ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ I

  

ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ I ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 22 ທັນວາ 2020 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ເປັນກຽດເຂົ້າຮ່ວມໂດຍທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VIII ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ, ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີບັນດາທ່ານຄະນະປະຈຳສະພາປະຊາຊົນແຂວງ, ຄະນະປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ພະນັກງານອາວຸໂສບຳນານ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມສະໄໝສາມັນຄັ້ງນີ້ ຈະໄດ້ສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງທ້ອງຖິ່ນ ຕາມພາລະບົດບາດ, ສິດໜ້າທີ່ ທີ່ກໍານົດໄວ້ໃນກົດໝາຍ ຄື: ການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ເປັນຈຸດສຸມບູລິມະສິດຂອງແຂວງ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທີ່ມີລັກສະນະຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ບົດລາຍງານການເຄື່ອນໄຫວ ປະຈໍາປີ 2020 ແລະ ທິດທາງແຜນການປະຈໍາປີ 2021, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານ ປະຈໍາປີ 2019 ຂອງອົງການກວດສອບພາກກາງ ແລະ ບົດລາຍງານການການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2020 ແລະ ທິດທາງແຜນການ ປະຈໍາປີ 2021 ແລະ ການແກ້ໄຂຜົນການກວດສອບໃນປີຜ່ານມາ ຂອງອົງການກວດກາລັດແຂວງ, ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2016-2020), ປະຈໍາປີ 2020 ແລະ ທິດທາງແຜນການຮອດກອງປະຊຸມຄັ້ງປະຖົມມະລືກ ແລະ ຄາດຄະເນ ປະຈຳປີ 2021 ຂອງສະພາປະຊາຊົນແຂວງບໍລິຄຳໄຊ, ບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານ ປະຈໍາປີ 2020 ແລະ ທິດທາງແຜນການ ປະຈໍາປີ 2021 ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ, ພິຈາລະນາ, ຮັບຮອງເອົາການເລືອກຕັ້ງທ່ານເຈົ້າແຂວງ, ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນຂອງອົງການປົກຄອງແຂວງ, ພິຈາລະນາ, ຮັບຮອງເອົານິຕິກຳສຳຄັນຈຳນວນໜຶ່ງ ຕາມການສະເໜີຂອງອົງການປົກຄອງແຂວງ ແລະ ຈະໄດ້ຮັບຟັງການປະກອບຄໍາເຫັນຂອງອົງການແນວລາວສ້າງຊາດແຂວງທີ່ຕາງໜ້າອົງການຈັດຕັ້ງມະຫາຊົນຕໍ່ກັບການເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງບໍລິຄຳໄຊໃນໄລຍະ 5 ປີຜ່ານມາ.

ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ I ຈະໄດ້ດຳເນີນເປັນເວລາ 3 ວັນເຕັມ ແຕ່ວັນທີ 22-24 ມັງກອນ ໂດຍຈະໄດ້ອອກອາກາດຖ່າຍທອດສົດຜ່ານທາງສະຖານີວິທະຍຸຂອງແຂວງໃນລະບົບ FM 101.3 Mh ແລະ ເປີດກວ້າງການປະກອບຄໍາຄິດຄໍາເຫັນ, ຄໍາສະເໜີຂອງພໍ່ແມ່ປະຊາຊົນບັນດາເຜົ່າ ຜ່ານໂທລະສັບສາຍດ່ວນໝາຍເລກ 054 156 ໂດຍບໍ່ເສຍຄ່າ.

About admin11