ມະຕິກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ໃນວາລະທີ 2 ຂອງກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໄດ້ຈັດຂຶ້ນ ໃນວັນທີ 30 ເມສາ 2021 ຢູ່ຫ້ອງວ່າການແຂວງ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ໄດ້ເຜີຍແຜ່ ແລະ ເຊື່ອມຊືມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI.

ກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝ XI ໄດ້ດຳເນີນແຕວັນທີ 1-3 ມີນາ 2021 ທີ່ສຳນັກງານສູນກາງພັກ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ຄະນະບໍລິຫານງານສູນກາງພັກ ໄດ້ຕົກລົງເຫັນດີເປັນເອກະພາບ ແລະ ໃຫ້ທິດຊີ້ນຳ ຕໍ່ບັນຫາຕ່າງໆ ເປັນຕົ້ນແມ່ນຕໍ່ສະພາບພາກພື້ນ ແລະ ສາກົນ ກ່ຽວກັບການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກອງປະຊຸມໄດ້ຮັບຮອງເອົາແຜນດຳເນີນງານ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ໄດ້ມີຄວາມເປັນເອກະພາບ ແລະ ຮັບຮອງເອົາ ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍລະບອບແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານສູນກາງພັກ, ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກສະໄໝທີ XI, ຕໍ່ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຮ່າງແຜນງົບປະມານແຫ່ງລັດ 5 ປີ (2021-2025) ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຕົວເລກມະຫາພາກ, ຄາດໝາຍໃຫຍ່ໆ ແລະ ບັນດາມາດຕະການຈັດຕັ້ງປະຕິບັດ ເພື່ອຮັບປະກັນໃຫ່ແກ່ການສ້າງຖ່ວງທ່າ ແລະ ພື້ນຖານອັນໜັກແໜ້ນ ໃຫ້ແກ່ເສດຖະກິດ-ສັງຄົມແຫ່ງຊາດ ຕາມທິດພັດທະນາ ທີ່ເນັ້ນຄຸນນະພາບ, ມີຈຸດສຸມ, ຍືນຍົງ ແລະ ສີຂຽວ.

ກອງປະຊຸມໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຕົກລົງ ການປັບປຸງສັບຊ້ອນກົງຈັກລັດຖະບານ ຕາມທິດປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ການເຄື່ອນໄຫວ ຂອງອົງການອຳນາດລັດ ໃຫ້ເຂັ້ມແຂງ ແລະ ມີປະສິດທິພາບ ທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ວາງອອກ, ກອງປະຊຸມຮັບຮອງເອົາໂຄງປະກອບກົງຈັກລັດຖະບານ ຈຳນວນ 17 ກະຊວງ, 2 ອົງການລັດທຽບເທົ່າ, ໄດ້ພິຈາລະນາ ແລະ ຮັບຮອງເອົາ ການແບ່ງງານ, ແບ່ງຄວາມຮັບຜິດຊອບ ໃຫ້ບັນດາສະຫາຍກຳມະການສູນກາງພັກ ສະໄໝທີ XI ແລະ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ໄດ້ຊີ້ນຳວຽກງານຈຸດສຸມຈຳນວນໜຶ່ງ ຮອດກອງປະຊຸມຄົບຄະນະຄັ້ງຕໍ່ໄປ ກໍ່ຄື ໃນປີ 2021.

About admins14