ບ້ານນໍ້າອ້ອນ ສາມັກຄີ ສ້າງຂົວໄມ້ ໄປຫາໂຮງໝໍຊຸມຊົນ

ຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນ ໃນລະດູຝົນ ແມ່ນພົບກັບຄວາມຫຍຸ້ງຍາກຫຼາຍ ໃນການສັນຈອນໄປມາ ຈາກບ້ານຕ່າງໆ ໄປຫາໂຮງໝໍຊຸມຊົນຂອງເມືອງ ເພາະຕ້ອງໄດ້ຂ້າມນໍ້າ, ທັງເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນຄ້າຍວັນເກີດຂອງ ທ່ານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວ ແລະ ວັນສໍາຄັນຕ່າງໆຂອງຊາດ.

ວັນທີ 17 ກໍລະກົດ 2021 ອົງການປົກຄອງບ້ານນໍ້າອ້ອນ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ນໍາພາປະຊາຊົນ ພາຍໃນບ້ານ 200 ກ່ວາແຮງງານ ອອກແຮງງານສ້າງຂົວໄມ້ຂ້າມນໍ້າອ້ອນ ໄປຫາໂຮງໝໍຊຸມຊົນຂອງເມືອງ ເຊີ່ງມີຄວາມຍາວ 35 ແມັດ, ກ້ວາງ 1,5 ແມັດ ເປັນຂົວທີ່ນໍາໃຊ້ໄມ້ຈີງ ແລະ ໄມ້ປ່ອງມາສ້າງ ເຊິ່ງຂົວດັ່ງກ່າວ ແມ່ນພຽງແກ້ໄຂການທຽວລົດຈັກ ແລະ ຄົນຍ່າງໃນໄລຍະລະດູຝົນ.

ທຶນທີ່ນຳມາໃຊ້ ໃນການສ້າງຂົວນີ້ ແມ່ນໄດ້ມາຈາກການສົມທົບຂອງບັນດາພາກສ່ວນທຸລະກິດ ແລະ ບຸກຄົນ ໄດ້ທັງໝົດ 2 ,890,000 ກີບ, ສ່ວນໄມ້ແມ່ນການປະກອບສ່ວນຂອງປະຊາຊົນບ້ານນໍ້າອ້ອນ ໄດ້ນໍາໃຊ້ງົບປະມານຊື້ອຸປະກອນຈໍາເປັນໃນການສ້າງຂົວເປັນຕົ້ນແມ່ນ: ເຫຼັກຕະປູ, ສາຍຫຼວດເຫຼັກຊື່ງມີມູນຄ່າ 735,000 ກີບ ແລະ ນໍ້າດື່ມທີ່ໄດ້ຮັບການສະໜັບສະໜູນຈາກຫ້ອງການສາທາລະນະສຸກເມືອງ ລວມເປັນເງິນຈໍານວນ 1,000,000 ກີບ.

About admin11