ລັດຖະມົນຕີກະຊວງສາທາລະນະສຸກ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ

ໃນຕອນເຊົ້າຂອງວັນທີ 20 ກໍລະກົດ 2021 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ເປັນກຽດຕ້ອນຮັບທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ໄດ້ລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ.

ໂອກາດນີ້ ທ່ານຮອງເຈົ້າແຂວງ ຍັງໄດ້ລາຍງານໂດຍຫຍໍ້ ກ່ຽວກັບການປະຕິບັດວຽກງານຂອງແຂວງ ເຫັນວ່າ ແຂວງບໍລິຄຳໄຊ ຍັງສືບຕໍ່ຮັກສາໄດ້ ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ ມີທ່າອ່ຽງທີ່ດີ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈນັບມື້ນັບດີຂື້ນ ເສດຖະກິດໂດຍລວມຂອງແຂວງເຕີບໂຕໃນລະດັບ 4%, ລວມຍອດຜະລິດຕະພັນລວມບັນລຸ 5,873 ຕຶ້ກວ່າກີບ, ສະເລ່ຍຕໍ່ຫົວຄົນບັນລຸ 19 ລ້ານກວ່າກີບ ຫລື ເທົ່າກັບ 2.186 ໂດລາ.

ການສັກວັກຊິນ ປ້ອງກັນພະຍາດ ໂຄວິດ-19 ສາມາດປະຕິບັດໄດ້ເຂັມທີ 1: 31,45%, ເຂັມທີ 2: 21,52% ລວມທັງເຂັມ 1 ແລະ ເຂັມ 2 ສາມາດປະຕິບັດໄດ້ 52,96% ຂອງປະຊາກອນໃນກຸ່ມເປົ້າໝາຍ, ຮອດປະຈຸບັນມີຜູ້ຕິດເຊື້ອສະສົມຈາກພະຍາດໂຄວິດ 19 ພາຍໃນແຂວງບໍລິຄຳໄຊ ລວມທັງໝົດ 6 ຄົນ ໄດ້ຮັບການປິ່ນປົວດີແລ້ວ 3 ຄົນ ຍັງສືບຕໍ່ປິ່ນປົວຢູ່ສູນຫຼັກ 6 ຈຳນວນ 3 ຄົນ.

ໃນເວລາຕໍ່ມາ ທ່ານລັດຖະມົນຕີກະຊວງສາທາ ພ້ອມຄະນະ ຍັງໄດ້ປະຊຸມຮ່ວມກັບພະແນກສາທາລະນະສຸກແຂວງບໍລິຄຳໄຊ ເພື່ອປຶກສາຫາໃນການກຽມຄວາມພ້ອມໃນການຮັບມືຂອງພະຍາດໂຄວິດ 19 ທີ່ອາດຈະເພີ່ມຂຶ້ນໃນຕໍ່ໜ້າ ເຊິ່ງໃນກອງປະຊຸມ ໄດ້ຮັບຟັງການລາຍງານໃນການປະຕິບັດວຽກງານຂອງພະແນກສາທາລະນະສຸກແຂວງ ຄື: ແຂວງ ບໍລິຄໍາໄຊ ໂຮງໝໍແຂວງ 1 ແຫ່ງ ໂຮງໝໍຊົມຊົນ 6 ແຫ່ງ ແລະ ໂຮງໝໍນ້ອຍ 42 ແຫ່ງ.

ໃນການຈັດຕັ້ງປະຕິບັດ 11 ຕົວຊີ້ບອກ 6 ເດືອນຕົ້ນປີ 2021 ທົ່ວແຂວງ ບໍລິຄໍາໄຊ ໄດ້ສຸມໃສ່ວຽກງານ ແມ່ ແລະ ເດັກ ເຄື່ອນໄຫວເຊື່ອມສານວຽກແມ່ ແລະ ເດັກ ໃຫ້ວັກຊິນກັນພະຍາດ ໃນກຸ່ມເປົ້າໝາຍ ໃນຮອບປົກກະຕິ ແລະ ເຄື່ອນໄຫວຂະບວນການໃຫ້ວັກຊິນ ປ້ອງກັນພະຍາດໂຄວິດ 19 ຢູ່ຈຸດຕ່າງໆ ທັງແຂວງ ແລະ ເມືອງ, ບໍລິການວຽກແມ່ ແລະ ເດັກທັງເຄື່ອນທີ່ ແລະ ໃນສະຖານທີ່ບໍລິການແຕ່ລະຂັ້ນ ເຄື່ອນໄຫວສົ່ງເສີມສຸຂະພາບຊຸມຊົນ ແລະ ສຸຂະສຶກສາ ໃຫ້ຂໍ້ມູນຂ່າວສານ ດ້ານສາທາລະນະສຸກຫຼາຍຮູບແບບ ເພື່ອໃຫ້ເຂົ້າເຖິງຂໍມູນຂ່າວສານສາທາລະນະສຸກ ແນໃສ່ສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງ ວຽກງານ ໂພສະນາການ ແຕ່ຂັ້ນແຂວງຫາຂັ້ນເມືອງ ພ້ອມທັງຕິດຕາມ ປະເມີນການຂາດສານອາຫານຂອງເດັກລຸ່ມ 5 ປີ ພ້ອມທັງໃຫ້ວີຕາມິນ A ແລະ ສົ່ງເສີມການກິນອາຫານຖືກລັກໂພສະນາການ.

ຕິດຕາມຊຸກຍູ້ ການພັດທະນາ ບ້ານສາທາລະນະສຸກແບບຢ່າງ ເພຶ່ອໃຫ້ສາມາດປະກາດຮັບຮອງໄດ້ຕາມຄາດໝາຍທີ່ວາງໄວ້ ນອກນີ້ ຍັງໄດ້ເອົາໃຈໃສ່ເຝົ້າລະວັງ ພະຍາດຕິດຕໍ່ຕາມລະດູການ ລວມທັງພະຍາດເກີດຂຶ້ນໃໝ່ ຕາມຊາຍແດນທັງພາຍໃນ ແລະ ຕ່າງປະເທດຢ່າງເປັນປົກກະຕິ.

ໃນການມາຢ້ຽມຢາມໃນຄັ້ງນີ້ ຄະນະນຳກະຊວງສາທາລະນະສຸກ ຍັງໄດ້ນຳເອົາອຸປະກອນນຳໃຊ້ໃນໂຮງໝໍຈຳນວນໜຶ່ງ ພ້ອມເງິນສົດ 25.000.000 ກີບ ແລະ ກະຊວງສາທາລະນະສຸກ ມອບເງິນສົດ ຈຳນວນ 107.805.574 ກີບ ໃຫ້ພະແນກສາທາລະນະສຸກແຂວງບໍລິຄຳໄຊ ຊ່ວຍໃນການຕ້ານ ການລະບາດຂອງພະຍາດໂຄວິດ 19 ໃຫ້ກຽດມອບໂດຍ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ.

About admins16