ຝຶກອົບຮົມການຄຸ້ມຄອງກອງທຶນໝູນວຽນ ໃຫ້ 8 ບ້ານເປົ້າໝາຍ

ໃນວັນທີ 8 ທັນວາ 2020 ທີ່ຫ້ອງປະຊຸມຫ້ອງການກະສິກໍາ-ປ່າໄມ້ ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ມີພິທີເປີດຝຶກອົບຮົມການຄຸ້ມຄອງກອງທຶນໝູນວຽນເພື່ອພັດທະນາ ແລະ ປັບປຸງຊິວິດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດພາຍໃນ 8 ບ້ານເປົ້າໝາຍຂອງແຜນງານພັດທະນາທ້ອງຖີ່ນແຂວງບໍລິຄຳໄຊ ແຜນງານ ລາວ 030 ໂດຍເປັນກຽດເຂົ້າຮ່ວມເປີດບັ້ນຝຶກອົບຮົມຂອງ ທ່ານ ຄຳແສນ ອີນພົມທິຈັກ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ວຽງທອງ, ມີຄະນະທີມງານຄູຝຶກແຜນງານ ລາວ 030 ແລະ ນັກສໍາມະນາກອນມາຈາກ 8 ບ້ານເປົ້າໝາຍ ຄື: ບ້ານ ວັງພຽງ, ບ້ານ ອຸດົມໄຊ, ບ້ານ ນໍ້າຕ້ອງ, ບ້ານ ນາເພີນ, ບ້ານ ສີວິໄລ, ບ້ານ ທອງມີໄຊ, ບ້ານ ໄຊບົວທອງ, ບ້ານ ໄຊຈະເລີນ ແລະ ພາກສ່ວນຫ້ອງການທີ່ກ່ຽວຂ້ອງ ເຂົາຮ່ວມ.

ໃນການຝຶກອົບຮົມ ຜູ້ເຂົ້າຮ່ວມໄດ້ຮັບການຮຽນຮູ້ບັນດາເອກະສານ ເປັນຕົ້ນແມ່ນ: ເອກະສານກອງທຶນໜຸນວຽນເພື່ອພັດທະນາ ແລະ ປັບປຸງຊິວິດການເປັນຢູ່ຂອງຄອບຄົວທຸກຍາກໃນເຂດຊົນນະບົດ, ເງື່ອນໄຂຂອງບ້ານໃນການສ້າງຕັ້ງກອງທືນ, ຮຽນຮູ້ຫຼັກການໃນການຄຸ້ມຄອງທຶນໝູນວຽນ, ຂັ້ນຕອນການປ່ອຍເງີນກູ້ທຶນໃຫ້ສະມາຊິກ, ການຕິດຕາມຊຸກຍູ້ຂອງແຕ່ລະພາກສ່ວນ, ການສຳລະສະສາງໜີ້ສິນ, ການກຳນົດສິດ ແລະ ໜ້າທີ່ຂອງຄະນະກຳມະການ, ກົດລະບຽບຄຸ້ມຄອງກອງທຶນໝູນວຽນຂັ້ນບ້ານ ແລະ ຂັ້ນຕອນອື່ນໆອີກ.

ກອງທຶນດັ່ງກ່າວ ແມ່ນກົນໄກການສະໜອງທຶນໃນຮູບແບບກອງທຶນສີນເຊື່ອຂະໜາດນ້ອຍ ໂດຍຊຸມຊົນເປັນເຈົ້າການໃນການປ່ອຍກູ້ ແລະ ບໍລິຫານຈັດການ ເພື່ອໃຫ້ຄອບຄົວທີ່ທຸກຍາກ ສາມາດເຂົ້າເຖີງໄດ້ງ່າຍ ບົນພື້ນຖານການບໍລິຫານຈັດການ ແລະ ການມີສ່ວນຮ່ວມຂອງຊຸມຊົນ,  ຈຸດປະສົງ ເພື່ອແນ່ໃສ່ໃຫ້ບັນດາບ້ານ ເປັນເຈົ້າຂອງໃນການຄຸ້ມຄອງບໍລິຫານທຶນດ້ວຍຕົນເອງໂດຍຕົວແທນຂອງບ້ານ, ທັງນີ້ ກໍ່ເພື່ອຕອບສະໜອງແນວທາງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ໂດຍສະເພາະແມ່ນການສ້າງແຫຼ່ງການເງີນທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນ ທີ່ດຳລົງຊິວິດການເປັນຢູ່ອາໃສຕາມເງື່ອນໄຂການຜະລິດກະສິກຳ ຫຼື ກິດຈະກຳສົ່ງເສີມສ້າງລາຍຮັບອື່ນໆ ເພື່ອພັດທະນາຊິວິດການເປັນຢູ່ຂອງປະຊາຊົນ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ບັ້ນຝຶກອົບຮົມໃນຄັ້ງນີ້ ຈະດຳເນີນເປັນເວລາ 2 ວັນ ຈຶ່ງຈະສໍາເລັດລົງ.

ຂ່າວ: ທອງວັນດີ 02056566608

About admin11