ມາຮອດປະຈຸບັນ ຊາວກະສິກອນທົ່ວແຂວງບໍລິຄຳໄຊ ລົງມືປັກດຳເຂົ້ານາປີ ສຳເລັດແລ້ວ 85%

ທ່ານ ດາລາພອນ ພົນສະຫັວດດີ ຫົວໜ້າຂະແໜງປູກຝັງ ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ໃຫ້ສຳພາດ ໃນວັນທີ 5 ກໍລະກົດ 2021 ວ່າ: ຄວາມຄືບໜ້າຂອງຂະບວນການຜະລິດລະດູຝົນ ຂອງຊາວກະສິກອນໃນທົ່ວແຂວງປີນີ້ ແລະ ແຜນການປູກເຂົ້ານາປີ ມີເນື້ອທີ່ທັງໝົດ 37.119 ເຮັກຕາ, ຄາດຄະເນສະມັດຕະພາບ 3,82 ໂຕນຕໍ່ເຮັກຕາ ສະເລ່ຍຜົນຜະລິດ 414.790 ໂຕນ ເຊີ່ງມາຮອດປັດຈຸບັນ ເຫັນວ່າການຕົກກ້າໄດ້ແລ້ວ 100%, ກຽມດີນໄດ້ສຳເລັດ 100% ພ້ອມໄດ້ລົງມືປັກດໍາໄດ້ແລ້ວ 85% ຂອງເນື້ອທີ່ທັງໝົດ ຖ້າທຽບໃສ່ແຜນການ, ທຽບໃສ່ໄລຍະດຽວກັນກັບປີຜ່ານມາແມ່ນປະຕິບັດໄດ້ລື່ນ.

ສຳລັບແນວພັນທີ່ຊາວກະສິກອນນຳໃຊ້ ແມ່ນແນວພັນປັບປຸງກວມເອົາ 90 % ເປັນຕົ້ນແນວພັນເຂົ້າທ່າດອກຄຳ8, ຫອມທ່າດອກຄຳ 8, ທ່າດອກຄຳ 37, ທ່າດອກຄຳ 11, ວຽງຈັນ 450ປີ ແລະ ແນວພັນພື້ນເມືອງອື່ນໆຈຳນວນໜຶ່ງ, ຄາດວ່າການປັກດຳຈະສຳເລັດໃນທ້າຍເດືອນກໍລະກົດນີ້.

ໄປຄຽງຄູ່ກັບການຜະລິດເຂົ້ານາປີແລ້ວ ຂະແໜງປູກຝັງຍັງມີແຜນການປູກພືດລະດູຝົນໃນເນື້ອທີ່ແຜນການ 16.892 ເຮັກຕາ, ຜະລິດຕະພາບ 14,12 ໂຕນຕໍ່ເຮັກຕາ, ມາຮອດປັດຈຸບັນປະຕິບັດໄດ້ແລ້ວ 15.371, 46 ເຮັກຕາ, ເທົ່າກັບ 91%ທຽບໃສ່ເນື້ອທີ່ແຜນການປີ.

ທ່ານ ດາລາພອນ ພົນສະຫວັດດີ ຍັງໃຫ້ຮູ້ຕື່ມອີກວ່າ ນອກຈາກການປູກພຶດລະດູຝົນແລ້ວ ຍັງໄດ້ສຸມໃສ່ປູກພືດເປັນສີນຄ້າ ເຊິ່ງມີເນື້ອທີ່ຕາມແຜນການ 14.541 ເຮັກຕາ, ສະມັດຕະພາບ 15,35ໂຕນຕໍ່ເຮັກຕາ, ຜົນຜະລິດຈະໄດ້ຮັບ 223.186 ໂຕນ ແລະ ປະຕິບັດໄດ້ແລ້ວ 13.892ເຮັກຕາ ເທົ່າກັບ 96% ທຽບໃສ່ແຜນການປີ, ພືດທີ່ປູກຫຼາຍກວ່າໝູ່ແມ່ນພືດຜັກສະອາດ, ສາລີແຂງ, ອ້ອຍ, ກ້ວຍ, ມັນຕົ້ນ, ໝາກນັດ, ໝາກຫຸ່ງ, ໝາກເດືອຍ, ຂີງດຳ ແລະ ຍັງໄດ້ປູກພືດສະບຽງອາຫານຢ່າງເປັນຂະບວນກ້ວາງຂວາງ.

ທ່ານ ກ່າວອີກວ່າ ເພື່ອເຮັດໃຫ້ການຜະລິດ ຂອງຊາວກະສິກອນໄດ້ຮັບຜົນຜະລິດຕາມລະດັບຄາດໝາຍທີ່ວາງໄວ້ ທາງດ້ານປະລິມານ ແລະ ຄຸນນະພາບ, ຕ້ອງເອົາໃຈໃສ່ໃນການຕິດຕາມບົວລະບັດຮັກສາເສຍຫ້ຍາ, ໃສ່ຝຸ່ນ, ຄວບຄຸມລະດັບນ້ຳ ແລະ ອື່ນໆ ຕິດຕາມເຝົ້າລະວັງການລະບາດຂອງສັດຕູພືດ ເຊັ່ນ: (ພວກພະຍາດຄໍຮວງເນົ່າໃນນາເຂົ້າ, ເພັ້ຍໄຟໃນນາເຂົ້າ, ເພ້ຍແປ້ງໃນສວນມັນຕົ້ນ ແລະ ອື່ນໆ ທີ່ເປັນສາເຫດເຮັດໃຫ້ຜົນຜະລິດຕົກຕໍ່າ, ຖ້າພົບເຫັນພືດຜິດປົກກະຕິ ໃຫ້ຊາວກະສິກອນລາຍງານກະສິກຳປະຈຳບ້ານ, ໜ່ວຍງານປູກຝັງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ຂະແໜງປູກຝັງ ພະແນກ ກະສິກຳ ແລະ ປ່າໄມ້ແຂວງ.

About admins14