ພະແນກຍຸຕິທຳ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ກອງປະຊຸມ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງພະແນກຍຸຕິທຳ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2021 ຢູ່ຫ້ອງຫ້ອງວ່າການແຂວງ, ເປັນປະທານໂດຍທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກຍຸຕິທຳແຂວງ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊ ແລະ ທ່ານ ອຳນວຍພອນ ປັນຍາສະຫວັດ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງຍຸຕິທຳ, ມີຄະນະຮັບຜິດຊອບຂັ້ນແຂວງ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການສະຫຼຸບຕີລາຄາຄືນ ຜົນຂອງການຈັດຕັ້ງປະຕິບັດ ແຜນການກຳນົດພະນັກງານນຳພາ-ຄູ້ມຄອງ ໃນໄລຍະຜ່ານມາ ເຫັນວ່າ ມີຜົນສຳເລັດຫຼາຍດ້ານ ໂດຍສະເພາະໄດ້ປະສານສົມທົບກັບຄະນະຊີ້ນຳ-ນຳພາຄູ້ມຄອງຂັ້ນແຂວງ ຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໃນສະເພາະໜ້າ ແລະ ຍາວນານ, ສ້າງໃຫ້ໄດ້ແຜນກຳນົດພະນັກງານທີ່ມີຄຸນນະພາບ ແລະ ສາມາດເປັນໄປໄດ້ໃນການຈັດຕັ້ງປະຕິບັດຕົວຈິງ ເພື່ອເປັນບ່ອນອີງໃນການຂຶ້ນແຜນບຳລຸງ-ກໍ່ສ້າງ, ການສັບຊ້ອນຈັດວາງພະນັກງານ ເຂົ້າແຕ່ລະຕຳແໜ່ງງານຕາມຄວາມເໝາະສົມ, ພ້ອມດຽວກັນ ຍັງໄດ້ບຳລຸງຍົກລະດັບ ພະນັກງານນຳພາ-ຄຸ້ມຄອງ ທີ່ນອນໃນແຜນກຳນົດ ທາງດ້ານທິດສະດີ ແລະ ວິຊາສະເພາະ ຢູ່ພາຍໃນ ແລະ ຕ່າງປະເທດ.

ການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຄັ້ງນີ້ ຈະໄດ້ທາບທາມຄັດເລືອກບຸກຄາລາກອນ ເພື່ອບັນຈຸເຂົ້າໃນການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນຕໍ່ໜ້າ ໃນນັ້ນປະກອບດ້ວຍຕໍາແໜ່ງຫົວໜ້າພະແນກ 1 ຕໍາແໜ່ງ, ຮອງຫົວໜ້າພະແນກ 3 ຕໍາແໜ່ງ, ຫົວໜ້າຂະແໜງ 8 ຕໍາແໜ່ງ ແລະ ຮອງຫົວໜ້າຄະແໜງ 9 ຕໍາແໜ່ງ.

ຫຼັງຈາກນັ້ນ ຍັງໄດ້ເຜີຍແຜ່ມະຕິຕົກລົງສະບັບເລກທິ 032/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄູ້ມຄອງ, ນິຕິກຳອື່ນໆ ແລະ ຮັບຟັງການແນະນຳ ກ່ຽວກັບເງື່ອນໄຂ, ຂັ້ນຕອນການທາບທາມ, ພ້ອມກັນນັ້ນ ຍັງໄດ້ມີການປ່ອນບັດ ຄັດເລືອກບຸກຄາລາກອນຮອບທີ 1 ພື່ອບັນຈຸເຂົ້າໃນການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ ປີ 2021-2025 ຂອງພະແນກຍຸຕິທຳແຂວງ ໃຫ້ໄດ້ຮັບຜົນດີ ແລະ ແທດເໝາະກັບສະພາບຄວາມຮຽກຮ້ອງຕ້ອງການຕົວຈິງ.

About admins14