ຄະນະກອງບັນຊາການ ປກສ ແຂວງ ລົງເຜີຍແຜ່ມະຕິ 111,112

ໃນລະຫວ່າງວັນທີ 5-6 ກໍລະກົດ 2021 ທ່ານ ພັອ ຜາຂົງ ດອກມະນີຈັນ ຮອງເລຂາຄະນະພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ພ້ອມດ້ວຍຄະນະ ລົງເຄື່ອນໄຫວເຜີຍແຜ່ຜັນຂະຫາຍມະຕິ 111,112 ໃຫ້ແກ່ກອງບັນຊາການ ປກສ ເມືອງທ່າພະບາດ ແລະ ກອງບັນຊາການ ປກສ ເມືອງບໍລິຄັນ ໂດຍມີຄະນະພັກກອງບັນຊາການ ປກສ ເມືອງ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ທ່ານ ພັນເອກ ຜາຂົງ ດອກມະນີຈັນ ໄດ້ຍົກໃຫ້ເຫັນບາງສະພາບການທີ່ເກີດຂື້ນໃນພາກພື້ນຂອງໂລກ ທີ່ພວມຜັນແປໄປຢ່າງສັບສົບ ສົ່ງຜົນສະທ້ອນຕໍ່ເສດຖະກິດ ແລະ ການແຜ່ລະບາດຂອງພະຍາດໂຄວິດ 19 ເຮັດໃຫ້ການດຳລົງຊີວີດຂອງປະຊາຊົນໃນທົ່ວໂລກ ໄດ້ຮັບຜົນກະທົບ ແລະ ເກີດການປະທ້ວງທາງດ້ານການເມືອງ.

ໂອກາດດຽວກັນ ທ່ານຍັງໄດ້ເຊື່ອມຊຶມເຜີຍແຜ່ ແລະ ຜັນຂະຫຍາຍ ມະຕິ 111/ກມສພ ລົງວັນທີ 22 ພຶດສະພາ 2020 ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ ໃນສະພາບການໃຫມ່ ແລະ ມະຕິເລກທີ 112/ກມສພ ລົງວັນທີ 02 ມີຖຸນາ 2020 ວ່າດ້ວຍກການຍົກສູງຄຸນນະພາບການດຳເນີນຄະດີຕາມຂະບວນຍຸຕິທຳ, ເຊີ່ງໄດ້ຍົກໃຫ້ເຫັນບາງເນື້ອໃນທີ່ສໍາຄັນເຊັ່ນ: ທັດສະນະຂອງພັກ ຕໍ່ວຽກງານປ້ອງກັນຄວາມສະຫງົບ ເປັນວຽກງານຍຸດທະສາດສຳຄັນຕົ້ນຕໍ ຂອງພັກ-ລັດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມີລັກສະຕັດສິນ ຕໍ່ການຄົງຕົວ ແລະ ຂະຫຍາຍຕົວ ຂອງປະເທດຊາດ ພາຍໃຕ້ການນຳພາໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກປະຊາຊົນປະຕິວັດລາວ, ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງທາງດ້ານການເມືອງ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພທາງສັງຄົມ.

ໂດຍສຸມໃສ່ສ້າງກຳລັງປ້ອງກັນຄວາມສະຫງົບແຂວງ, ນະຄອນຫຼວງວຽງຈັນ ໃຫ້ເປັນເປັນຫົວໜ່ວຍຍຸດທະສາດຊີ້ນຳ-ບັນຊາ, ມີແບບແຜນທັນສະໄໝ, ສ້າງກຳລັງປ້ອງກັນຄວາມສະຫງົບເມືອງ, ເທດສະບານ, ນະຄອນ ເປັນເຈົ້າການສ້າງແຜນການປ້ອງກັນຄວາມສະຫງົບເຂັ້ມແຂງຮອບດ້ານ ແລະ ສ້າງກຳລັງປ້ອງກັນຄວາມສະຫງົບບ້ານ ເຮັດວຽກງານປ້ອງກັນຄວາມສະຫງົບ ຢູ່ຮາກຖານ ຕາມທິດສ້າງບ້ານ ແລະ ຄອບຄົວປ້ອງກັນຄວາມສະຫງົບດີ.

ຈຸດປະສົງກໍ່ເພື່ອເຮັດໃຫ້ພະນັກງານ-ນັກຮົບ, ນາຍ ແລະ ພົນຕຳຫຼວດ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ແລະ ນຳໄປຈັດຕັ້ງປະຕິບັດໃຫ້ເຂັ້ມງວດ ເພື່ອພ້ອມກັນຍົກສູງຄວາມຮັບຜິດຊອຕໍ່ໜ້າທີ່ການເມືອງ, ສ້າງເປັນຄວາມເອກະພາບໃນການຈັດຕັ້ງປະຕິບັດສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ ໃນກໍາລັງປ້ອງກັນຄວາມສະຫງົບ ແນ່ໃສ່ຫຼຸດຜ່ອນຫາງສຽງວິພາກວິຈານຂອງສັງຄົມ ແລະ ເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີແບບແຜນທີ່ທັນສະໄໝ, ມີຈັນຍາບັນ, ຈັນຍາທໍາ, ມີລະບຽບວິໃນເຂັ້ມງວດ ສົມເປັນກໍາລັງປະກອບອາວຸດປະຕິວັດ ທີ່ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ, ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າແທ້ຈີງ.

About admin11