ມອບ-ຮັບ ໃບຕາດິນຖາວອນ ໃຫ້ພໍ່,ແມ່ ປະຊາຊົນ ບ້ານ ຈັດສັນ ຫ້ວຍຫອຍ

ຕອນບ່າຍວັນທີ 19 ກໍລະກົດ 2021 ຢູ່ສະໂມສອນ ບ້ານ ຈັດສັນ ຫ້ວຍຫອຍ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ພະນັກງານຫ້ອງການຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເມືອງໄດ້ຈັດພິທີ ມອບ-ຮັບ ໃບຕາດິນຖາວອນ ຂອງໂຄງການເຂື່ອນໄຟຟ້ານໍ້າເທີນ 1 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ, ມີຫົວໜ້າຫ້ອງການຊັບພະຍາກອນທໍາຊາດ ແລະ ສິ່ງແວດລ້ອມເມືອງ, ພະນັກງານທີ່ກ່ຽວຂ້ອງ, ການຈັດຕັ້ງບ້ານ, ພໍ່, ແມ່ປະຊາຊົນພາຍໃນບ້ານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ທ່ານ ຄຳພຸດ ຈະເລີນຈິດ ຫົວໜ້າຫ້ອງການຊັບພະຍາກອນທໍາຊາດ ແລະ ສິ່ງແວດລ້ອມເມືອງ ໄດ້ຍົກໃຫ້ເຫັນວ່າ ການຂື້ນທະບຽນທີ່ດີນ ໃຫ້ ພໍ່, ແມ່ ປະຊາຊົນ ແມ່ນກຳນົດຢູ່ໃນ ມາດຕາ 43 ຂອງກົດໝາຍວ່າດ້ວຍທີ່ດີນ ແລະ ນອນຢູ່ໃນແຜນນະໂຍບາຍຂອງລັດຖະບານຊື່ງມີຈຸດປະສົງ ເພື່ອຫັນເອົາການຄຸ້ມຄອງນໍາໃຊ້ທີ່ດີນ ເຂົ້າສູ່ລະບຽບກົດໝາຍໃນການຢັ້ງຢືນສິດນຳໃຊ້ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ, ອີກຢ່າງໜື່ງ ແມ່ນເປັນການເຮັດໃຫ້ຜູ້ໄດ້ຮັບສິດນໍາໃຊ້ທີ່ດີນ ໄດ້ມີການພັດທະນາທີ່ດີນຂອງຕົນຕາມຈຸດປະສົງ ແລະ ນໍາໃຊ້ທີ່ດີນເຂົ້າໃນການຜະລິດ ຫຼື ເປົ້າໝາຍໃດໜື່ງທີ່ແນ່ນອນ.

ໃນການລົງສຳຫຼວດ ແລະ ຂື້ນທະບຽນອອກໃບຕາດີນຖາວອນໃນຄັ້ງນີ້ ທີມງານແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ ວັນທີ 2 ມີຖຸນາ 2021 ຫາ 19 ກໍລະກົດ 2021 ສາມາດຂື້ນທະບຽນອອກໃບຕາດີນ ປະເພດດີນປຸກສ້າງໄດ້ 39 ຕອນ ໃນຈຳນວນ 39 ຄອບຄົວ.

ໃນພິທີໄດ້ມີການ ມອບໃບຕາດີນຖາວອນໃຫ້ຈຳນວນຄອບຄົວຜູ້ທີ່ໄດ້ຮັບໃບຕາດີນໃນຊຸດທີ 1 ໂດຍເປັນກຽດມອບຂອງທ່ານ ຄຳມອນ ໄຊພົມມີິ ຮອງເລຂາພັກເມືອງ ແລະ ຮັບແມ່ນຕ່າງໜ້າຄອບຄົວຜູ້ທີ່ມີລາຍຊື້ທີ່ໄດ້ຮັບໃບຕາດີນ.

About admin11