ແລກປ່ຽນບົດຮຽນ ການປະຕິບັດລາຍຈ່າຍງົບປະມານ 6 ເດືອນຕົ້ນປີ ອົງການໄອຍະການ

ກອງປະຊຸມແລກປ່ຽນຖອດຖອນບົດຮຽນ ການປະຕິບັດລາຍຈ່າຍງົບປະມານ 6 ເດືອນຕົ້ນປີ 2021 ແລະ ການສ້າງແຜນງົບປະມານ ປະຈຳປີ 2022 ວຽກງານອົງການໄອຍະການປະຊາຊົນ ໄດ້ຈັດຂຶ້ນໃນວັນທີ 5 ສິງຫາ 2021 ຢູ່ຫ້ອງປະຊຸມ ໂຮງແຮມສຸນັນທາ ບ້ານໂພນໄຊເໜືອ ເມືອງປາກຊັນ ໂດຍການເປັນປະທານຂອງ ທ່ານ ສີສຸພັນ ສີວັນທອງ ຫົວໜ້າກົມການເງິນ ອົງການໄອຍະການປະຊາຊົນສູງສຸດ, ມີອົງການໄອຍະການປະຊາຊົນພາກກາງ, ນະຄອນຫຼວງ, ບໍລິຄຳໄຊ, ເຂດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການສະຫຼຸບ ການຈັດຕັ້ງປະຕິບັດງົບປະມານ 6 ເດືອນຕົ້ນປີ 2021 ຂອງອົງການໄອຍະການປະຊາຊົນ ສາມາດຕອບສະໜອງງົບປະມານ ໃຫ້ການເຄື່ອນໄຫວວຽກງານຂອງ ອຍກ ໃນທົ່ວປະເທດເປັນປົກກະຕິ, ຮັບປະກັນການຈ່າຍເງືອນເດືອນ, ເງິນອຸດໜູນ ແລະ ນະໂຍບາຍຕ່າງໆ.

ນອກຈາກນີ້ ບັນດາຮ່ວງລາຍຈ່າຍອື່ນໆ ທີ່ໄດ້ຮັບອະນຸມັດ ເຊັ່ນ: ລາຍຈ່າຍຮັບໃຊ້ບໍລິຫານ, ລາຍຈ່າຍດັດສົມ-ສົ່ງເສີມ ວຽກງານອື່ນໆ, ຈັດຊື້ໃໝ່, ລາຍຈ່າຍລົງທຶນຂອງລັດ ແລະ ຊໍາລະໜີ້ສິນຕ່າງໆ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ກໍ່ໄດ້ປະຕິບັດຖືກຕ້ອງຕາມບົດແນະນໍາຂອງກະຊວງການເງິນວາງອອກຢ່າງເຂັ້ມງວດ ແລະ ສໍາເລັດຕາມແຜນທີ່ວາງໄວ້.

ຫຼັງຈາກນັ້ນ ຜູ້ແທນກອງປະຊຸມ ກໍ່ໄດ້ມີການສະເໜີ, ປະກອບຄໍາຄິດຄໍາເຫັນ ແລະ ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ໃນຫຼາຍວຽກງານສໍາຄັນ ເປັນຕົ້ນແມ່ນ ການຈັດຝືກອົບຮົມຍົກລະດັບ ໃຫ້ພະນັກງານການເງິນ ອຍກ, ການເພີ່ມທະວີປະສານສົມທົບຂອງພາກສ່ວນກ່ຽວຂ້ອງ ເພື່ອອໍານວຍຄວາມສະດວກໃຫ້ແກ່ວຽກງານການເງິນ, ການປັບປຸງຍົກລະດັບການສະຫຼຸບລາຍງານ ການປະຕິບັດລາຍຈ່າຍງົບປະມານໃຫ້ເປັນລະບົບ, ຖືກຕ້ອງຕາມລະບຽບການ ແລະ ວຽກງານອື່ນໆ ທັ້ງນີ້ ກໍ່ເພື່ອນໍາໄປປັບປຸງ, ແກ້ໄຂ ແລະ ພັດທະນາ ວຽກງານທີ່ຍັງຄົງຄ້າງ ໃຫ້ດີຂຶ້ນໃນຕໍ່ໜ້າ.

About admins14