ສຶກສາ ບໍລິຄໍາໄຊ ປັບປຸງຂໍ້ຕົກລົງວ່າດ້ວຍກອງທຶນສະຫວັດດີການຄູ

ໃນຕອນເຊົ້າຂອງວັນທີ 15 ກຸມພາ 2023 ຢູ່ສະໂມສອນໃຫຍ່ຂອງເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມປັບປຸງຂໍ້ຕົກລົງວ່າດ້ວຍກອງທຶນສະຫວັດດີການຄູແຂວງ ພາຍໃຕ້ການເປັນປະທານຂອງທ່ານ ລົມ ແພງສຸກ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ. ໂດຍມີ ມີຄະນະພະແນກ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 7 ຕົວເມືອງ, ພະນັກງານວິຊາການ ແລະ ຄະນະຮັບຜິດຊອບກອງປະຊຸມ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍກອງທຶນສະຫວັດດີການຄູແຂວງ ເຊິ່ງປະກອບດ້ວຍ 9 ໝວດ, 19 ມາດຕາ, ໃນນີ້ ໄດ້ມີການສະເໜີປັບປຸງ ການຈ່າຍເງິນບໍາລຸງເຂົ້າຄັງພະແນກສຶກສາທິການ ແລະ ກິລາແຂວງ (ກສຂ) ຈາກ 10.000 ກີບຕໍ່ຄົນ ເພີ່ມໃໝ່ເປັນ 15.000 ກີບຕໍ່ຄົນ(ສະເພາະຜົວ ແລະ ເມຍເປັນຄູ), (ໃນກໍລະນີຜົວເປັນຄູເມຍເປັນປະຊາຊົນ ຜູ້ເປັນຜົວຈະໄດ້ເສຍເງິນໃຫ້ເມຍ ທັງສອງຄົນຈະເປັນ 30.000 ກີບ), ສະມາຊິກກອງທຶນສະຫວັດດີການຄູແຂວງ ທີ່ເສຍຊີວິດດ້ວຍອຸບັດຕິເຫດ ຫຼື ດ້ວຍພະຍາດ ໃນເວລາປະຈໍາການ ຈະໄດ້ຮັບເງິນອຸດໜູນຈາກກອງທຶນ 8.000.000 ກີບ, ຖືກເຈັບເປັນໜັກຂັ້ນເສຍອົງຄະ ເຊັ່ນ: ຕາບອດ, ຫູໜວກທັງ 2 ເບື້ອງ, ແຂນຂາໃຊ້ງານບໍ່ໄດ້, ເປັນອຳມະພາດ, ເປັນເປ້ຍລ່ອຍ, ເປັນບ້າເສຍຈິດ ຈະໄດ້ຮັບ 3.000.000 ກີບ,  ຜ່າຕັດດ້ວຍພະຍາດ ຫຼື ເກີດອຸບັດຕິເຫດ ຈະໄດ້ຮັບເງິນອຸດໜູນຈາກຜ່າຕັດຂະໜາດກາງ 3.000.000 ກີບ, ຜ່າຕັດຂະໜາດໃຫຍ່ 4.000.000 ກີບ.

ພາຍຫຼັງທີ່ກອງປັບປຸງປຸງສໍາເລັດແລ້ວ ທາງຄະນະຮັບຜິດຊອບ ຈະໄດ້ໄປຮຽບຮຽງຕາມຄໍາສະເໜີຂອງຜູ້ແທນກອງປະຊຸມ, ຄາດໝາຍວ່າຈະຖືກນໍາໃຊ້ໃນທົ່ວແຂວງໃນກາງເດືອນ ເມສາ 2023 ແລະ ຖືກປ່ຽນແທນຂໍ້ຕົກລົງເກົ່າສະບັບເລກທີ 62/ສກຂ.ຂບຊ ລົງວັນທີ 14 ມັງກອນ 2021.

About admins16