ໄຊຈໍາພອນ ຈັດພິທີມອບຍ້ອງຍໍຜົນງານ 5 ປີ

ພິທີ ຍ້ອງຍໍຜົນງານ 5 ປີ (2016-2020) ໄດ້ຈັດຂຶ້ນໃນວັນທີ 10 ກຸມພາ 2023 ຢູ່ສະໂມສອນເມືອງ ໂດຍໃຫ້ກຽດເປັນປະທານ ທ່ານ ໂກ່ ໄຊສົມບັດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຈໍາພອນ, ເປັນກຽດເຂົ້າຮ່ວມຂອງທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກພັກ-ພະນັກງານຂັ້ນແຂວງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຕາງໜ້າການນໍາຂັ້ນແຂວງ, ພະນັກງານຫຼັກແຫຼ່ງເມືອງ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານບົດສະຫຼຸບຕີລາຄາ ແລະ ປະເມີນຂະບວນການແຂ່ງຂັນ ແລະ ຍ້ອງຍໍຮັກຊາດ, ການສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງ ເຂົ້າສູ່ລວງເລິກ ໃນໄລຍະ 5 ປີຜ່ານມາ ສາມາດສັງລວມການຍ້ອງຍໍຜົນງານ 5 ປີ (2016-2020) ເພື່ອເປັນການຍ້ອງຍໍສັນລະເສີນຄຸນງາມຄວາມດີຕໍ່ບຸກຄົນ, ນິຕິບຸກຄົນ, ກົມກອງລວມໝູ່ ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ກໍ່ຄືເມືອງໄຊຈຳພອນ, ໃນນັ້ນ ໄດ້ຮັບຫຼຽນໄຊແຮງງານ ຊັ້ນ I ຈໍານວນ 14 ທ່ານ, 3 ກົມກອງ, 2 ບ້ານ, ຫຼຽນໄຊແຮງງານ ຊັ້ນ II ຈໍານວນ 36 ທ່ານ, 4 ກົມກອງ, 2 ບ້ານ ແລະ ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 67 ທ່ານ, 8 ກົມກອງ ໃຫ້ກຽດມອບໂດຍທ່ານ ວັນວິໄລ ແດນພູຫຼວງ.

ໄດ້ຮັບຫຼຽນກາແຮງງານ ຈຳນວນ 1.132 ທ່ານ, 8 ກົມກອງ, ໃບຍ້ອງຍໍລັດຖະບານ ຈຳນວນ 66 ທ່ານ, 2 ກົມກອງ, 3 ບ້ານ ມອບໂດຍ ທ່ານ ໂກ່ ໄຊສົມບັດ ແລະ ໄດ້ຮັບໃບຍ້ອງຍໍເຈົ້າແຂວງ ຈຳນວນ 180 ທ່ານ, 1 ກົມກອງ, 5 ບ້ານ, ໃບຊົມເຊີຍເຈົ້າແຂວງ ຈໍານວນ 64 ທ່ານ ແລະ ໃບຍ້ອງຍໍເຈົ້າເມືອງ ຈໍານວນ 102 ທ່ານ, 1 ກົມກອງ, 3 ບ້ານ, ໃບຊົມເຊີຍຂັ້ນເມືອງ ຈໍານວນ 35 ທ່ານ ແລະ 1 ບ້ານ.

About admins14