ວຽງທອງ ປະຊາສໍາພັນອອກໃບຕາດິນໃຫ້ປະຊາຊົນບ້ານທ່າແພ

ໃນວັນທີ 8 ກັນຍາ 2022 ຢູ່ຫ້ອງການບ້ານ ທ່າແພ ພະນັກງານຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ໄດ້ຈັດກອງປະຊຸມປະຊາສໍາພັນອອກໃບຕາດີນແບບເປັນລະບົບໃຫ້ປະຊາຊົນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດຂັ້ນເມືອງ, ມີພາກສ່ວນທີ່ກ່ຽວຂ້ອງ, ພໍ່, ແມ່ປະຊາຊົນພາຍໃນບ້ານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ຈຸດປະສົງ ກໍ່ເພື່ອເປັນການຈັດສັນມອບສິດການນໍາໃຊ້ທີດິນ ໃຫ້ແຕ່ລະຄອບຄົວນໍາໃຊ້ດິນເຂົ້າໃນການຜະລິດ, ການປຸກສ້າງ ໃຫ້ເປັນລະບຽບ, ຖືກຕ້ອງຕາມກົດໝາຍ.

ກອງປະຊຸມໃນຄັ້ງນີ້ ຜູູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານເອກະສານທີ່ສຳຄັນ ທີ່ພົວພັນກັບການອອກໃບຕາດິນເປັນຕົ້ນແມ່ນກົດໝາຍວ່າດ້ວຍທີ່ດິນ, ອະທິບາຍບາງມາດຕາ ເຊັ່ນ: ກຳມະສິດທີ່ດິນ, ການຫ້າມຈັບຈອງທີ່ດິນ, ການຂື້ນທະບຽນທີ່ດິນ, ສິດ ແລະ ພັນທະຂອງຜູ້ຊົມໃຊ້ທີ່ດິນ, ສິດສະເໝີພາບລະຫວ່າງຍິງ – ຊາຍ ທາງດ້ານການເມືອງ, ດ້ານເສດທະກິດ, ດ້ານວັດທະນາທຳສັງຄົມ, ດ້ານຄອບຄົວ ແລະ ສາຍພົວພັນກ່ຽວກັບວຽກງານອອກໃບຕາດິນ, ອະທິບາຍ ຄວາມສໍາຄັນຂອງດິນ, ອະທິບາຍກ່ຽວກັບການຈົ່ງທາງ ຫຼື ເຂດສະຫງວນທາງທີ່ຕິດກັບດິນຂອງແຕ່ລະຕອນໃຫ້ມີຄວາມເໝາະສົມ ພ້ອມທັງອະທິບາຍ, ຊີ້ແຈງກ່ຽວກັບວິທີ ແລະ ຂັ້ນຕອນໃນການອອກໃບຕາດິນ.

About admins14