ມອບ – ຮັບ ອ່າງລ້າງມື ໂຮງຮຽນປະຖົມສົມບູນບ້ານຈອມທອງ

ພີທີມອບ – ຮັບ ອ່າງລ້າງໜ້າ,ຖູແຂ້ວ, ລ້າງມື ໃຫ້ໂຮງຮຽນປະຖົມສົມບູນບ້ານຈອມທອງ ໄດ້ຈັດຂຶ້ນໃນວັນທີ 10 ກຸມພາ 2023, ໂດຍໃຫ້ກຽດເຂົ້າຮ່ວມ ທ່ານ ບົວພັນ ອີນຄຳມະວົງ ຮອງເຈົ້າເມືອງວຽງທອງ, ມີຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ, ນາຍບ້ານ, ຜູ້ອຳນວຍການໂຮງຮຽນປະຖົມ, ມັດທະຍົມ ຈອມທອງ, ຜູ້ໃຫ້ທຶນ, ຄູ, ອາຈານ ແລະ ພໍ່ແມ່ປະຊາຊົນນ້ອງນ້ອຍນັກຮຽນ ເຂົ້າຮ່ວມ.

ການກໍ່ສ້າງອ່າງລ້າງໜ້າ, ຖູແຂ້ວ ແລະ ລ້າງມື ຂອງໂຮງຮຽນດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 15 ມັງກອນ 2023 ແລະ ສໍາເລັດ ໃນວັນທີ 7 ກຸມພາ 2023, ໂດຍການໃຫ້ທຶນກໍ່ສ້າງຈາກຄະນະສິດເກົ່າວິທະຍາໄລຄູ ສະເຊິງເຊົາ ລຸ້ນ 18, ປະຊາຊົນ ອໍາເພີແປງຍາວ ແລະ ກຸງເທບ ຣາຊາອານາຈັກໄທ, ອ່າງດັ່ງກ່າວ ມີຄວາມຍາວ 12 ແມັດ, ກວ້າງ 3,2 ແມັດ ແລະ ສູງ 80 ຊັງຕີແມັດ ປູ້ພືນດ້ວຍກະໂລ, ມີກ້ອກນ້ຳ 60 ກ໊ອກ ເພື່ອຮອງຮັບໃຫ້ນ້ອງນ້ອຍນັກຮຽນໄດ້ໃຊ້, ມູນຄ່າການກໍ່ສ້າງ ທັງໝົດ 25.680.000 ກີບ.

ຫຼັງຈາກນັ້ນ ກໍ່ໄດ້ມີພີທີມອບ – ຮັບ ຢ່າງເປັນທາງການ ເຊີ່ງແມ່ນຜູ້ໃຫ້ທຶນກໍ່ສ້າງ ມອບໃຫ້ບ້ານ ແລະ ບ້ານ ມອບຕໍ່ໃຫ້ໂຮງຮຽນ ເປັນຜູ້ປົກປັກຮັກສາ ແລະ ນໍາໃຊ້ໃຫ້ຍືນຍົງ, ພ້ອມນັ້ນ ຍັງໄດ້ມີກິດຈະກຳຫຼາຍຢ່າງ ເປັນຕົ້ນແມ່ນຊົມການສະແດງສີລະປະ, ມອບອຸປະກອນການຮຽນ, ອຸປະກອນກິລາ ພ້ອມລ້ຽງເຂົ້າສວຍໃຫ້ນ້ອງນ້ອຍນັກຮຽນ.

About admins14