ບໍລິສັດ ສີຄຳຈະເລີນ ປະກອບສ່ວນຕ້ານ COVID-19

ໃນວັນທີ 30 ເມສາ 2021 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ສີຄຳ ວິທະຍາ ປະທານບໍລິສັດ ສີຄຳຈະເລີນ ຈຳກັດຜູ້ດຽວ ໄດ້ມອບເງິນຈຳນວນ 9.900.000 ກີບ ເພື່ອສົມທົບທຶນປະກອບສ່ວນໃຫ້ແຂວງບໍລິຄຳໄຊ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ 19 ຕາງໜ້າກ່າວຮັບໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ມີພາກສ່ວນທີ່ກຽ່ວຂ້ອງ ແລະ ຄະນະບໍລິສັດສີຄຳຈະເລີນ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດນີ້ ທ່ານ ບຸນເສັງ ປະທຳມະວົງ ໄດ້ຕາງໜ້າໃຫ້ການນຳແຂວງບໍລິຄຳໄຊ ກ່າວຄຳຂອບໃຈ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບໍລິສັດ ສີຄຳຈະເລີນ ຈຳກັດຜູ້ດຽວ ທີ່ເປັນສ່ວນໜຶ່ງໃນການສົມທົບທຶນຊຸກຍູ້ຊ່ວຍເຫຼືອ ໃນການເຄື່ອນໄຫວປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ແລະ ເພື່ອເປັນການຢັ້ງຢືນຜົນງານຄວາມດີດັ່ງກ່າວ ແຂວງບໍລິຄຳໄຊ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ບໍລິສັດ ສີຄຳຈະເລີນ ຈຳກັດຜູ້ດຽວ ໃຫ້ກຽດມອບໂດຍ ທ່ານ ບຸນເສັງ ປະທຳມະວົງ ແລະ ຮັບໂດຍ ທ່ານ ສີຄຳ ວິທະຍາ.

About admins14