ມອບ-ຮັບໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານວັງກໍ່

ໃນຕອນເຊົ້າວັນທີ 4 ສິງຫາ 2021 ທີ່ເດີ່ນໂຮງຮຽນປະຖົມສົມບູນບ້ານວັງກໍ່ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບ-ຮັບ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານວັງກໍ່ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄໍາເກີດ, ມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຜູ້ຕາງໜ້າໂຄງການ, ຄະນະກໍາມະການຂອງໂຄງການ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານວັງກໍ່ ໄດ້ດໍາເນີນການກໍ່ສ້າງມາແຕ່ວັນທີ 16 ພະຈິກ 2020 ມາຮອດວັນທີ 27 ກໍລະກົດ 2021 ແມ່ນໄດ້ສໍາເລັດ 100%, ໂຮງຮຽນດັ່ງກ່າວ ເປັນອາຄານແໜ້ນໜາຖາວອນ ມີຂະຫນາດກວ້າງ 9 ແມັດ ຍາວ 56 ແມັດ ມີ 7 ຫ້ອງຮຽນ ສາມາດບັນຈຸນັກຮຽນໄດ້ 200 ກວ່າຄົນ, ມູນຄ່າການກໍ່ສ້າງທັງໝົດ 799 ລ້ານກວ່າກີບ ເຊິ່ງແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານລຸກຊໍາບວກ ໂດຍແມ່ນ ບໍລິສັດ ສົມໄຊພັດທະນາກໍ່ສ້າງເຄຫາສະຖານຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ.

ຈາກນັ້ນທາງບໍລິສັດຮັບເໝົາກໍ່ສ້າງ ໄດ້ມອບກະແຈອາຄານດັ່ງກ່າວໃຫ້ກັບຫ້ອງການສຶກສາທິການ ແລະ ກິລາເມືອງ, ພ້ອມນັ້ນ ຫ້ອງການສຶກສາທິການ ແລະ ກິລາເມືອງ ກໍ່ໄດ້ມອບຕໍ່ໃຫ້ອໍານາດການປົກຄອງບ້ານ ເປັນຜູ້ຊົມໃຊ້ ແລະ ບົວລະບັດຮັກສາຕໍ່ໄປ.

About admin11