ມ້າງແກ້ງລັກລົດຈັກ ຢູ່ບ້ານຜາເມືອງ ເມືອງບໍລິຄັນ

             ໃນຕອນບ່າຍ ວັນທີ 03 ສິງຫາ 2021 ນີ້, ພະແນກ ສືບສວນ-ສອບສວນ ຫ້ອງຕໍາຫຼວດ ປກສ ແຂວງບໍລິຄໍາໄຊ ໄດ້ມອບລົດຈັກ ຈໍານວນ 03 ຄັນ ທີ່ເກັບກູ້ໄດ້ຈາກຄົນຮ້າຍລັກໄປ ຄືນໃຫ້ເຈົ້າຂອງເດີມ, ຕາງໜ້າກ່າວມອບໂດຍ ພັນຕີ ບຸນປະດິດ ພັນດານຸວົງ ຮອງຫົວໜ້າພະແນກ ສືບສວນ-ສອບສວນ ຫ້ອງຕໍາຫຼວດ ປກສ ແຂວງ, ຕາງໜ້າກ່າວຮັບໂດຍ ທ່ານ ວອນສີ ປະຊາຊົນ ບ້ານທົ່ງພັນຄໍາ ເມືອງບໍລິຄັນ ແຂວງບໍລິຄໍາໄຊ, ມີພະນັກງານ-ພາກສ່ວນທີ່ກ່ຽວຂ້ອງ ແລະ ເຈົ້າຂອງລົດຈໍານວນດັ່ງກ່າວ ເຂົ້າຮ່ວມ.

ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ຫ້ອງຕໍາຫຼວດ ປກສ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ໃນວັນທີ 10 ກໍລະກົດ 2021 ເຈົ້າໜ້າທີ່ ຈະລາຈອນ ປກສ ແຂວງ ໄດ້ຢຶດລົດ ຮຸນໄດ ສະຕາແລັກ ສີປອນດໍາ ໝາຍເລກທະບຽນ ກຄ 4110 ກໍາແພງນະຄອນ ບັນທຸກລົດຈັກເວບຮ້ອຍ ຈໍານວນ 02 ຄັນ ບໍ່ມີປ້າຍທະບຽນ ແລະ ເອກະສານລົດທີ່ຖືກຕ້ອງ ມາມອບໃຫ້ພະແນກສືບສວນ-ສອບສວນ ປກສ ແຂວງ ມາທໍາການສືບສວນ-ສອບສວນຂະຫຍາຍຜົນ.

ຜ່ານການສືບສວນ-ສອບສວນ ຈື່ງຮຸ້ວ່າ ຜູ້ທີ່ຂັບລົດຮຸນໄດ ສະຕາແລັກ ບັນທຸກລົດຈັກເວບ 100 ຈໍານວນ 02 ຄັນມາ ແມ່ນບຸກຄົນທີ່ໄດ້ຮັບຊື້ຊັບຜິດກົດໝາຍ ເຊີ່ງຜູ້ກ່ຽວໄດ້ຊື້ລົດຈັກຄັນດັ່ງກ່າວ ນໍາທ້າວ ເສັງທໍ່ ອາຍຸ 20 ປີ, ອາຊີບ ປະຊາຊົນ, ຢູ່ບ້ານ ຜາເມືອງ ເມືອງບໍລິຄັນ ແຂວງບໍລິຄໍາໄຊ, ມາຮອດ ວັນທີ 12 ກໍລະກົດ 2021 ຈື່ງສາມາດກັກຕົວທ້າວ ເສັງທໍ່ ມາດໍາເນີນການສືບສວນ-ສອບສວນ.

ຜ່ານການໃຫ້ການຂອງ ທ້າວ ເສັງທໍ່ ໄດ້ສາລະພາບວ່າ: ໃນເດືອນ ກໍລະກົດ 2021 ເວລາປະມານ 08 ໂມງ ທ້າວ ເສັງທໍ່ ກັບທ້າວ ນົງວ່າງ ໄດ້ພາກັນໄປລັກລົດຈັກ ເວັບ 100 ຢູ່ເຂດບ້ານ ບໍ່ ໄດ້ 1 ຄັນ, ຫຼັງຈາກນັ້ນ ກໍ່ໄດ້ພາກັນໄປລັກລົດຈັກເວບ 100 ຂອງປະຊາຊົນເຂດບ້ານ ດົງ ໄດ້ 1 ຄັນ ບໍ່ມີປ້າຍທະບຽນ ຈອດຢູ່ແຄມປ່າຂ້າງທາງ ແລ້ວເອົາໄປຊຸກເຊື່ອງໄວ້ຮ້ານກີນດື່ມຂ້າງຕະຫຼາດຜາເມືອງ, ມື້ຕໍ່ມາ ທ້າວ ເສັງທໍ່ກັບທ້າວ ເພີງວ່າງ, ທ້າວ ໄອວ່າງ ແລະ ທ້າວ ເຢັງທໍ່ ໄດ້ພາກັນໄປລັກລົດຂອງປະຊາຊົນຢູ່ເຂດບ້ານ ຜັກເບືອກ ໄດ້ລົດເວບ 100 ສີແດງດໍາ 1 ຄັນ ຈອດຢູ່ແຄມນໍ້າ ແລ້ວເອົາລົດຄັນດັ່ງກ່າວໄປຊຸກເຊື່ອງໄວ້ຮ້ານກີ່ມດື່ມບ່ອນເກົ່າ, ແລ້ວປະກາດຂາຍລົດຈໍານວນດັ່ງກ່າວຜ່ານລົງທາງເຟສບຸກ ແລ້ວຈື່ງໄດ້ມີຄົນສົນໃຈ, ແລ້ວນັດຂາຍກັນຢູ່ ເຂດບ້ານ ທົ່ງໃຫ່ຍ ເມືອງປາກຊັນ ແຂວງບໍລິຄໍາໄຊ ຈໍານວນ 03 ຄັນ, ເປັນເງີນທັງໝົດ 10 ລ້ານກີບ ຂາຍໃຫ້ຄົນລາວບໍ່ຮູ້ຊື່ , ບໍ່ຮູ້ບ້ານ ແລ້ວໄດ້ເອົາເງີນຈໍານວນດັ່ງກ່າວແບ່ງປັນກັນ ເຊີ່ງຕົນເອງແມ່ນໄດ້ 2.500.000 ກີບ.

ຕົກມາຮອດ ວັນທີ 11 ກໍລະກົດ 2021 ໄດ້ມີທ້າວ ໄອວ່າງ , ທ້າວ ນົງວ່າງ , ທ້າວ ເຢັງທໍ່ ໄດ້ໄປຊອກລັກລົດຢູ່ເຂດ ເມືອງວຽງທອງ  ໄດ້ລົດເວບ 100 ຈຳນວນ 02 ຄັນ, ສີງດໍາແດງ ແລະ ສີຂຽວ ມາໃຫ້ຕົນເອງຕິດຕໍ່ຂາຍໃຫ້ ຕົນຈື່ງໂທຫາຜູ້ທີ່ເຄີຍຕິດຕໍ່ຊື້ນໍາຕົນໃນຄັ້ງຜ່ານມາ, ພໍມາຮອດວັນທີ 12 ກໍລະກົດ 2021 ຈື່ງໄດ້ນັດຊື້-ຂາຍລົດນໍາກັນບ່ອນເກົ່າ ຕົນເອງຈື່ງຂັບຂີ່ລົດຈັກຂອງຕົນ ໄປສະຖານທີ່ນັດໝາຍ ຈື່ງຖືກເຈົ້າໜ້າທີ່ພະແນກ ສືບສວນ-ສອບສວນ ກັກຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.

ຜ່ານການສັງເກດ, ຕີລະຄາຂອງເຈົ້າໜ້າທີ່ເຫັນວ່າ ທ້າວ ເສັງທໍ່ ແມ່ນມີເຈດຕະນາ ເຄື່ອນໄຫວຊື້-ຂາຍຊັບ ແລະ ລັກຊັບຂອງພົນລະເມືອງ ແລະ ມີການເຄື່ອນໄຫວລັກຊັບເປັນກຸ່ມແກ້ງ, ການກະທໍາດັ່ງກ່າວແມ່ນຜິດໃນມາດຕາ 231 ແລະ 244 ຂອງປະມວນກົດໝາຍອາຍາ ແຫ່ງ ສປປ ລາວ ປະຈຸບັນຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນສຶບສວນ-ສອບສວນ ຂະຫຍາຍຜົນ.

 ເຈົ້າໜ້າທີ່ຍັງໄດ້ໃຫ້ຮູ້ວ່າ: ໃນການມ້າງລາຍຄະດີໃນຄັ້ງນີ້ ສາມາດກັກຕົວຜູ້ຊື້-ຂາຍຊັບຜິດກົດໝາຍ ຈໍານວນ 03 ຄົນຄື ທ້າວ ສໍລະພົງ ອາຍຸ 34 ປີ, ທ້າວ ມືດ ອາຍຸ 22 ປີ ແລະ ທ້າວ ພອນເທວາ ອາຍຸ 20 ປີ, ທັງ 03 ຄົນ ແມ່ນປະຊາຊົນຢູ່ບ້ານ ໂພນແຍງ ເມືອງປາກກະດິງ ແຂວງບໍລິຄໍາໄຊ, ເຈົ້າໜ້າທີ່ໄດ້ສືກສາອົບຮົມ, ສ້າງບົດບັກທືກ ແລະ ປ່ອຍຕົວ ຫາກພວກກ່ຽວທັງ 03 ໄດ້ກະທໍາຜິດອີກທາງເຈົ້າໜ້າທີ່ກໍ່ຈະໄດ້ນໍາຕົວພວກກ່ຽວມາດໍາເນີນຄະດີຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ.

About admin11