ມໍຕົ້ນນ້ຳທອນ ຮັບຟັງປາຖະກະຖາ 3 ວັນປະຫວັດສາດ

 

ໃນຕອນເຊົ້າວັນທີ 8 ທັນວາ 2020 ນີ້ ຢູ່ທີ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນນ້ຳທອນ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດຕັ້ງພິທີປາຖະກະຖາເລົ່າຄືນມູນເຊື້ອ 3 ວັນປະຫວັດສາດເປັນກຽດປາຖະກະຖາ ໂດຍທ່ານ ບຸນຍັງ ອຸ່ນຊຽງໃຫມ່ ຮອງເຈົ້າເມືອງປາກກະດິງ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ, ຄະນະອຳນວຍການໂຮງຮຽນ-ຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມຮັບຟັງ.

ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45ປີ (2 ທັນວາ 1975-2 ທັນວາ 2020) ແມ່ນວັນທີ່ມີຄວາມໝາຍຄວາມສຳຄັນທົ່ວພັກ, ທົ່ວລັດ, ທົ່ວປວງຊົນລາວ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ກູ້ຊາດຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ແມ່ນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ, ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆໃນເວທີປະຊາຄົມໂລກ, ແມ່ນວັນແຫ່ງສັນຕິພາບ ການກ້າວສູ່ຍຸກສະໄໝໃໝ່ ແຫ່ງການສ້າງປະເທດລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ.

ໄລຍະ 45 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະຊາຊົນລາວບັນດາເຜົ່າທຳມາຫາກິນ ພາຍໃຕ້ການຊີ້ນຳນຳພາຂອງພັກ-ລັດ ເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂື້ນ.

ພ້ອມດຽວກັນນີ້ ຍັງໄດ້ປາຖະກະຖາ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100ປີ (13 ທັນວາ 1920-13 ທັນວາ 2020) ທ່ານແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ແມ່ນນັກປະຕິວັດຜູ້ດີເລີດ ທັງເປັນຜູ້ນຳສູງສຸດຂອງການປະຕິວັດລາວທີ່ມີຄວາມປີຊາສາມາດ, ມີນ້ຳໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງພັກ-ລັດ, ປະຊາຊົນ ແລະ ເປັນວິລະບູລຸດຂອງຊາດລາວເຮົາ ແລະ ຍັງໄດ້ປາຖະກະຖາວັນສາກົນຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ນຍິງ ຄົບຮອບ 20ປີ ( 25 ພະຈິກ 2000 – 25 ພະຈິກ 2020  ). ເປັນການໂຄສະນາເຜີຍແຜ່ ທົບທວນຫວນຄືນມູນເຊື້ອພາລະກິດປະຕິວັດຊາດ ປະຊາທິປະໄຕ ແລະ ຄຸນສົມບັດອັນດີງາມຂອງທ່ານຜູ້ນຳ, ທັງເປັນການປູກຈິດສຳນຶກ ແລະ ສ້າງຈິນຕະນາການໃໝ່ທີ່ຖືກຕ້ອງ ກ່ຽວກັບການປ້ອງກັນ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ເພື່ອໃຫ້ຄູອາຈານທີ່ເປັນແມ່ພີມຂອງຊາດ ແລະ ນັກຮຽນທີ່ເປັນໜໍ່ແໜງຜູ້ສືບທອດຂອງຊາດ ໄດ້ຮຽນຮູ້ເອົາບົດຮຽນທີ່ດີເລີດໃນປະຫວັດສາດ ເປັນທິດນຳໃນການປັບປຸງຕົນເອງໃຫ້ເປັນບຸກຄົນທີ່ດີເລີດໃນຕໍ່ໜ້າ.

 

About admin11