ບໍລິຄຳໄຊ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ

ກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໄດ້ຈັດຂຶ້ນ ໃນວັນທີ 30 ເມສາ 2021 ຢູ່ຫ້ອງວ່າການແຂວງ ເຜີຍແຜ່ເອກະສານໂດຍ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ ແລະ ກຳມະການພັກແຂວງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງບົດລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເຫັນວ່າ ສູນກາງພັກ ແລະ ຄະນະພັກທຸກຂັ້ນ ໄດ້ເຊີດຊູຄວາມຮັບຜິດຊອບຕໍ່ປະເທດຊາດ ແລະ ປະຊາຊົນ, ນຳເອົາເນື້ອໃນຈິດໃຈ ຂອງກອງປະຊຸມໃຫຍ່ ແລະ ບັນດາເປົ້າໝາຍສູ້ຊົນ ໃນການພັດທະນາເສດຖະກິດ-ສັງຄົມ ສຳລັບໄລຍະ 2016-2020 ທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄປຈັດຕັ້ງຄົ້ນຄວ້າ, ເຊື່ອມຊືມຢ່າງກວ້າງຂວາງ ແລະ ປຸກລະດົມທົ່ວປວງຊົນ ເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະ ສາມາດຍາດໄດ້ຜົນສຳເລັດທີ່ສຳຄັນຫຼາຍດ້ານ ເປັນຕົ້ນແມ່ນສາມາດຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ນ ສືບຕໍ່ໄດຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ດ້ານເສດຖະກິດ ສາມາດຮັກສາການເຕີບໂຕ ໂດຍສະເລ່ຍ 5,8%, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 2.664 ໂດລາສະຫະລັດ, ທຽບໃສ່ປີ 2015 ເພີມຂຶ້ນ 694 ໂດລາ, ບັນດາໂຄງການລົງທຶນຂະໜາດໃຫຍ່ ຍັງສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ກາຍເປັນແຮງຊຸກດັນຫຼັກ ໃຫ້ແກ່ການພັດທະນາພື້ນຖານເສດຖະກິດ, ຂົງເຂດວັດທະນະທຳ-ສັງຄົມ ກໍ່ສາມາດຍາດໄດ້ຜົນສຳເລັດສຳຄັນ ສາມາດບັນລຸດັດສະນີ ການພັດທະນາຊັບພະຍາກອນມະນຸດ ຂອງບັນດາປະເທດທີ່ພົ້ນຈາກສະຖານະພາບດ້ອຍພັດທະນາ, ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ມີຄວາມຄືບໜ້າ ແລະ ຫຼຸດລົງຢ່າງຕໍ່ເນື່ອງ.

ພ້ອມດຽວກັນ ດ້ານການຈັດຕັ້ງ, ຍົກສູງຄຸນນະພາບການເຄື່ອນໄຫວ ຄຽງຄູ່ກັບການສ້າງ, ປັບປຸງກົດໝາຍ ແລະ ບັນດານິຕິກຳ ຂອງບັນດາອົງການອຳນາດລັດ, ວຽກງານມະຫາຊົນ, ວຽກງານກໍ່ສ້າງພັກ, ວຽກງານພະນັກງານ ແລະ ວຽກງານມິດຕະພາບ, ການຮ່ວມມືສາກົນ ກໍ່ໄດ້ຮັບຄວາມເອົາໃຈໃສ່ສູງ, ໄດ້ຮັບການປັງປຸງ, ພັດທະນາ ແລະ ສາມາດຍາດໄດ້ຜົນສໍາເລັດເປັນກ້າວໆ.

ນອກຈາກນັ້ນ ສະຫາຍເລຂາພັກແຂວງ ຍັງໄດ້ຍົກໃຫ້ເຫັນບັນດາວຽກງານ ໃນບົດລາຍງານການເມືອງ ທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດຢ່າງແຂງແຮງ ຄື: ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ, ສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ, ຍົກລະດັບຄວາມສາມາດ ໃນການປົກປ້ອງອະທິປະໄຕ, ຮັກສາສະຖຽນລະພາບດ້ານການເມືອງ ແລະ ຄວາມສະຫງົບສຸກ ຂອງສັງຄົມ, ເສີມຂະຫຍາຍທຸກຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນ, ສ້າງຖານການຜະລິດ ແລະ ບໍລິການໃຫ້ເຂັ້ມແຂງ, ຮັບປະກັນການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ, ພັດທະນາຊັບພະຍາກອນມະນຸດຢ່າງແຂງແຮງ, ສ້າງສັງຄົມທີ່ປະຊາຊົນເປັນເຈົ້າ, ມີປະຊາທິປະໄຕ, ສະເໝີພາບ ແລະ ຍຸຕິທຳ, ປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກເຄື່ອນໄຫວ ຂອງບັນດາອົງການອຳນາດລັດ ໃຫ້ແຂງແຮງ ແລະ ມີປະສິດທິພາບ, ເພີ່ມທະວີວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ, ເພີ່ມທະວີຄວາມເປັນເຈົ້າການ ປະຕິບັດການພົວພັນກັບຕ່າງປະເທດ, ສ້າງເງື່ອນໄຂສະດວກ ແລະ ນຳຜົນປະໂຫຍດຕົວຈິງ ໃຫ້ແກ່ການພັດທະນາປະເທດຊາດ, ເດັດດ່ຽວແກ້ໄຂຈຸດອ່ອນ-ຄົງຄ້າງ ພາຍໃນພັກ, ຮັບປະກັນບົດບາດການເຄື່ອນໄຫວນຳພາຕົວຈິງ ທີ່ເຂັ້ມແຂງ ຂອງການຈັດຕັ້ງທຸກຂັ້ນ, ສ້າງການຫັນປ່ຽນ ຢ່າງແຂງແຮງ ແລະ ເລີກເຊິ່ງ ໃນວຽກງານພະນັກງານ.

About admins14