ປກສ ປາຖະກາຖາ ມູນເຊື້ອ 02 ວັນປະຫວັດສາດ

  

ເພື່ອເປັນການສະເຫຼີມສະຫຼອງ ແລະ ລະນືກເຖິງວັນທີ່ມີຄວາມໝາຍຄວາມສໍາຄັນຕ່າງໆຂອງພັກ-ຂອງຊາດ ແລະ ສະເເດງເຖີງຄວາມຮູ້ບຸນຄຸນ, ຄຸນງາມຄວາມດີຂອງບັນພະບູລຸດ, ນັກຮົບປະຕິວັດທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອເພື່ອຊາດ, ຕອນເຊົ້າ ວັນທີ 08 ທັນວາ 2020  ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທີ ປາຖະກະຖາ ເລົ່າຄືນມູນເຊື້ອ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ ( 02 ທັນວາ 1975 – 02 ທັນວາ 2020 ) ແລະ ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ( 13 ທັນວາ 1920 – 13 ທັນວາ 2020) ໂດຍໃຫ້ກຽດເລົ່າຄືນມູນເຊື້ອ 02 ວັນດັ່ງກ່າວ ຂອງທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ.

ທ່ານໄດ້ເລົ່າຄືນບາງຕອນວ່າ: ວັນທີ 02 ທັນວາ ເປັນວັນທີ່ມີຄວາມໝາຍຄວາມສໍາຄັນໃນທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ເປັນຂີດໝາຍແຫ່ງໄຊຊະນະໃນປະຫວັດສາດແຫ່ງການຕໍ່ສູ້ຂອງປະຊາຊົນລາວ, ເພື່ອຍາດເອົາອິດສະຫຼະພາບ, ເອກະລາດ, ອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນຂອງຕົນ, ພາຍໃຕ້ການຊີ້ນໍາ-ນໍາພາ ຂອງພັກປະຊາຊົນປະຕິວັດລາວ, ເຊີ່ງກໍາລັງປະກອບອາວຸດ, ວິລະຊົນຜູ້ຮັກຊາດ, ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ໄດ້ສາມັກຄີກັນ ຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດລ່າເມືອງຂື້ນແບບເກົ່າ ແລະ ແບບໃຫມ່, ຍອມເສຍສະຫຼະຊີວິດເລືອດເນື້ອເພື່ອຊາດເພື່ອປະຊາຊົນ, ບໍ່ຍອມຈໍານົນໃຫ້ສັດຕູຜູ້ຮຸກຮານ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນຢ່າງສະຫງ່າຜ່າເຜີຍໃນວັນທີ 02 ທັນວາ 1975 ເຊິ່ງເປັນຂີດໝາຍແຫ່ງປະຫວັດສາດຂອງຊາດລາວ, ເຮັດໃຫ້ປະເທດລາວມີທີ່ຕັ້ງອັນສົມກຽດ ແລະ ຖານະເທົ່າທຽມກັບປະເທດຕ່າງໆໃນເວທີພາກພື້ນ ແລະ ສາກົນ, ເປັນວັນແຫ່ງການກ້າວເຂົ້າສູ່ຍຸກສະໄໝ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ພ້ອມນັ້ນ ທ່ານ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ຜົນງານການເຄື່ອນໄຫວ ແລະ ຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ, ທ່ານເປັນຜູ້ນໍາທີ່ເດັດດ່ຽດ ແລະ ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ເປັນຜູ້ນໍາທີ່ເປັນແວ່ນແຍງໃສແຈ້ງ ແລະ ເປັນແບບຢ່າງອັນປະເສີດດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນການປະຕິວັດ ກໍ່ຄືແບບແຜນການດໍາລົງຊີວິດ ໃຫ້ແກ່ພະນັກງານ, ສະມາຊິກພັກ, ພະນັກງານ-ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ.

ສະນັ້ນ ໃນນາມທີ່ພວກເຮົາເປັນສະມາຊິກພັກ, ພະນັກງານ-ນັກຮົບ ຄວນນໍາເອົາມູນເຊື້ອ, ຄຸນງາມຄວາມດີຂອງທ່ານ ໄປໝູນໃຊ້ເຂົ້າໃນການດໍາລົງຊີວິດ ແລະ ວຽກງານຕົວຈິງ ແນ່ໃສ່ເຮັດໃຫ້ຕົນເອງກາຍເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສີນທໍາປະຕິບັດ , ມີແບບແຜນວິທີເຮັດວຽກທີ່ທັນສະໄໝ ແລະ ກາຍເປັນພະນັກງານຜູ້ສືບທອດທີ່ດີໃນອະນາຄົດ.

ໃນພິທີຍັງໄດ້ມີການປະກາດ ເລື່ອນຊັ້ນ, ປະດັບຊັ້ນ ໃຫ້ນາຍ ແລະ ພົນຕໍາຫຼວດ ປກສ ແຂວງບໍລິຄໍາໄຊ ຈໍານວນ 142 ສະຫາຍ, ຍິງ 31 ສະຫາຍ, ໃນນັ້ນເລື່ອນ ຊັ້ນ ພັນຕີ ຂື້ນ ພັນໂທ 16 ສະຫາຍ ຍິງ 02 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 26 ສະຫາຍ ຍິງ 06 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 08 ສະຫາຍ ຍິງ 01 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 15 ສະຫາຍ ຍິງ 02 ສະຫາຍ, ວາທີຮ້ອຍຕີ ຂື້ນ ຮ້ອຍ ຕີ 16 ສະຫາຍ ຍິງ 01 ສະຫາຍ, ສິບເອກ ຂື້ນ ວາທີຮ້ອຍຕີ 16 ສະຫາຍ ຍິງ 04 ສະຫາຍ ແລະ ເລື່ອນຊັ້ນ ສິບໂທ ຂື້ນ ສິບເອກ 45 ສະຫາຍ ຍິງ 15 ສະຫາຍ .

ຕອນທ້າຍກອງປະຊຸມ ຍັງໄດ້ຈັດກິດຈະກໍາບໍລິຈາກເລືອດຊ່ວຍເຫຼືອສັງຄົມ ເພື່ອຂໍ່ານັບຮັບຕ້ອນ ວັນຊາດ ທີ 02 ທັນວາ ຄົບຮອບ 45 ປີ.

About admin11