ມອບ – ຮັບໜ້າທີ່ ຫົວໜ້າການທະຫານເມືອງວຽງທອງ

ໃນວັນທີ 8 ກັນຍາ 2022 ຢູ່ກອງບັນຊາການທະຫານເມືອງວຽງທອງ ໄດ້ຈັດພິທີ ມອບ – ຮັບໜ້າທີ່ຫົວໜ້າການທະຫານກອງບັນຊາການທະຫານເມືອງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັອ ຄໍາສາຍ ພັນດານຸວົງ ຄະນະປະຈໍາພັກ, ຫົວໜ້າຫ້ອງການເມືອງ ກອງບັນການທະຫານແຂວງບໍລິຄໍາໄຊ ແລະ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ, ມີຄະນະພັກ, ຄະນະບັນຊາ ແລະ ພະນັກງານພາຍໃນກົມກອງ ເຂົ້າຮ່ວມ.

ໂດຍປະຕິບັດຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ທ່ານ ພັທ ໜາວຕູ້ ກາງປາວວື່ ຫົວໜ້າການທະຫານກອງບັນຊາການທະຫານເມືອງ ຜູ້ເກົ່າ ເຂົ້າຮັບເບ້ຍບໍານານ ແລະ ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ທ່ານ ພັທ ເສດຟອງ ສີສະເກດ ເປັນຫົວໜ້າການທະຫານກອງບັນຊາການທະຫານເມືອງ ຜູ້ໃໝ່.

ການຕົກລົກແຕ່ງຕັ້ງນີ້ ເພື່ອສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານ ການນຳພາແບບແຜນວິທີເຮັດວຽກ ຕາມກົງຈັກການຈັດຕັ້ງນຳພາ – ບັນຊາໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ຮອບດ້ານ ເຮັດສຳເລັດໜ້າທີ່ການເມືອງທີ່ພັກ – ລັດ ແລະ ປະຊາຊົນມອບໝາຍໃຫ້.

About admins14