງປະເທດ, ແກ້ໄຂໜີ້ສິນ ແລະ ຍົກສູງປະສິດທິພາບການຄຸ້ມຄອງລັດດ້ວຍກົດໝາຍ.

About admins14