ກອງປະຊຸມປະຈຳປີ 2020 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈະເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ

      ກອງປະຊຸມປະຈຳປີ 2020 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈະເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນວັນທີ 21 ທັນວາ 2020 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ, ມີຄະນະປະຈພຳພັກແຂວງ, ຄະນະສະມາຊິກສະພາປະຈຳເຂດເລືອກຕັ້ງທີ 11, ຫົວໜ້າພະແນກການ ແລະ ແຂກຖືກເຊິນເຂົ້າຮ່ວມ.

      ທ່ານ ລົມ ແພງສຸກ ເລຂາທິການສະພາປະຊາຊົນແຂວງ ໄດ້ຂື້ນຜ່ານບົດລາຍງານການເຄື່ອນໄຫວໃນໄລຍະ 5 ປີຜ່ານມາ ວ່າ: ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ ແມ່ນກົງຈັກການຈັດຕັ້ງໜຶ່ງ ຂອງສະພາແຫ່ງຊາດ, ເຊິ່ງເຮັດໜ້າທີ່ເປັນເສນາທິການໃຫ້ແກ່ສະພາແຫ່ງຊາດໃນການຈັດ​ຕັ້ງ​ປະຕິບັດ​ພາລະ​ບົດບາດ, ສິດ​ ແລະ ໜ້າ​ທີ່ ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດລວມຂອງຊາດ ກໍຄືຂອງປະຊາຊົນບັນດາເຜົ່າພາຍໃນແຂວງບໍລິຄຳໄຊ, ໄດ້ເຂົ້າຮ່ວມການປະກອບຄຳຄິດຄຳເຫັນ ໃນການສ້າງ ແລະ ປັບປຸງຮ່າງກົດໝາຍ ຈໍານວນ 80 ສະບັບ, ກົດໝາຍສ້າງໃໝ່ 34 ສະບັບ, ປັບປຸງ 46 ສະບັບ,

         ເອົາ​ໃຈ​ໃສ່ຄົ້ນຄວ້າ ພິຈາລະນາ​ແກ້​ໄຂ ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ​ຂອງ​ປະຊາຊົນໄດ້ 298 ເລື່ອງ, ສະພາ​ແຫ່ງ​ຊາດ 13 ເລື່ອງ ລວມທັງ​ໝົດ​ມີ 311 ເລື່ອງ (ທຽບ​ໃສ່​ສະພາ ຊຸດຜ່ານ​ມາເພີ່ມ​ຂຶ້ນ 209 ​ເລື່ອງ), ໃນນີ້ ເປັນຄໍາຮ້ອງຂໍ​ຄວາມ​ເປັນ​ທຳ 169 ເລື່ອງ, ຄໍາສະເໜີ 142 ເລື່ອງ, ພິຈາລະນາແກ້ໄຂສຳ​ເລັດ ຈໍານວນ 310 ເລື່ອງ, ກໍາລັງຄົ້ນຄວ້າ 1 ເລື່ອງ, ບັນຫາທີ່ພົ້ນເດັ່ນແມ່ນບໍ່ພໍໃຈຕໍ່ຄໍາຕັດສິນຂອງສານ ຫຼື ຄໍາພິພາກສາຂອງສານກວມ 83%, ບໍ່ພໍໃຈຕໍ່ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ 5% ແລະ ຂໍ້ຂັດແຍ່ງກ່ຽວກັບຜົນກະທົບຈາກການ​ລົງທຶນ​ຂອງ​ລັດ ​ແລະ ​ເອກະ​ຊົນ ກວມ 8% ແລະ ອື່ນໆ ກວມ 4%, ຍັງໄດ້ຕ້ອນຮັບ ແລະ ໃຫ້ຄໍາປຶກສາທາງດ້ານກົດໝາຍແກ່ປະຊາຊົນ ຈໍານວນ 201 ຄັ້ງ, ໄດ້ລົງພົບປະປະຊາຊົນ ​ ໂຄສະນາເຜີຍແຜ່ຜົນສໍາເລັດ ​ແຕ່​ກອງປະຊຸມຄັ້ງປະຖົມມະລືກ ຫາກອງ​ປະຊຸມ​ສະ​ໄໝ​ສາມັນ ​ເທື່ອ​ທີ 9, ສາມາດ​ປະຕິບັດ​ໄດ້ 218 ຈຸດ, ມີ 124 ບ້ານ, ມີຜູ້ເຂົ້າ​ຮ່ວມ​ຮັບ​ຟັງ 12.333 ຄົນ  ກວມ​ເອົາ 7,66 % ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຍັງໄດ້ຮັບຄຳສະເໜີຂອງປະຊາຊົນ 381 ​ເລື່ອງ, ໄດ້ປະສານສົມທົບກັບສະມາຊິກສະພາແຫ່ງຊາດປະຈຳຢູ່ສູນກາງ ປະກອບສ່ວນສ້າງຂົວບ້ານປັບ ມູນຄ່າ 20 ລ້ານກີບ, ສ້ອມແປງໂຮງຮຽນບ້ານພຽງດີ 20 ລ້ານກີບ, ລະດົມເຄື່ອງຊ່ວຍເຫຼືອຈາກສັງຄົມ ເພື່ອນໍາໄປມອບໃຫ້ແກ່ປະຊາຊົນຜູ້ທຸກຍາກອານາຖາ, ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມມູນຄ່າ 211.550.000ກີບ.

    ໃນໂອກາດນີ້ຍັງໄດ້ມີພິທີມອບຫຼຽນກາທີລະນຶກ 45 ປີ ແລະ ຫຼຽນກາລະນຶກ ສສຊ, ໃບຍ້ອງຍໍ ໃຫ້ແກ່ອາດີດ-ປະຈຸບັນ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ໃບຍ້ອງຍໍຂອງແຂວງໃຫ້ສະມາຊິກສະພາແຫ່ງຊາດ.

   

About admins16