ກອງປະຊຸມ ປຶກສາຫາລືຜົນກະທົບດ້ານສີ່ງແວດລ້ອມ ຂອງໂຄງການກໍ່ສ້າງໂຮງງານຜະລິດແປ້ງມັນສາຄູ

ໃນຕອນບ່າຍວັນທີ 14 ກຸມພາ 2023 ຢູ່ຫ້ອງປະຊຸມຊັ້ນ II ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມ ປືກສາຫາລືບົດລາຍງານການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບຕໍ່ສີ່ງແວດລ້ອມ ໂຄງການກໍ່ສ້າງໂຮງງານຜະລິດແປ້ງມັນສະຄູ ຢູ່ທີ່ເມືອງວຽງທອງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຫົວໜ້າຫ້ອງວ່າການເມືອງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ບໍລິສັດພັດທະນາເຂດພູດອຍ MOD ສສ ຫວຽດນາມ ປະຈໍາຢູ່ເມືອງວຽງທອງ ເຂົ້າຮ່ວມ.

ຕາງໜ້າໃຫ້ບໍລິສັດ ພັດທະນາເຂດພູດອຍ MOD ໄດ້ໃຫ້ກຽດຂື້ນຜ່ານບົດລາຍງານການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບຕໍ່ສີ່ງແວດລ້ອມ ຂອງໂຄງການກໍ່ສ້າງໂຮງງານຜະລິດແປ້ງມັນສະຄູ ຢູ່ກຸ່ມບ້ານທອງມີໄຊ ຈໍານວນ 4 ບ້ານ ຄື: ບ້ານ ນາເພີນ, ບ້ານ ສີວິໄລ, ບ້ານ ທອງມີໄຊ ແລະ ບ້ານໂຮມຈະເລີນ ເຊີ່ງໂຮງງານຜະລິດແປ້ງມັນສາຄູ ຈະໄດ້ສ້າງຕັ້ງຂື້ນຢູ່ພື້ນທີ່ຂອງບ້ານທອງມີໄຊ ເນື້ອທີ່ສຳລັບການກໍ່ສ້າງຫ້ອງການ 120 ຕາແມັດ,ເນື້ອທີ່ປູກສ້າງໂຮງງານ 737,3 ຕາແມັດ, ໄລຍະເວລາການລົງທຶນ 15 ປີ, ສະມັດຕະພາບການຜະລິດໃນໄລຍະ 2 ປີທຳອິດ ຜົນຜະລິດ 2 ໂຕນ/ວັນ, ຄວາມຕ້ອງການວັດຖຸດີບ 21 ໂຕນ/ວັນ, ຜົນຜະລິດຈະເພີ່ມຂື້ນກໍ່ຕໍ່ເມື່ອມີພື້ນທີ່ປູກຫຼາຍຂື້ນ ວັດຖຸດິບຫຼາຍຂື້ນ ເຊີ່ງເວລາການຜະລິດ 180  ວັນຜະລິດ/ປ.

ກອງປະຊຸມໃນຄັ້ງນີ້ ມີຈຸດປະສົງກໍ່ເພື່ອເກັບກຳ ແລະ ສັງລວມຂໍ້ມູນຜົນກະທົບດ້ານສິ່ງແວດລ້ອມທຳມະຊາດ – ສັງຄົມ ທີ່ອາດຈະເກີດຂື້ນໃນເວລາມີການຜະລິດ, ສະເໜີມາດຕະການທີ່ເໝາະສົມ ເພື່ອປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບ ພ້ອມສ້າງແຜນຄຸ້ມຄອງສິ່ງແວດລ້ອມ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດໃນຊ່ວງໄລຍະການກໍ່ສ້າງ ແລະ ດຳເນີນການຜະລິດ.

ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ມີຄຳຄິດຄຳເຫັນໃສ່ບົດລາຍງານ ເພື່ອໃຫ້ມີຄວາມເໝາະສົມກັບສະພາບຕົວຈີງ ໂດຍສະເພາະຜົນກະທົບຕໍ່ທຳມະຊາດ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໃຫ້ໜ້ອຍທີ່ສຸດ ພ້ອມທັງເຮັດໃຫ້ພໍ່ແມ່ປະຊາຊົນເພີ່ງພໍໃຈກັບໂຄງການດັ່ງກ່າວ.

About admins16