ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານ ນ້ຳກ້າງ

ໃນວັນທີ 18 ທັນວາ 2020 ຢູ່ໂຮງຮຽນ ປະຖົມ ບ້ານ ນໍ້າກ້າງ ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ-ຮັບໂຮງຮຽນຫຼັງໃໝ່ພາຍຫຼັງກໍ່ສ້າງສໍາເລັດ ລະຫວ່າງ ບໍລິສັດ ສີງນໍາຈະເລີນ ກໍ່ສ້າງ-ເຄຫາ ຈຳກັດ (ຜູ້ຮັບເໝົາ) ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງ (ເຈົ້າຂອງໂຄງການ) ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງ, ປະທານຊີ້ນໍາການປະຕິບັດກິດຈະກໍາ ລາວ /030 ຂັ້ນເມືອງ, ມີຄະນະກໍາມະການ, ຫົວໜ້າບໍລິສັດ, ພະນັກງານຕິດຕາມປະຈໍາພາກສະໜາມ, ຄູ-ອາຈານ, ນາຍບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ໃນພິທີ ທ່ານ ແກ້ວ ພົມມະຈັນ ວິຊາການບໍລິສັດ ໄດ້ຂື້ນຜ່ານບົດລາຍງານການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ບ້ານ ນ້ຳກ້າງ ເຊີ່ງໄດ້ເລີ່ມຈັດຕັ້ງປະຕິບັດຕົວຈິງ ແຕ່ວັນທີ 7 ກັນຍາ 2020 ຫາ ວັນທີ 18 ທັນວາ 2020 ໄດ້ສໍາເລັດ 100%. ໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ບ້ານ ນ້ຳກ້າງ ປະກອບ ມີອາຄານຮຽນ 1 ຫຼັງ ຂະໜາດ 8 x 42 ແມັດ, ແບ່ງອອກເປັນ 6 ຫ້ອງຮຽນ, ມີອາຄານຫ້ອງນໍ້າ 1 ຫຼັງ.

ໂຮງຮຽນດັ່ງກ່າວແມ່ນເປັນປະເພດອາຄານຖາວອນ ໂຄງສ້າງເບຕົງເສີມເຫຼັກ, ຝາກໍ່ດ້ວຍດີນຈີ່ ໂບກສອງໜ້າ, ໂຄງຫຼັງຄາເຫຼັກ, ມຸ້ງດ້ວຍກະເບື້ອງ, ປູກະໂລ່, ແຕ່ລະຫ້ອງປະກອບດ້ວຍໂຕະຕັ່ງ ແລະ ລະບົບໄຟຟ້າຄົບຊຸດ  ລວມມູນຄ່າການກໍ່ສ້າງທັງໝົດ 823,853,880 ກີບ, ໂດຍການສະໜັບສະໜູນທຶນຈາກລັດຖະບານອານາຈັກລູກຊໍາບວກ (ແຜນງານລາວ/030).

ໃນພິທີ ໄດ້ມີການເຊັນມອບ-ຮັບລະຫວ່າງຜູ້ຮັບເໝົາກໍ່ສ້າງ ແລະ ເຈົ້າຂອງໂຄງການໂດຍໃຫ້ກຽດເຊັນມອບຂອງ ທ່ານ ກີ່ງ ຂຸນມະບານ ຜູ້ອໍານວຍການບໍລິສັດ ແລະ ໃຫ້ກຽດເຊັນຮັບແມ່ນ ທ່ານ ສົມຫວັງ ວິໄລວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ແລ້ວມອບຕໍ່ໃຫ້ຄູ-ອາຈານ, ບ້ານ ປົກປັກຮັກສາ ແລະ ນຳໃຊ້ຕໍ່ໄປ.

 

About admin11