ມອບ – ຮັບ ວຽກງານປຸງແຕ່ງກະສິກໍາ ແລະ ປ່າໄມ້ ຂັ້ນຕົ້ນ 11 ລາຍການ

ໃນຕອນເຊົ້າຂອງວັນທີ 14 ກຸມພາ 2023 ຢູ່ຫ້ອງປະຊຸມບ້ານນໍ້າຢ້າງ ເມືອງວຽງທອງ ແຂວງບໍລິຄໍາໄຊ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄດ້ຈັດພິທີມອບ – ຮັບ ວຽກງານປຸງແຕ່ງກະສິກໍາ ແລະ ປ່າໄມ້ ຂັ້ນຕົ້ນ 11 ລາຍການ ລະຫວ່າງຫ້ອງການອຸດສາຫະກໍາ – ການຄ້າເມືອງ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດຂັ້ນເມືອງ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມ ທ່ານ ດາວອນ ວັນນະບົວທອງ ຮອງຫົວໜ້າຫ້ອງການ ອຄ ເມືອງ ໄດ້ຂຶ້ນຜ່ານແຈ້ງການຂອງພະແນກ ອຄ ແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປຸງແຕ່ງກະສິກໍາ ແລະ ປ່າໄມ້ຂັ້ນຕົ້ນ 11 ລາຍການ ໃຫ້ຖືກຕ້ອງຕາມດໍາລັດຂອງ 2 ກະຊວງ ຄື: ກະຊວງ ອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງກະສິກໍາ ແລະ ປ່າໄມ້, ພ້ອມທັງຜ່ານບົດລາຍງານຫຍໍ້ຂອງວຽກງານປຸງແຕ່ງກະສິກໍາ ແລະ ປ່າໄມ້ ຂັ້ນຕົ້ນ 11 ລາຍການທີ່ຄຸ້ມຄອງ ມີຄື: ໂຮງງານແປ້ງມັນຕົ້ນ ແລະ ສາລີ, ໂຮງງານປຸງແຕ່ງໄມ້, ໂຮງເລື່ອຍໄມ້, ໂຮງຊອຍ, ໂຮງເຟີນີເຈີ, ໂຮງງານປຸງແຕ່ງຢາງພາລາ ແລະ ເຄື່ອງປ່າຂອງດົງ, ໂຮງງານຜະລິດປຸຍຊີວະພາບ ແລະ ອົງຄະທາດ, ໂຮງສີເຂົ້າ, ໂຮງຂ້າສັດ, ໂຮງງານປຸງແຕ່ງອ້ອຍ, ໂຮງງານຜະລິດຫົວອາຫານສັດ, ໂຮງງານຜະລິດວັກຊີນ, ຢາປາບສັດຕູພືດ, ຢາປົວສັດ ແລະ ເຄື່ອງມືສັດຕະວະແພດ, ໂຮງງານຄັດແຍກເມັດພັນ ແລະ ຫຸ້ມຫໍ່ຜົນຜະລິດກະສິກໍາ, ໂຮງງານຜະລິດເຄື່ອງມືກົນຈັກກະສິກໍາ ແລະ ບັນດາໜ້າວຽກທີ່ກ່ຽວພັນ ໃຫ້ຫ້ອງການກະສິກຳ – ປ່າໄມ້ເມືອງສືບຕໍ່ຄຸ້ມຄອງ.

ຈາກນັ້ນ ໄດ້ມີການເຊັນບົດບັນທຶກມອບ-ຮັບວຽກງານຢ່າງເປັນທາງການ ເຊີ່ງເປັນກຽດເຊັນມອບໂດຍ ທ່ານ ສົມບູນ ວົງພະຈັນ ຫົວໜ້າຫ້ອງກາ ອຄ ເມືອງ, ເຊັນຮັບໂດຍ ທ່ານ ອາດ ພົມມະສານ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ໂດຍຊ້ອງໜ້າ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ມີບັນດາພະນັກງານທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.

About admins16