ປະກາດຮັບຮອງບ້ານຈອມທອງ ເປັນບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ

ໃນວັນທີ 7 ກັນຍາ 2022 ທີ່ບ້ານຈອມທອງ ໄດ້ຈັດພິທີປະກາດຮັບຮອງ ບ້ານຈອມທອງ ເປັນບ້ານພັດທະນາດ້ານແຮງງານ ແລະສະຫວັດດີການສັງຄົມ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ – ສັງຄົມ ແລະ ທ່ານ ອຸດອນ ຄຳພຽນ ຮອງຫົວໜ້າພະແນກ ຮສສ ແຂວງບໍລິຄໍາໄຊ, ມີຫົວໜ້າຫ້ອງການ ຮສສ ເມືອງ, ຄະນະບ້ານ, ຕະຫຼອດຮອດພໍ່ແມ່ປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການຜ່ານບົດສະຫຼຸບ ໃນການປະເມີນບ້ານຈອມທອງ ໃນດ້ານພັດທະນາແຮງງານ ແລະ ສະຫວັດດີການສັງຄົມຜ່ານມາ, ຜ່ານການປະເມີນຕົວຈິງຂອງຄະນະຮັບຜິດຊອບ ເຫັນວ່າ ບ້ານຈອມທອງມີການປະຕິບັດໄດ້ຄົບຕາມ 3 ມາດຕະຖານ ຂອງຄອບຄົວດ້ານແຮງງານສະຫວັດດີການສັງຄົມ ແລະ 6 ມາດຕະຖານການປະເມີນບ້ານພັດທະນາ ດ້ານແຮງງານສະຫວັດດີການສັງຄົມ ທີ່ກໍານົດໄວ້.

ຈຶ່ງໄດ້ມອບໃບຢັ້ງຢືນບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມໃຫ້ບ້ານ ແລະ ຄອບຄົວ ເພື່ອເປັນຫຼັກຖານ, ຈາກນັ້ນ ກໍ່ໄດ້ມີການເປີດປ້າຍ, ລັ່ນຄ້ອງເພື່ອເປັນສັນຍາລັກ ໃນການຮັບຮອງບ້ານຈອມທອງເປັນບ້ານພັດທະນາດ້ານແຮງງານ – ສະຫວັດດີການສັງຄົມ ຢ່າງເປັນທາງການ.

About admins14