ເມືອງຄຳເກີດ ສະຫຼບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ

ໃນວັນທີ 13 ກຸມພາ 2023 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການປົກຄອງເມືອງຄຳເກິດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫຼບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈຳປີ 2022 ແລະ ທິດທາງແຜນການປີ 2023, ໃຫ້ກຽດເປັນປະທານໂດຍທ່ານ ວິໄລ ສີສະມຸດ ຮອງເລຂາພັກ, ປະທານກວດກາພັກລັດເມືອງ, ມີບັນດາຄະນະບໍລິຫານງານພັກເມືອງ, ຫົວໜ້າຫ້ອງການ, ຫົວໜ້າກອງບັນຊາການ ປກຊ – ປກສ, ຫົວໜ້າກອງກໍ່ສ້າງຮາກຖານແຕ່ລະເຂດ, ຄະນະປັບປຸງການຈັດຕັ້ງຂັ້ນເມືອງ, ພະນັກງານກໍ່ສ້າງຮາກຖານການເມືອງ ເຂົ້າຮ່ວມ.

ໃນພິທີ ທ່ານ ທອງໄຂ ຄຳມະວົງ ກຳມະການພັກເມືອງ, ຫົວໜ້າຫ້ອງວ່າການປົກຄອງເມືອງ, ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດແລະພັດທະນາປະຈຳປີ 2022 ທິດທາງແຜນການປີ 2023. ທ່ານໃຫ້ຮູ້ວ່າ: ເມືອງຄຳເກີດປະກອບມີ 08 ເຂດພັດທະນາ, ມີ 62 ບ້ານ, ມີ 14.672 ຄອບຄົວ (ລຸດລົງຍ້ອນຍົກຍ້າຍໄປຢູ່ບ່ອນອື່ນ), ມີພົນລະເມືອງທັງໝົດ 75.448 ຄົນ, ຍິງ 37.349 ຄົນ, ໄດ້ຮັບນາມມະຍົດປະກາດເປັນເມືອງພົ້ນທຸກ ແລະ ເມືອງຈົບຊັ້ນປະຖົມບຳລຸງ ປີ 2013, ເມືອງສະຫະພັນແມ່ຍິງ 3 ດີ ແລະ ເມືອງ 2 ດີ 5 ເປັນເຈົ້າ ປີ 2015, ເມືອງຊາວໜຸ່ມ 4 ບຸກ ແລະ ເມືອງຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ ປີ 2017, ເມືອງສາທາລະນະສຸກແບບຢ່າງ ແລະ ເມືອງຢຸດຕິການຖ່າຍຊະຊາຍ ປີ 2018 ແລະ ເມືອງສາມັກຄີປອງດອງ ປີ 2020.

ໃນແຕ່ລະບ້ານ ມີຄວາມສະຫງົບໂດຍພື້ນຖານ, ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ມີຄວາມອຸ່ນອຽນທຸ່ນທ່ຽງສຸມໃສ່ພັດທະນາເສດຖະກິດຄອບຄົວຂອງຕົນ, ທຳການຜະລິດປູກຝັງ-ລ້ຽງສັດ ເປັນຕົ້ນແມ່ນ ການປູກພືດລະດູແລ້ງ-ລະດູຝົນເປັນສິນຄ້າ.

ທົ່ວເມືອງມີພະນັກງານລົງກໍ່ສ້າງຮາກຖານການເມືອງທັງໝົດ 24 ສະຫາຍ, ໃນນັ້ນ, ກຳມະການພັກເມືອງ 04 ສະຫາຍ, ຫົວໜ້າຫ້ອງການ 01 ສະຫາຍ, ຄະນະຫ້ອງການ 11 ສະຫາຍ, ພະນັກງານຂອງກອງບັນຊາການທະຫານເມືອງ 3 ສະຫາຍ, ກອງບັນຊາການ ປກສ ເມືອງ 1 ສະຫາຍ, ເລຂາພັກບ້ານ 02 ສະຫາຍ ແລະ ພະນັກງານວິຊາການ 2 ສະຫາຍ.

ປີ 2022 ທົ່ວເມືອງມີຮາກຖານພັກ 129 ຮາກຖານ, ໃນນັ້ນມີ 7 ຄະນະຮາກຖານ, ມີ 122 ໜ່ວຍ, ມີໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 107 ໜ່ວຍພັກ ກວມເອົາ 93,8%, ໜ່ວຍພັກກາງ 7 ໜ່ວຍ ກວມເອົາ 6,14%, ມີສະມາຊິກພັກທັງໝົດ 2066 ສະຫາຍ, ຍິງ 481 ສະຫາຍ, ສຳເລັດກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ, ວຽກງານ 3 ສ້າງປະຈຳປີ 2021 ແລະ ທິດທາງແຜນການປີ 2022 ຈໍານວນ 8 ເຂດ, ຊຸກຍູ້ໜ່ວຍພັກທີ່ຮອດສະໄໝເປີດກອງປະຊຸມໃຫຍ່ຂັ້ນຂອງຕົນສຳເລັດໄດ້ 1 ຄະນະພັກຮາກຖານ, 25 ໜ່ວຍພັກ ເທົ່າກັບ 78,78%ຂອງແຜນການປີ.

ວຽກງານພັດທະນນາພື້ນຖານໂຄງລ່າງ: ສ້າງທາງເບຕົ່ງ ບ້ານນາຫາດ ມີຄວາມຍາວ 800 ແມັດລວມມູນຄ່າ 561,142.705 ກີບ (ທຶນສົມທົບຂອງປະຊາຊົນ 26.500.000 ກັບ), ການສ້ອມແປງທາງແຕ່ບ້ານທົ່ງແຄະ ຫາ ບ້ານນາທອນຍາວ 8,85 ກມ ມູນຄ່າ 691,142 705 ກີບ, ສ້ອມແປງທາງແຕ່ ປອມປີກ ຫາ ບ້ານວັງກໍ່, ບ້ານທົ່ງແຄະ ຫາ ບ້ານນາເມືອງ ລວມມູນຄ່າ 2,579,527,500 ກີບ, ສ້ອມແປງທາງແຕ່ 3 ແຍກທາງເລກ 8 ຫາ ບ້ານນາຈະໄຫຼ້ ລວມມູນຄ່າ 199,853,634ກີບ, ເຊິ່ງທັງໝົດປະຕິບັດໄດ້ສໍາເລັດ 100%, ຕິດຕາມການກໍ່ສ້າງຂົວເບຕົງຂ້າມນ້ຳພວນ ບ້ານ ຄຳມ່ວນ ປະຕິບັດໄດ້ 60% ແລະ ບ້ານໜອງອໍ້ ສ້າງຂົວຂ້າມໄປເຂດທຳການຜະລິດ ມູນຄ່າ 108,115,000 ກິບ.

ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອຫັນລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນບົດຮອບດ້ານ ສຸມໃສ່ຈັດຕັ້ງປະຕິບັດບັນດາແຜນວຽກ ແລະ ໜ້າວຽກງານຈຸດສຸມທີ່ກຳນົດໄວ້ໃຫ້ເປັນຂະບວນຟົດຟື້ນ, ປົກກະຕິ, ຕໍ່ເນື່ອງ ແລະ ມີຜົນສຳເລັດຕົດຈິງ ຕິດພັນກັບ 04 ເນື້ອໃນ 04 ຄາດໝາຍ, ໄປຄຽງຄູ່ກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງໃຫ້ປະກົບຜົນເປັນຈິງ.

About admins16