ພິທີມອບ-ຮັບໂຮງຮຽນປະຖົມສົມບູນບ້ານໂພນງາມ

ໃນຕອນເຊົ້າຂອງວັນທີ 3 ສິງຫາ 2021 ທີ່ໂຮງຮຽນປະຖົມສົມບູນບ້ານໂພນງາມ ໄດ້ຈັດ ພິທີມອບ-ຮັບໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານໂພນງາມ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ເພັດສະໃໝ ໄຊຍະທິຈັກ ເຈົ້າເມືອງຄໍາເກີດ.

ໂຄງການກໍ່ສ້ງໂຮງຮຽນປະຖົມສົມບູນບ້ານໂພນງາມ ໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 16 ພະຈິກ 2020 ມາຮອດວັນທີ 27 ກໍລະກົດ 2021 ແມ່ນສໍາເລັດການກໍ່ສ້າງ.

ໂຮງຮຽນດັ່ງກ່າວ ເປັນອາຄານແໜ້ນໜາຖາວອນ ມີຂະຫນາດກວ້າງ 9 ແມັດ ຍາວ 32 ແມັດ ມີ 4 ຫ້ອງຮຽນ ສາມາດບັນຈຸນັກຮຽນໄດ້ 100 ກວ່າຄົນ, ໂຮງຮຽນເປັນໂຄງສ້າງເບຕົ່ງເສີມເຫຼັກ, ຝາກໍ່ດ້ວຍດິນຈີ່ ຫຼັງຄາມຸງກະເບື້ອງ ມີມູນຄ່າການກໍ່ສ້າງທັງໝົດ 459 ລ້ານກວ່າກີບ ເຊິ່ງເປັນທຶນຊ່ວຍເຫຼືອລ້າ ຈາກລັດຖະບານລຸກຊໍາບວກ ເຊິ່ງແມ່ນບໍລິສັດແກ້ວເມືອງເໜືອກໍ່ສ້າງ ແລະ ສ້ອມແປງເຄຫາສະຖານຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ.

ຈາກນັ້ນ ທາງບໍລິສັດຮັບເໝົາກໍ່ສ້າງໄດ້ມອບກະແຈອາຄານດັ່ງກ່າວໃຫ້ກັບຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມນັ້ນ ຫ້ອງການສຶກສາທິການ ແລະ ກິລາເມືອງ ກໍ່ໄດ້ມອບຕໍ່ໃຫ້ອໍານາດການປົກຄອງບ້ານເປັນຜູ້ຊົມໃຊ້ ແລະ ບົວລະບັດຮັກສາຕໍ່ໄປ.

About admin11