ປະກາດການຈັດຕັ້ງ ຄະນະພັກຮາກຖານ ດ່ານຊາຍແດນສາກົນນໍ້າພາວ

ຕອນເຊົ້າຂອງວັນທີ 4 ສີງຫາ 2021 ຢູ່ທີ່ຫ້ອງປະຊຸມດ່ານສາກົນນໍ້າພາວ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດການຈັດຕັ້ງ ຄະນະພັກຮາກຖານດ່ານຊາຍແດນສາກົນນໍ້າພາວຂື້ນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ.

ໂດຍເຫັນໄດ້ຄວາມສຳຄັນຂອງວຽກງານພັກ – ພະນັກງານ, ຄະນະປະຈຳພັກແຂວງ ໄດ້ອອກມະຕິຕົກລົງ ເລກທີ 356/ຄປພ.ຂບຊ ລົງວັນທີ 8 ກໍລະກົດ 2021 ວ່າດ້ວຍ ການສ້າງຕັ້ງຄະນະພັກຮາກຖານດ່ານຊາຍແດນສາກົນນ້ຳພາວ ແລະ ມະຕິຕົກລົງ ເລກທີ 357/ຄປພ.ຂບຊ ລົງວັນທີ 8 ກໍລະກົດ 2021 ວ່າດ້ວຍການໂອນ ໜ່ວຍພັກ ຕມ ດ່ານຊາຍແດນ ແລະ ໜ່ວຍພັກບໍລິຫານ ໄປຂື້ນກັບ ຄະນະພັກຮາກຖານດ່ານຊາຍແດນສາກົນນ້ຳພາວ.

ເພື່ອເປັນການຊີ້ນຳ ນຳພາໜ່ວຍພັກ ໃຫ້ຖືກຕ້ອງຕາມກົດລະບຽບຂອງພັກວາງອອກ  ຄະນະປະຈຳພັກແຂວງບໍລິຄຳໄຊ ໄດ້ອອກມະຕິ ເລກທີ 353/ຄປພ.ຂບຊ, ລົງວັນທີ 8 ກໍລະກົດ 2021 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກທີ່ຂື້ນກັບ ຄະນະພັກຮາກຖານດ່ານຊາຍແດນສາກົນນ້ຳພາວ ຄື: ຄະນະໜ່ວຍພັກ ຕມ ດ່ານຊາຍແດນສາກົນນ້ຳພາວ ແຕ່ງຕັ້ງສະຫາຍ ພັທ ປທ ຄຳແດງ ທຳມະສິດ ເປັນເລຂາໜ່ວຍພັກ, ສະຫາຍ ພັຕ ພັນ ແກ້ວມະນີ ເປັນຮອງເລຂາ ແລະ ສະຫາຍ ພັຕ ເຄນບຸນທຳ ລໍມະນີ ເປັນຜູກວດກາ; ຄະນະໜ່ວຍພັກບໍລິຫານດ່ານຊາຍແດນສາກົນນ້ຳພາວ ແຕ່ງຕັ້ງ ສະຫາຍ ຈັນສະໜອນ ມາທິລາດ ເປັນເລຂາ ແລະ ສະຫາຍ ຄຳພວງ ໄຊຍະລີ ເປັນຮອງເລຂາ ແລະ ທັງເປັນຜູ້ກວດກາປະຈຳໜ່ວຍພັກ.

ພ້ອມນີ້ ກໍ່ໄດ້ຜານມະຕິຕົກລົງ ຂອງຄະນະປະຈຳພັກແຂວງບໍລິຄຳໄຊ ເລກທີ 355/ຄປພ.ຂບຊ ລົງວັນທີ 8 ກໍລະກົດ 2021 ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານ ດ່ານຊາຍແດນສາກົນນ້ຳພາວ ຄື: ສະຫາຍ ພັທ ປອ ຄຳຜັນ ບຸນມີໄຊ ເປັນເລຂາຄະນະພັກຮາກຖານ, ສະຫາຍ ແກ້ວວິລາ ທິບດາລາ ເປັນຮອງເລຂາ, ສະຫາຍ ຈັນສະໝອນ ມາທິລາດ ເປັນປະທານກວດກາຄະນະພັກຮາກຖານ, ສະຫາຍ ພັທ ປທ ຄຳແດງ ທຳມະສິດ ເປັນຮອງກວດກາຄະນະພັກຮາກຖານ ແລະ ສະຫາຍ ພັຕ ພັນ ແກ້ວມະນີ ເປັນຄະນະພັກຮາກຖານ.

ສະຫາຍ ບຸນສົງ ເພັດຈະເລີນ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ຮຽກຮ້ອງໃຫ້ຄະນະພັກຮາກຖານ ຕ້ອງໄດ້ເອົາໃສ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກ ເປັນປົກກະຕິ, ສືບຕໍ່ປັບປຸງການຈັດຕັ້ງຂອງພັກພາຍໃນດ່ານສາກົນນນ້ຳພາວ ໃຫ້ມີຄວາມຫນັກແຫນ້ນ, ເຂັ້ມແຂງ, ປັບປຸງແບບແຜນ ວິທີການນໍາພາຄະນະພັກແຕ່ລະຂັ້ນໃຫ້ເຂົ້າສູ່ລະບົບແບບແຜນການນໍາພາລວມຂອງພັກວາງອອກ, ແບບແຜນລວມສູນປະຊາທິປະໄຕ, ສືບຕໍ່ຊີ້ນຳນຳພາຂະແໜງການ ໃຫ້ປະຕິບັດມາດຕະການສະກັດກັ້ນ, ຄວບຄຸມການແຜ່ລະບາດພະຍາດ ໂຄວິດ-19 ຕາມມາດຕະການຂອງສະເພາະກິດຢ່າງເຂັ້ມງວດ.

About admin11